Saturday, 27 July 2024

ວັນຊາດທີ 02 ທັນວາ ຄົບຮອບ 47 ປີ

 

ໃນຕອນເຊົ້າ ວັນສຸກ ທີ 02 ທັນວາ 2022 ເວລາ7ໂມງ00ນາທີ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ນໍາພາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໄຫຍ່, ປະທານປະເທດແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 47 ປີ ( 02 ທັນວາ 1975 – 02 ທັນວາ 2022 ). ແລະ ວັນເກີດ ປະທານໄກສອນ ພົມວິຫານຄົບຮອບ 102 ປີ ( 1920-2022 ).