Saturday, 27 July 2024

ວາງສີລາລຶກ ໂຄງການກໍ່ສ້າງ ອານຸສອນສະຖານ ທ່ານມາ ໄຂຄຳພິທູນ

ໃນຕອນເຊົ້າວັນເສົາ ທີ 19 ສິງຫາ 2023  ທີ່ຜ່ານມານີ້, ຢູ່ທີ່ເຂດບ້ານໂພນໄຮ, ເມືອງ ເຊໂປນ ແຂວງ ສະຫວັນນະເຂດໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ອານຸສອນສະຖານ ທ່ານມາ ໄຂຄຳພິທູນ ເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ໄຊຍະລາດ ພົງຍາລັກ ກໍາມະການຄະນະພັກຫ້ອງວ່າການສູນກາງພັກ ເລຂາໜ່ວຍພັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທ່ານ ທອງສະຫວັດ ໄຂຄຳພິທູນ ພະນັກງານປະຕິວັດອາວຸໂສນຳນານ ອາດີດຫົວໜ້າການເມືອງກອງພັນທີ 2 ຜ້າວົງປິດລ້ອມ, ມີການນຳຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ພ້ອມດ້ວຍແຂກທີ່ຖືກເຊີນ ຕະຫຼອດຮອດລູກຫຼານໄຂຄຳພິທູນເຂົ້າຮ່ວມ, ທ່ານທອງໄສ ໄຊຍະວົງຄຳດີ ຫົວໜ້າ ຫ້ອງວ່າການແຂວງ ສະຫວັນນະເຂດໄດ້ຕາງໜ້າໃຫ້ຄອບຄົວໄຂຄຳພິທູນຂື້ນກ່າວຄວາມເປັນມາກ່ຽວກັບໂຄງການດັ່ງກ່າວວ່າ: ທ່ານມາໄຂຄຳພິທູນແມ່ນລູກຫຼານເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງຕະຫຼອດຊີວິດການເຄື່ອນໄຫວເຮັດໜ້າທີ່ ການປະຕິວັດໃນໄລຍະທີ່ເພິ່ນມີຊີວິດຢູ່ ເພິ່ນໄດ້ເຄື່ອນໄຫວຢູ່ສະຖານທີ່ແຫ່ງນີ້ ໂດຍທ່ານແມ່ນຜູ້ໜຶ່ງທີ່ມີສ່ວນຮ່ວມຫຼາຍດ້ານທີ່ສຳຄັນຢູ່ໃນຂະບວນການປະຕິວັດຂອງຊາດລາວເຮົາ ເຊິ່ງທ່ານກໍ່ແມ່ນຜູ້ໜຶ່ງໃນຜູ້ນຳໃນຈຳນວນ 16 ທ່ານແຮກຄຸກໂພນເຄັງຢ່າງໜ້າອັດສະຈັນ, ໂດຍຖືວ່າເປັນເຫດການທາງດ້ານປະຫວັດສາດ, ດັ່ງນັ້ນບັນດາຄອບຄົວລູກຫຼານຂອງທ່ານມາ ໄຂຄຳພິທູນ ຈຶ່ງໄດ້ສ້າງອານຸສອນສະຖານ ແຫ່ງນີ້ຂື້ນ ເຊິ່ງມັນໄດ້ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ, ຮູ້ບຸນຄຸນ ຕໍ່ທ່ານ ມາ ໄຂຄໍາພິທູນ, ຜູ້ເປັນພໍ່ ເປັນລຸງ ເປັນພໍ່ເຖົ້າ ແລະ ເປັນປູ່ຂອງຄອບຄົວໄຂຄຳພິທູນ, ທັງນີ້ກໍ່ເພື່ອປູກຈິດສຳນຶກ ແລະ ເປັນບ່ອນຮຽນຮູ້ທາງດ້ານປະຫວັດສາດ ແລະ ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງເມືອງເຊໂປນ ກໍ່ຄືແຂວງສະຫວັນນະເຂດ, ເຊິ່ງມີພື້ນທີ່ສະຫງວນ 70 ເຮັກຕຮາ , ແຕ່ພື້ນທີ່ສ້າງຕົວຈິງ 5 ເຮັກຕາ, ຈາກນັ້ນ ທ່ານນາງ ຫຼິ່ງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດໄດ້ຂື້ນລາຍງານຕື່ມອີກວ່າໃນການກໍ່ສ້າງສີລາລຶກໃນການກໍ່ສ້າງ ອານຸສອນສະຖານຂອງທ່ານ ມາ ໄຂຄຳພິທູນ ເຊິ່ງເປັນໂຄງການໜຶ່ງທີ່ສຳຄັນທາງດ້ານປະຫວັດສາດການເມືອງ, ດ້ານວັດທະນະທຳ ແລະ ທຳມະຊາດຢ່າງເລຶກເຊິ່ງ ແລະ ເປັນການຈາເລຶກຄຸນງາມຄວາມດີຕໍ່ຜູ້ນຳອາວຸໂສຂອງພັກລັດກໍ່ຄືທ່ານມາ ໄຂຄຳພິທູນ ໂດຍທ່ານກໍ່ເປັນຜູ້ໜຶ່ງທີ່ໄດ້ອຸທິດເຫື້່ອແຮງ ສະຕິປັນຍາເປັນໝູ່ຄະນະປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ໃນການປົດປ່ອຍຊາດກໍ່ຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດໃຫ້ປະເທດຊາດອອກຈາກພວກຂ້ອຍຂ້າພວກຕ່າງດ້າວ ເຮັດໃຫ້ປະເທດຊາດມີຄວາມເປັນເອກະລາດ ອິດສະລະພາບ ພ້ອມກັນພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີກາ້ວຂື້ນຢ່ງບໍ່ຢຸດຢັ້ງ, ໃນເວລາຕໍ່ມາກໍ່ໄດ້ວາງສີລາເລຶກຢ່າງເປັນທາງການ, ຫຼັງຈາກວາງສີລາເລຶກແລ້ວໃນພິທີກໍ່ໄດ້ມີພີທີບາສີສູ້ຂວັນຕາມຮີດຄອງປະເພນີ.