Saturday, 27 July 2024

ພິທີມອບ-ຮັບ ຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

ການນໍາ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ເຂົ້າຮ່ວມໃນພິທີມອບ-ຮັບ ຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຫຼັງໃໝ່
ໂຄງການຫຼໍ່ຮູບຈຳລອງ ປະທານ ໄກສອນ ພົມວິຫານ ມີຂະໜາດລວງສູງ 7,50 ແມັດ ເຊິ່ງເປັນໂຄງການລັດຖະບານ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບເປັນຜູ້ຮັບຜິດຊອບໂດຍກົງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ.ສ ຫວຽດນາມ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບຫວຽດນາມກະຊວງ ປກສ ແຫ່ງ ສສ ຫວຽດນາມ ລວມມູນຄ່າທັງໝົດ 3.500,000,000 ກີບ (ສາມຕື້ຫ້າຮ້ອຍລ້ານກີບ) ຈຸດປະສົງກໍ່ເພື່ອເປັນການຈາລຶກຄຸນງາມຄວາມດີ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດ ຂອງຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ພ້ອມກັນຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດອັນສະຫຼາດສ່ອງໃສ, ຄວາມກະຕັນຍູຮູ້ບຸນຄຸນ, ແລະ ຜົນງານອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ. ຄຽງຄູ່ກັນນັ້ນ ເພື່ອສະແດງເຖິງຈຸດຢືນ ແລະ ຂໍປະຕິຍານ ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຂອງນັກສຶກສາເຂົ້າໃໝ່ ຮຸ່ນສືບທອດ ແລະ ພ້ອມກັນສືບຕໍ່ປົກປັກຮັກສາມູນເຊື້ອອັນປະເສີດ ແລະ ອຸດົມການຂອງທ່ານ ປະທານໄກສອນ ພົມວິຫານ ໃນການຊີ້ນໍາ-ນໍາພາ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ ແລະ ມີຫົວຄິດປະດິດສ້າງ, ມີຄວາມຮູ້, ຄວາມສາມາດ, ນຳພາກຳລັງປ້ອງກັນຄວາມ ສະຫງົບ ກ້າວຂຶ້ນທັນຍຸກສະໄໝໃໝ່ ສົມກັບຄວາມມຸ້ງມາດປາຖະໜາ ແລະ ຄວາມເປັນຫວ່ງເປັນໃຍຂອງປະທານ ໄກສອນ ພົມວິຫານ ໃຫ້ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາ ຕະຫຼອດໄປ.ໂຄງການຫຼໍ່ຮູບຈຳລອງ ປະທານ ໄກສອນ ພົມວິຫານ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 15ມີນາ 2023 ເປັນຕົ້ນມາ. ບັນດານາຍຊ່າງວິຈິດສິນ ໄດ້ສຸມສະຕິປັນຍາຄົ້ນຄວ້າອອກແບບໃຫ້ຖືກຕ້ອງ ຕາມສັດສ່ວນ, ເອກະລັກຈຸດພິເສດຂອງ ປະທານ ໄກສອນ ພົມວິຫານ. ເຊິ່ງນັບຕັ້ງແຕ່ງມື້ເລີ່ມຕົ້ນຈົນມາຮອດປະຈຸບັນໂຄງການດັ່ງກ່າວແມ່ນສໍາເລັດ 100 % ແລະ ນໍາມາປະດິດສະຖານຢູ່ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ,