Saturday, 27 July 2024

ພວກເຮົາຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຊີ້ນໍານໍາພາຂອງພັກ ປະຊາຊົນປະຕິວັດລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ( ລະນຶກວັນສ້າງຕັ້ງພັກ ປ ປ ລາວ 22 ມີນາ 1955 – 22 ມີນາ 2022 )

 

        ພັກປະຊາຊົນປະຕິວັດລາວ ຍາມໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົ້ນຊັ້ນກໍາມະກອນ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ, ຕ້ານແນວຄິດອາດຍາສິດ, ສໍ້ລາດບັງຫຼວງ, ແນວຄິດເອກະຊົນ, ຈຸ້ມເຈື້ອເຊື້ອສາຍ, ທ້ອງຖິ່ນ. ສວຍໃຊ້ໜ້າທີ່ຕໍາແໜ່ງ, ຫຼິ້ນກິນຟູມເຟືອຍ ແລະ ອື່ນໆ.

ບໍ່ວ່າຢູ່ໃນໄລຍະການຕໍ່ສູ້ປົດປ່ອຍຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກຍາມໃດກໍຮູ້ສົມທົບກັບລັດທິສາກົນກໍາມະຊີບ, ສົມທົບກໍາລັງແຮງຂອງຊາດກັບກໍາລັງແຮງຂອງຍຸກສະໄໝຍາດເອົາໄຊຊະນະໃຫ້ການປະຕິວັດຂອງປະເທດ ແລະ ບັນດາປະຊາຊາດໃນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ພັກຍາມໃດກໍໄດ້ກິ້ງເກືອກລີເລືອເອົາຕົວເຈືອຈານເຂົ້າໃນໝູ່ມະຫາຊົນ. ສົນໃຈຟັງຄວາມຄິດຄວາມເຫັນ ແລະ ຄວາມມຸ້ງມາດປາດຖະໜາທຸກຢ່າງຂອງມະຫາຊົນ, ຮັບໃຊ້ມະຫາຊົນຢ່າງສຸດອົກສຸດໃຈ, ຊອກຮູ້ ແລະ ເອົາໃຈໃສ່ເປັນຫ່ວງເປັນໃຍນໍາຊີວິດການເປັນຢູ່ວັດຖຸ ແລະ ຈິດໃຈຂອງມະຫາຊົນ, ພ້ອມກັນນັ້ນກໍໄດ້ອອກແຮງໂຄສະນາສຶກສາອົບຮົມ, ຈັດຕັ້ງມະຫາຊົນ, ປຸກລະດົມມະຫາຊົນຢ່າງເນືອງນິດລຽນຕິດໃຫ້ການສະໜັບສະໜູນ ແລະ ປະຕິບັດທຸກແນວທາງແຜນນະໂຍບາຍຂອງພັກ ແລະ ລັດ.

ໃນຂະບວນວິວັດແຫ່ງການກໍ່ສ້າງພັກ, ພັກໄດ້ເອົາໃຈໃສ່ທັງ 3 ດ້ານ: ດ້ານການເມືອງ, ແນວຄິດ ແລະ ດ້ານການຈັດຕັ້ງ ມີການສົມທົບທັງ 3 ດ້ານ ນັ້ນຢ່າງແໜ້ນແຟ້ນ, ທາງດ້ານການເມືອງແມ່ນເອົາການກໍານົດລັກສະນະນໍາໜ້າ ແລະ ທາດແທ້ຂອງຊົນຊັ້ນກໍາມະກອນ, ເອົາການກໍານົດແນວທາງຂອງພັກໃນແຕ່ລະໄລຍະຂອງການປະຕິວັດເປັນກົກ. ຍ້ອນວ່າມີແນວທາງການເມືອງອັນຖືກຕ້ອງຈຶ່ງມີທິດທາງການຈັດຕັ້ງ ແລະ ທິດທາງວຽກງານແນວຄິດຖືກຕ້ອງ, ວຽກງານແນວຄິດ ແລະ ການຈັດຕັ້ງຖືກຕ້ອງຈຶ່ງຮັບປະກັນໃຫ້ແກ່ການວາງແນວທາງການເມືອງຖືກຕ້ອງ.

