Saturday, 27 July 2024

ພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດກະກຽມຂໍ່ານັບຮັບຕ້ອນ ວັນສ້າງຕັ້ງແມ່ຍິງລາວຄົບຮອບ 68 ປີ 20 ກໍລະກົດ 1955-20 ກໍລະກົດ 2023.
ຕອນເຊົ້າ ວັນພະຫັດ ວັນທີ 27 ກໍລະກົດ 2023 ເວລາ 10:00-11:20 ໄດ້ມີຄະນະ ຜູ້ແທນສະຫະພັນແມ່ຍິງຮາກຖານພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ນຳພາໂດຍ ທ່ານ ນາງ ບ໋ອບບີ ແກ້ວຄຳດີ ຫົວໜ້າໜ່ວຍສະຫະພັນແມ່ຍິງຮາກຖານ, ຫົວໜ້າຂະແໜງຄົ້ນຄວ້າ-ສັງລວມ ພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນພ້ອມດ້ວຍຄະນະໄດ້ເຂົ້າມາທ່ຽວຊົມ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ທີ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຢ່າງເປັນຂະບວນພົດພື້ນ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