Saturday, 27 July 2024

ພິທີປະກາດການຈັດຕັ້ງ

   

ທີ່ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 /05/2025 ເວລາ 02:00 ໂດຍການເປັນປະທານ ຂອງທ່ານ ປອ ຄໍາຜາ ພິມມະສອນ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ໂດຍມີບັນດາ ຄະນະພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາພອນ ສຸວັນນະແສງ ຫົວໜ້າກົມຈັດຕັ້ງໄດ້ຂຶ້ນຜ່ານຂໍ້ຕົກລົງ, ເລື່ອນຫົວໜ້າພະແນກເປັນຮອງກົມຈໍານວນ 1 ທ່ານ, ເລື່ອນຮອງພະແນກເປັນຫົວໜ້າພະແນກຈຳນວນ 1 ທ່ານ, ທັງນີ້ກໍເພື່ອຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງໃນປັດຈຸບັນ.
ທ່ານ ປອຄໍາຜາ ພິມມະສອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ, ພ້ອມກັນນັ້ນກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເພື່ອສືບຕໍ່ຊີ້ນຳນຳພາວຽກງານຂອງຕົນໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ແນໃສ່ປະກອບສ່ວນສຳຄັນເຂົ້າໃນພາລະກິດຂອງພັກຂອງຊາດ, ສືບຕໍ່ຈັດຕັ້ງປະຕິບັດວຽກງານຕ່າງໆຂອງຫ້ອງວ່າການສູນກາງພັກ ເພື່ອຫັນເປັນແຜນວຽກລະອຽດ ແລະ ວຽກງານອື່ນໆອີກ.