Saturday, 27 July 2024

ປະຊຸມທາບທາມເອົາຮອງຫົວໜ້າກົມ

 

ໃນຕອນເຊົ້າຂອງ ວັນພຸດ ທີ 31 ສິງຫາ 2022 ເວລາ 08 ໂມງ 30 ນາທີ ທີ່ຫ້ອງປະຊຸມກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນໍາປະຕິວັດ ໄດ້ເປີດກອງປະຊຸມທາບທາມເອົາຮອງຫົວໜ້າກົມຄົນໃໝ່ ເຊິ່ງໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ຄໍາຜາ ພິມມະສອນ ຮອງເລຂາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຜູ້ຊີນໍາວຽກງານ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນໍາປະຕິວັດ ມີຄະນະກົມ, ຄະນະພະແນກ, ຄະນະກໍາມະການທາບທາມທີ່ມາຈາກຫ້ອງວ່າການສູນກາງພັກ ແລະ ພະນັກງານວິຊາການພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.