Friday, 24 May 2024

ລະນຶກເຖິງປະທານ ສຸພານຸວົງ

ປະທານສຸພານຸວົງ ເປັນໜຶ່ງໃນບັນດາທ່ານຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເຊິ່ງເປັນຜູ້ນໍາທ່ານໜຶ່ງ ທີ່ໄດ້ກໍ່າເນີດເຕີບໃຫຍ່ໃນຄອບຄົວເຊື້ອເຈົ້າ ແຫ່ງອານາຈັກລ້ານຊ້າງຫຼວງພະບາງ ເກີດໃນວັນທີ 13 ກໍ່ລະກົດ 1909. ” ປະທານ ສຸພານຸວົງ ເປັນບຸດຂອງສົມເດັດພະເຈົ້າມະຫາອຸປະຣາດບຸນຄົງ ແລະ ເຈົ້າຍິງຄຳອ້ວນ.
ເພິ່ນເປັນເດັກນ້ອຍໃນວັງ ທີ່ມັກໄປຫຼິ້ນກັບເດັກນ້ອຍທົ່ວໄປ ໂດຍບໍ່ຖືຊັ້ນວັນນະຂອງຕົນ ແລະ ເມື່ອອາຍຸໄດ້ 7 ປີ ໄດ້ເຂົ້າໂຮງຮຽນປະຖົມສຶກສາ ທີ່ຫຼວງພະບາງ ເພິ່ນເປັນນັກຮຽນທີ່ດຸໝັ່ນ, ມີພອນສະຫວັນໃນຫຼາຍດ້ານ, ຮຽນເກັ່ງ ແລະ ສອບໄດ້ຄະແນນດີເລີດມາຕະຫຼອດ ຈົນຈົບຊັ້ນປະຖົມສົມບູນປີ 1920 ເພິ່ນໄດ້ໄປຮຽນຕໍ່ຢູ່ມັດທະຍົມອານແບກຊາໂຣ ຢູ່ທ່ີຮ່າໂນ້ຍ ປະເທດຫວຽດນາມ ເຊິ່ງເຮັດໃຫ້ເພ່ິນມີຄວາມສຳພັນຢ່າງໜຽວແໜ້ນ ກັບຫວຽດນາມ ມາຕະຫຼອດຊີວິດ ເພິ່ນສາມາດເວົ້າໄດ້ 9 ພາສາ.
ປີ 1931 ໄດ້ໄປສຶກສາຕໍ່ທີ່ປະເທດຝຣັ່ງ ແລະ ໄດ້ເຂົ້າຮຽນກຽມ ທີ່ວິທະຍາໄລແຊັງຫຼຸຍ ຕໍ່ມາປີ 1934 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລຂົວທາງແຫ່ງຊາດ ສາຂາວິສະວະກອນພົນລະເຮືອນ.
ປີ 1937 ໄດ້ຮຽນຈົບມະຫາວິທະຍາໄລຂົວທາງແຫ່ງຊາດ ທີ່ປະເທດຝຣັ່ງ ພາຍຫຼັງສຳເລັດການສຶກສາ ເພິ່ນກໍ່ໄດ້ກັບຄືນອິນດູຈີນ ໂດຍໄດ້ຮັບລາຊະການຂະແໜງໂຍທາທິການ ປະຈຳຢູ່ຍາຈາງ ຮັບຜິດຊອບວຽກງານຢູ່ທີ່ນັ້ນ 3 ປີຕໍ່ມາ ກໍ່ໄດ້ຖືກແຕ່ງຕັ້ງໄປຮັບລາຊະການ ຢູ່ເມືອງພີນ ແຂວງສະຫວັນນະເຂດ ເພື່ອສ້າງເສັ້ນທາງ ແລະ ຂົວເຊບັ້ງຫຽງ, ປະທານ ສຸພານຸວົງ ໄດ້ສ້າງຜົນງານຫຼາຍຢ່າງ ອັນເປັນທີ່ຍອມຮັບໃນຖານະວິສະວະກອນ ທີ່ມີຄວາມຮູ້ຄວາມສາມາດ ແລະ ເຮັດແທ້ທຳຈິງ ສິ່ງສຳຄັນແມ່ນເພິ່ນໄດ້ສຳຜັດ ແລະ ເຫັນພຶດຕິກຳ, ການກະທຳຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ທີ່ມີຕໍ່ຄົນຂອງຊາດ ທີ່ເປັນຫົວເມືອງຂຶ້ນ ຂອງພວກມັນເຊັ່ນ: ການຈຳແນກເຊື້ອຊາດ, ການແບ່ງຊັ້ນວັນນະ, ການກົດຂີ່ຂົ່ມເຫັງ, ຄວາມບໍ່ຍຸຕິທຳ, ການປຸ້ນສະດົມ ແລະ ການກົດຂີ່ຂູດຮີດເປັນຕົ້ນ ທັງໝົດເຫຼົ່ານັ້ນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດຈິດໃຈຂອງເພິ່ນ ເພື່ອກ້າວເຂົ້າສູ່ເສ້ັນທາງແຫ່ງການຕໍ່ສູ້ ກອບກູ້ເອົາຄວາມເປັນເອກະລາດມາໃຫ້ປະເທດຊາດ ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນລາວບັນດາເຜົ່າ.
ພາຍຫຼັງການປະຕິວັດເດືອນ ສິງຫາ ຢູ່ຫວຽດນາມໄດ້ຮັບໄຊຊະນະ ປະທານໂຮ່ຈິມິນ ໄດ້ເຊີນ ປະທານ ສຸພານຸວົງ ໄປນະຄອນຫຼວງຮ່າໂນ້ຍ ເປັນການພົບປະຄັ້ງທຳອິດອັນເປັນປະຫວັດສາດສຳຄັນຍິ່ງໄດ້ເຮັດໃຫ້ປະທານ ສຸພານຸວົງ ກ້າວເຂົ້າສູ່ເສັ້ນທາງແຫ່ງການຕໍ່ສູ້ ເພື່ອກອບກູ້ເອົາຄວາມເປັນເອກະລາດ ມາໃຫ້ປະເທດຊາດ, ນຳເອົາອິດສະຫຼະພາບ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນ ລາວບັນດາເຜົ່າ ນີ້ແມ່ນຈຸດເລີ່ມຕົ້ນແຫ່ງພາລະ ກິດປະຕິວັດອັນຍິ່ງໃຫຍ່.
ເມື່ອກັບຄືນມາປະເທດ ປະທານ ສຸພານຸວົງ ໄດ້ເຄື່ອນໄຫວປຸກລະດົມ, ສ້າງກຳລັງເປັນຕົ້ນຢູ່ສະຫວັນນະເຂດ ແລະ ທ່າແຂກ ເພື່ອກະກຽມໃຫ້ແກ່ການຢຶດອຳນາດ, ປະກາດເອກະລາດ “ດັ່ງຄຳປາໄສ ຂອງປະທານສຸພານຸວົງ ໄດ້ເວົ້າ ເວລາທີ່ກັບມາແຕ່ຫວຽດນາມ ຕາມທາງ ເລກ 9 ເມື່ອຮອດເມືອງເຊໂປນ ໄດ້ເວົ້າຕໍ່ໜ້າປະຊາຊົນ ທີ່ມາໂຮມກັນຢູ່ທີ່ນັ້ນວ່າ: “ ແຜ່ນດິນລາວຕ້ອງແມ່ນຄົນລາວເປັນເຈົ້າຂອງ . ສະນັ້ນ, ພວກເຮົາທຸກຄົນ ຕ້ອງສາມັກຄີກັນໂຮມແຮງກັນຕໍ່ສູ້ກູ້ຊາດອັນແສນຮັກຂອງພວກເຮົາຄືນມາໃຫ້ໄດ້”.
ປະທານ ສຸພານຸວົງ ໄດ້ແຕ່ງງານກັບ ຍິງສາວຫວຽດນາມ ຊື່ວ່າ ຫວຽນຖິ ພາຍຫຼັງໄດ້ປ່ຽນຊື່ເປັນ ວຽງຄຳ ສຸພານຸວົງ ມີລູກນຳກັນລວມ 10 ຄົນ ເປັນ ຊາຍ 8 ຄົນ ແລະ ຍິງ 2 ຄົນ.