ພັກເຮົາໄດ້ຖືເປັນສໍາຄັນການຍົກສູງຄຸນນະພາບຂອງໜ່ວຍພັກ, ເອົາໃຈໃສ່ສຶກສາອົບຮົມຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມສາມາດ ແລະ ຄຸນສົມບັດຂອງສະມາຊິກພັກ.  ພັກເຮົາຍາມໃດກໍຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ ແລະ ຫຼັກການນໍາພາເປັນໝູ່ຄະນະທັງເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງລັດ ແລະ ມະຫາຊົນເປັນບັນຫາສໍາຄັນຕາມແນວທາງພັກນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າເຂົ້າໃນການຊີ້ນໍາຂອງພັກ.

ຜ່ານຂະບວນວິວັດແຫ່ງການຝຶກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດອັນຂ້ຽວຂາດລໍາບາກຍາວນານນັ້ນ ໄດ້ມີແກ່ນສານນໍາພາທີ່ກ້າແກ່ນ ແລະ ຊໍານິຊໍານານ ເກີດຂຶ້ນໃນພັກເຮົາໄດ້ຫຼາຍລຸ້ນຄົນມາແລ້ວທີ່ເຕັມໄປດ້ວຍຄວາມສາມັກຄີ. ຂອງຄວາມເປັນເອກະພາບອັນໜຶ່ງອັນດຽວໃນທົ່ວພັກຕະຫຼອດມາຖືກ ຫຼື ຜິດກໍເວົ້າກັນ, ພ້ອມກັນປ່ຽນແປງພ້ອມກັນແກ້ໄຂໃຫ້ຖືກຕ້ອງ.

ພັກຍາມໃດກໍໄດ້ເລືອກເຟັ້ນ, ເຝິກຝົນຫຼໍ່ຫຼອມ ແລະ ສ້າງຖັນແຖວພະນັກງານຫຼັກແຫຼ່ງໃນຂະແໜງການຕ່າງໆໃຫ້ມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ຕໍ່ພາລະກິດປະຕິວັດອັນໄດ້ເຮັດໃຫ້ພັກເຮົາຍິ່ງຍືນນານເທົ່າໃດກໍ່ຍິ່ງໜຸ່ມແໜ້ນ ແລະ ມີຄວາມຮູ້ຄວາມສາມາດສູງຂຶ້ນ, ເພື່ອເຮັດໃຫ້ພັກເປັນຄັນທຸງນໍາພາ ພາລະກິດປ່ຽນແປງໃໝ່ສໍາເລັດຜົນ, ພັກເຮົາຍາມໃດກໍເອົາໃຈໃສ່ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທັງທາງດ້ານການເມືອງ,ແນວຄິດ ແລະ ການຈັດຕັ້ງ. ຖືອັນນັ້ນເປັນໜ້າທີ່ໃຈກາງຂອງການປະຕິວັດ. ພັກໄດ້ເອົາໃຈໃສ່ກໍ່ສ້າງ ແລະ ບູລະນະພັກຢ່າງບໍ່ຢຸດຢັ້ງແນໃສ່ຍົກສູງລະດັບສະຕິປັນຍາ, ຄຸນທາດການເມືອງ, ເພີ່ມທະວີກໍາລັງແຮງສູ້ຮົບຂອງສະມາຊິກພັກແຕ່ລະຄົນ ແລະ ແຕ່ລະການຈັດຕັ້ງພັກ, ກໍາແໜ້ນສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນເຜົ່າຕ່າງໆ, ເຊື່ອໝັ້ນ ແລະ ອີງໃສ່ປະຊາຊົນ ເພື່ອສ້າງຄວາມເຂັ້ມແຂງຂອງຕົນເອງ.

ໃນເງື່ອນໄຂພັກກໍາອໍານາດ, ເສດຖະກິດປະເທດເຮົາເຄື່ອນເໜັງໄປຕາມກົນໄກຕະຫຼາດ, ການເປີດປະຕູ ແລະ ການເຊື່ອມຕົວທາງດ້ານເສດຖະກິດສາກົນ, ຍິ່ງກວ່ານັ້ນບັນດາອິດທິກໍາລັງປໍລະປັກພັດຊອກທຸກວິທີທາງເພື່ອປະຕິບັດກົນອຸບາຍ “ ຫັນປ່ຽນໂດຍສັນຕິ “ ພວກເຂົາຊອກທຸກວິທີທາງເພື່ອເຮັດໃຫ້ພັກເຮົາອອ່ນແອລົງ ສະນັ້ນບັນຫາທີ່ເປັນຂໍກຸນແຈ, ບັນຫາເປັນຕາຍຂອງລະບອບ ແລະ ຂອງພັກເຮົານັ້ນແມ່ນຈະຕ້ອງໄດ້ຕັ້ງໜ້າກໍ່ສ້າງ ແລະ ບູລະນະແນວທາງປ່ຽນແປງ