ປະທານ ສຸພານຸວົງ ເປັນນັກວິສະວະກອນຂະແໜງຂົວທາງ ຈາກປະເທດຝຣັ່ງ ມີຄວາມຮູ້ຄວາມສາມາດ ແລະ ມີເງື່ອນໄຂພຽງພໍທີ່ຈະດໍາລົງຊີວິດແບບສະໜຸກສຸກສະບາຍ ແລະ ອຸດົມສົມບູນ, ສ້າງຖານະບົດບາດທີ່ດີງາມໃຫ້ແກ່ຕົນເອງໄດ້ ແຕ່ປະທານສຸພານຸວົງໄດ້ເສຍສະຫຼະທຸກສິ່ງທຸກຢ່າງທີ່ສົມຄວນໄດ້ຮັບດັ່ງກ່າວນັ້ນ ມາເລືອກເອົາເສັ້ນທາງວິຖີຊີວິດຂອງນັກປະຕິວັດ, ນັກຄອມມູນິດ, ນັກຕໍ່ສູ້ປະຕິວັດເພື່ອຄວາມເປັນເອກະລາດ, ອິດສະຫຼະພາບ, ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ, ຄວາມສົມບູນພູນສຸກຂອງປະຊາຊົນ. ເພິ່ນບໍ່ພຽງແຕ່ຕັດສິນໃຈເສຍສະຫຼະຊົນຊັ້ນຂອງຕົນເອງເທົ່ານັ້ນ ແຕ່ເພິ່ນຍັງກາຍເປັນນັກຮົບຕໍ່ສູ້ກັບຊົນຊັ້ນດັ່ງກ່າວຢ່າງເດັດຂາດໜຽວແໜ້ນອີກດ້ວຍ.
ການຕັດສິນໃຈດັ່ງກ່າວ ແມ່ນບາດລ້ຽວທີ່ຍິ່ງໃຫຍ່ ແລະ ສູງສົ່ງ ໃນຊີວິດການເມືອງຂອງເພີ່ນ ເຊິ່ງໄດ້ສ່ອງ ແສງເຖິງຄຸນທາດ ປະຕິວັດຂອງນັກຮັກຊາດທີ່ດູດດື່ມ.ໃນທຸກການເຄື່ອນໄຫວ ປະຕິວັດອັນລະອິດລະອ້ຽວ ທັງເຕັມໄປດ້ວຍການ ທົດສອບນາໆປະການໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດ, ເສັ້ນ ທາງການປະຕິວັດ ຂອງນັກຕໍ່ສູ້ປົດປ່ອຍຊາດ ຂອງປະທານ ສຸພານຸວົງ ທີ່ໄດ້ສະແດງ ອອກໃຫ້ເຫັນ ເປັນພຶດຕິກຳຕົວຈິງ ນັນແມ່ນ ໄດ້ຮັບການຝຶກຝົນ ຫຼໍ່ຫຼອມການເສຍສະຫຼະ ໃນສະໜາມຮົບຕໍ່ສູ້ ປ້ອງກັນຕົວເມືອງທ່າແຂກ ໃນເວລານັ້ນ ເພີ່ນໄດ້ ກ່າວ ໄວ້ວ່າ: “ເຖິງຕາຍກໍ່ບໍ່ກິນແໜງເພາະຕາຍ ເພື່ອປະເທດຊາດ, ຈະຕ້ອງສູ້ໄປເຖິງທີ່ສຸດ”. ເຖິງວ່າການຕໍ່ ສູ້ເພື່ອປ້ອງກັນ ຮັກສາຕົວເມືອງທ່າແຂກ ບໍ່ສຳເລັດຜົນກໍ່ຕາມ, ແຕ່ວິລະກຳອັນຍິ່ງໃຫຍ່ ແລະ ແບບຢ່າງການເສຍສະຫຼະ ອັນໂດດເດັ່ນຂອງປະ ທານ ສຸພານຸວົງໃນວັນທີ 21 ມີນາ 1946 ນັ້ນຍັງຄົງຝັງເລິກຢູ່ ໃນຄວາມຊົງຈຳຂອງປະຊາຊົນ ເມືອງທ່າແຂກ ແລະ ປະຊາຊົນລາວ ໃນທົ່ວປະເທດມາຈົນເຖິງທຸກວັນນີ້.
ປະທານ ສຸພານຸວົງ ແມ່ນນັກຕໍ່ສູ້ການເມືອງທີ່ເດັດດ່ຽວໜຽວແໜ້ນ ແລະ ເດັດຂາດທາງດ້ານຍຸດທະສາດ ແລະ ນິ້ມນວນຄ່ອງແຄ້ວ ທາງດ້ານຍຸດໂທບາຍ, ຮູ້ຜ່ອນສັ້ນ, ຜ່ອນຍາວຢ່າງມີຫຼັກການ ກັບຝ່າຍກົງກັນຂ້າມ. ທ່ານເປັນນັກການທະຫານທີ່ເກັ່ງກ້າສາມາດ, ມີຄວາມຊໍານິຊໍານານໃນການນໍາໃຊ້ຍຸດທະສາດ, ຍຸດທະວິທີ ແລະ ຍຸດທະສິນໃນການສູ້ຮົບ ບຸກໂຈມຕີເອົາຊະນະສັດຕູ. ປະທານສຸພານຸວົງ ແມ່ນສັນຍະລັກແຫ່ງຄວາມສາມັກຄີໃນວົງຄະນາຍາດແຫ່ງຊາດ, ເປັນຄັນທຸງແຫ່ງການທ້ອນໂຮມມະຫາຊົນທຸກຊັ້ນຄົນເຂົ້າຢູ່ໃນແນວໂຮມແຫ່ງຊາດ ເປັນກ້ອນກໍ່າລັງສັງລວມອັນມະຫາສານພາຍໃນຊາດ.
ຊື່ສຽງຮຽງນາມ ແລະ ອິດທິພົນຂອງປະທານ ສຸພານຸວົງ ໄດ້ຕິດແໜ້ນກັບປະຫວັດສາດແຫ່ງ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວບັນດາເຜົ່າ ຕິດແໜ້ນກັບ ວຽກງານແນວໂຮມ, ເພິ່ນໄດ້ອຸທິດເຫື່ອແຮງສະຕິປັນຍາ ຂອງຕົນເພື່ອເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນລາວບັນດາເຜົ່າ ຂອງບັນດາຊັ້ນຄົນ, ສາສະໜາ, ເພດໄວ, ໄດ້ຕັ້ງໜ້າເຊີດຊູນ້ຳໃຈ ຮັກຊາດ, ຮັກບ້ານເກີດເມືອງນອນ, ສ້າງຄວາມສາມັກຄີປອງດອງພາຍໃນຊາດ ແລະ ເຮັດສຳເລັດພາລະກິດຊາດຢ່າງສົມບູນ.
ປະທານ ສຸພານຸວົງເປັນນັກການຕ່າງປະເທດ ທີ່ສະຫຼາດແຫຼມຄົມ, ປະກອບສ່ວນຢ່າງສໍາຄັນເຂົ້າໃນການບູລະນະແນວທາງການປ່ຽນແປງໃຫມ່, ເປີດກວ້າງປະຕູສູ່ພາຍນອກ ບົນພື້ນຖານແນວທາງການຕ່າງປະເທດຂອງພັກ ສັນຕິພາບ, ມິດຕະພາບ, ເຄົາລົບ ຄວາມເປັນເອກະລາດປະຊາທິປະໄຕຂອງກັນ ແລະ ກັນ ແລະ ຮັບປະກັນຜົນປະໂຫຍດທັງສອງຝ່າຍ. ພິເສດ ທ່ານ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການເພິ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານກັບ ສສ ຫວຽດນາມ ບໍ່ວ່າແຕ່ໃນສະໄໝສົງຄາມກໍ່ຄືໃນສະໄໝສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ.