ໃໝ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເຮັດໃຫ້ກໍາລັງທຸກດ້ານມີຄວາມເຂັ້ມແຂງ, ມີຄວາມສາມາດພຽງພໍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການປະຕິວັດໃນໄລຍະໃໝ່. ພັກຕ້ອງຍົກສູງຄວາມສາມາດນໍາພາອໍານາດການປົກຄອງ, ເຮັດໃຫ້ອໍານາດການປົກຄອງໄດ້ເສີມຂະຫຍາຍທາດແທ້ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ກໍ່ສ້າງກົງຈັກລັດໃຫ້ມີຄວາມປອດໃສຂາວສະອາດຢ່າງແທ້ຈິງ. ພ້ອມນີ້ກໍຕ້ອງຕ້ານທຸກປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງຂອງພັກ-ລັດ ແລະ ມະຫາຊົນທັງດ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ອາດຍາສິດ. ຍົກສູງປະສິດທິຜົນ ແລະ ກໍາລັງແຮງແຫ່ງການບໍລິຫານຂອງລັດໃຫ້ສູງຂຶ້ນ. ຕ້ອງປ່ຽນແປງໃໝ່ແບບວິທີນໍາພາຂອງພັກຕໍ່ອໍານາດການປົກຄອງຂັ້ນຕ່າງໆກໍຄືທັງໝົດລະບົບການເມືອງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ລະບົບການເມືອງມີຄວາມປອດໃສ ແລະ ເຂັ້ມແຂງ.

ເພື່ອສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງປ່ຽນແປງໃໝ່ແນໃສ່ນໍາເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍແຫ່ງຄວາມຈະເລີນວັດທະນາດ້ວຍ

ຖ່ວງທ່າອັນໜັກແໜ້ນ ແລະ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງນັ້ນ. ພວກເຮົາພະນັກງານສະມາຊິກພັກທຸກຄົນຕ້ອງຍົກສູງຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກດ້ານ ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກ

ແໜ້ນ. ຕ້ອງເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນບັນຫາທີ່ຕ້ອງແກ້ໄຂ ຕິດພັນກັບການກໍານົດໃຫ້ໄດ້ໜ້າທີ່ວຽກງານທີ່ຕ້ອງເຮັດໃຫ້ຈະແຈ້ງແນໃສ່ແກ້ໄຂບັນຫາຕົວຈິງ ດ້ວຍການປຸກລະດົມໃຫ້ເກີດຂະບວນການຕົວຈິງຂອງມະຫາຊົນ ພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງນໍາພາຊີ້ນໍາໂດຍກົງ. ເອກະພາບ ແລະ ແຂງແຮງຈາກບັນດາອົງການ ການນໍາຂັ້ນຍຸດທະສາດຂອງພັກຈົນເຖິງຄະນະພັກ ແຕ່ລະຂັ້ນຕໍ່ທຸກພາກສ່ວນຂອງລະບົບການເມືອງ. ສົມທົບຢ່າງແໜ້ນແຟ້ນລະຫວ່າງການເຊີດຊູຄວາມຮັບຜິດຊອບການເມືອງ ແລະ ສະຕິເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ນໍາພາທຸກບ່ອນກັບການປະຕິບັດ ບັນດາມາດຕະການຕົວຈິງເພື່ອຮັບປະກັນຄວາມຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ, ສົ່ງເສີມຢ່າງແຂງແຮງຕໍ່ພະນັກງານທີ່ມີຄວາມຮູ້, ຄວາມສາມາດຄົ້ນຄິດ, ປະດິດສ້າງ ແລະ ກ້າເຮັດ, ກ້າຮັບຜິດຊອບ ຕາມຂອບເຂດສິດ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ. ພ້ອມກັນນັ້ນກໍຕ້ອງເພີ່ມທະວີຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງລະບຽບວິໄນຢູ່ພາຍໃນພັກ, ຮັບປະກັນແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຕົງຈຸດ ແລະ ເປັນລະບົບ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກໃນທຸກການເຄື່ອນໄຫວວຽກງານ ແລະ ການດໍາລົງຊີວິດ ເຮັດໃຫ້ມີຄວາມປອດໃສຂາວສະອາດ. ປັບປຸງແບບແຜນນໍາພາຂອງພັກຕາມທິດເສີມຂະຫຍາຍມະຫາຊົນອັນເປັນມູນເຊື້ອທີ່ດີງາມຂອງພັກເຮົາ. ພ້ອມກັນນັ້ນກໍຕ້ອງເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກກໍາຈັດປັດເປົ່າແບບແຜນອາດຍາສິດ, ອັດຕະວິໄສ ແລະ ໄດ້ແຕ່ຮູບການ. ເພື່ອຮັບປະກັນຄວາມເຊື່ອໝັ້ນ, ການສະໜັບສະໜູນ ແລະ ການເຂົ້າຮ່ວມທົ່ວປວງຊົນ.