ປະທານ ສຸພານຸວົງ ເປັນແວ່ນແຍງອັນໃສແຈ້ງ ແຫ່ງມານະຈິດປະຕິວັດສຸດກົກສຸດປາຍບໍ່ວ່າແຕ່ໃນສະໄໝສົງຄາມກໍ່ຄືໃນຍາມສັນຕິພາບ. ເພິ່ນມີນໍ້າໃຈຜ່ານຜ່າອຸປະສັກນາໆປະການ ບົນເສັ້ນທາງປະຕິວັດອັນລະອິດລະອ້ຽວບໍ່ທໍ້ຖອຍ ບໍ່ວ່າແຕ່ໃນຍາມຂັດສົນທີ່ສຸດ ໂດຍສະເພາະກໍ່ຄືຕອນທີ່ເພິ່ນຖືກຈັບກຸມຄຸມຂັງຢູ່ທີ່ຄຸກໂພນເຄັງເພິ່ນກໍ່ຍັງໄດ້ໃຊ້ສະຕິປັນຍາເພື່ອຂົນຂວາຍເອົາພວກທະຫານຝ່າຍກົງກັນຂ້າມມາເປັນທະຫານຂອງຝ່າຍຕົນຈົນໄດ້ ແລະ ສາມາດໂຕນອອກຈາກຄຸກໄດ້ຢ່າງມະຫັດສະຈັນ.
ໃນປີ ຄ.ສ 1974 ທ່ານໄດ້ກັບຄືນວຽງຈັນ ໄດ້ດຳລົງຕຳແໜ່ງເປັນປະທານສະພາທີ່ປຶກສາແຫ່ງຊາດ 18 ເດືອນ ຈົນສະຖາປະນາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 1-2 ທັນວາ 1975 ທ່ານ ກໍ່ໄດ້ຮັບເລືອກໃຫ້ເປັນ ປະທານປະເທດ ແລະ ປະທານສະພາປະຊາຊົນສູງສູດ ຜູ້ທຳອິດ ເຊິ່ງທົ່ວໂລກຮູ້ຈັກເພິ່ນໃນນາມ ເຈົ້າຊາຍແດງ ຫຼື “The Red Prince.
ພ້ອມກັນນັ້ນ ທ່ານກໍ່ໄດ້ສະຫຼະຖານະເຈົ້າຊາຍ. ປະທານ ສຸພານຸວົງ ເປັນປະທານທີ່ເຄົາລົບຮັກຂອງປວງຊົນລາວ ໄດ້ດຳລົງຕຳແໜ່ງເປັນປະທານປະເທດຈົນເຖິງ ຄ.ສ 1986 ຈຶ່ງລາອອກ ຍ້ອນເພິ່ນມີບັນຫາດ້ານສຸຂະພາບ. ທ່ານໄດ້ປາກົດຕົວຕໍ່ໜ້າສາທາລະນະຊົນຄັ້ງສຸດທ້າຍໃນສະໄໝປະຊຸມພັກຄັ້ງທີ 5 ເມ່ືອເດືອນ ມີນາ ຄ.ສ 1991
ຕະຫຼອດຊີວິດຂອງ ປະທານ ສຸພານຸວົງ ເພິ່ນໄດ້ຍອມເສຍສະຫຼະທຸກສິ່ງທຸກຢ່າງທີ່ພຽບພ້ອມຂອງເພິ່ນ ເພື່ອນໍາພາປະຊາຊົນຕໍ່ສູ້ກັບພວກຈັກກະພັດຕ່າງດ້າວທີ່ມາຮຸກຮານບ້ານເມືອງຂອງພວກເຮົາ ເພື່ອຍາດເອົາເອກະລາດ, ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວ ຖ້າບໍ່ແມ່ນເພື່ອຄວາມສຸກຂອງປະຊາຊົນແລ້ວ ເພິ່ນຈະເຮັດໄປເພື່ອຫຍັງ? ສະນັ້ນ, ເມື່ອເຮົາໄດ້ຮຽນຮູ້ເຖິງການດໍາລົງຊິວິດຂອງເພິ່ນແລ້ວເຮົາສາມາດເວົ້າໄດ້ວ່າ ຄວາມສຸກຂອງ ປະຊາຊົນ ສໍາລັບທ່ານແລ້ວຕ້ອງມາກ່ອນສະເໝີ. ປະທານ ສຸພານຸວົງ ຢືນຢົງຢູ່ໃນດວງໃຈຂອງພວກເຮົາຕະຫຼອດໄປ.