ເອົາໃຈໃສ່ບໍາລຸງສ້າງຖັນແຖວພະນັກງານທັງດ້ານຄຸນສົມບັດ, ຄວາມຮູ້ຄວາມສາມາດ, ປັບປຸງ ແລະ ເພີ່ມທະວີຫຼັກໝັ້ນການເມືອງໃຫ້ໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ມີນໍ້າໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ມີແບບແຜນດໍາລົງຊີວິດ ແລະ ກ້າວໜ້າ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນ ແລະ ເຄົາລົບກົດໝາຍໄປຄຽງຄູ່ກັນນັ້ນກໍຕ້ອງເພີ່ມທະວີ ແລະ ຍົກສູງຄຸນນະພາບຂອງວຽກງານກວດກາດ້ວຍການຄົ້ນຄວ້າວາງລະບຽບການ ແລະ ກົນໄກອັນລະອຽດເປັນລະບົບເພື່ອປະຕິບັດການກວດກາຕໍ່ການຈັດຕັ້ງ, ຕໍ່ບຸກຄົນ ການກວດກາລະຫວ່າງການຈັດຕັ້ງດ້ວຍກັນກໍຄືການກວດກາຂອງຂັ້ງເທິງຕໍ່ຂັ້ນລຸ່ມ ແລະ ຂັ້ນລຸ່ມຕໍ່ຂັ້ນເທິງໃຫ້ປົກກະຕິ, ປະສານສົມທົບການກວດກາຂອງພັກ, ຂອງລັດ ແລະ ການກວດກາຂອງປະຊາຊົນໃຫ້ເໝາະສົມກົມກຽວ, ປະຕິບັດລະບຽບກວດກາເພື່ອສະກັດກັ້ນ, ກວດກາເພື່ອສົ່ງເສີມ ແລະ ຂະຫຍາຍອັນຕັ້ງໜ້າ ແລະ ປັດໄຈໃໝ່.

ເຖິງວ່າສະພາບການສາກົນໄດ້ມີການຜັນແປໄປຢ່າງສະຫຼັບສັບຊ້ອນ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ຍັງສືບຕໍ່ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດເຮົົາຍັງມີຄວາມຫຍຸ້ງຍາກຫຼາຍປະການກໍຕາມ ແຕ່ຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ມີສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ໄດ້ມີຄວາມຕັດສິນໃຈສູງ ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນໃນການນໍາພາພາລະກິດປະຕິວັດຂອງປະເທດເຮົາໄປຕາມທິດທາງຈຸດໝາຍທີ່ພັກເຮົາວາງໄວ້. ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນໃນພາລະກິດການປະຕິວັດໃນໄລຍະໃໝ່. ທັງໝົດເລົ່ານັ້ນແມ່ນແນໃສ່ເສີມຂະຫຍາຍມູນເຊື້ອທີ່ໄດ້ມີຜ່ານມາແລ້ວ 67 ປີ ແຫ່ງການຊີ້ນໍາ-ນໍາພາຂອງພັກ.

 

ໂດຍ: ທ່ານ ນ ພອນລັດສະໜີ ພິມມະສອນ