Wednesday, 24 April 2024

ບົດໂອ້ລົມຂອງທ່ານ ຄໍາໄຕ ສີພັນດອນ ຕໍ່ກອງປະຊູມວຽກງານພະນັກງານທົ່ວປະເທດ ວັນທີ 7 ສິງຫາ 1995

ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຜ່ານການກະກຽມຢ່າງເຄັ່ງຮ້ອນມາໃນໄລຍະໜຶ່ງ, ກອງປະຊຸມວຽກງານພະນັກງານທົ່ວປະເທດຂອງພວກເຮົາກໍ່ໄດ້ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຂອງບັນດາສະຫາຍຄັ້ງນີ້, ເປັນກອງປະຊຸມເທື່ອທຳອິດທີ່ເວົ້າສະເພາະວຽກງານພະນັກງານ, ແນ່ນອນໃນມະຕິຕ່າງໆຂອງພັກ ກໍ່ໄດ້ວາງທິດທາງໜ້າທີ່ ກ່ຽວກັບການກໍ່ສ້າງພະນັກງານ, ແຕ່ເທື່ອນີ້ເປັນກອງປະຊຸມສະເພາະ, ເຊິ່ງໄດ້ໄຂຂຶ້ນໃນໄລຍະເວລາທີ່ທົ່ວພັກ, ທົ່ວປວງຊົນເຮົາພວມແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດອັນສໍາຄັນຂອງຊາດ ແລະ ຂອງພັກ.

ທົບທວນຄືນໄລຍະທີ່ຜ່ານມາ, ພວກເຮົາມີຄວາມເອກອ້າງ ທະນົງໃຈ ທີ່ເຫັນວ່າວຽກງານພະນັກງານໄດ້ມີການຫັນປ່ຽນດີຂຶ້ນເທື່ອລະກ້າວ, ຖັນແຖວພະນັກງານໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ສົ່ງຜົນກະທົບອັນຕັ້ງໜ້າເຂົ້າ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍ່ຄືພາລະກິດການປ່ຽນແປງໃໝ່ ເຮັດໃຫ້ປະເທດຊາດຂອງພວກເຮົາມີການປ່ຽນແປງໃນທຸກດ້ານ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າສ່ວນຫຼວງຫຼາຍ ໄດ້ຮັບການປັບປຸງປົວແປງໃຫ້ດີຂຶ້ນກ່ວາເກົ່າ.

ຄະນະພັກທຸກຂັ້ນ ແລະ ຜູ້ຮັບຜິດຊອບວຽກງານພະນັກງານຂອງພວກເຮົາຢູ່ແຕ່ລະ ຂະແໜງ

ການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສບໍາລຸງສ້າງ, ເຝິກອົບຮົມ, ທົດສອບຖັນແຖວພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກຕື່ນຕົວທາງດ້ານການເມືອງ, ມີນໍ້າໃຈຮັກຊາດ ແລະ ມີອຸດົມຄະຕິທີ່ຖືກຕ້ອງ ເພື່ອສືບທອດພາລະກິດປະຕິວັດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ພັກ ແລະ ລັດຖະບານມີຄວາມປິຕິຊົມຊື່ນ ທີ່ເຫັນຖັນແຖວພະນັກງານເຮົາໃນປະຈຸບັນສ່ວນຫຼວງຫຼາຍ ຍັງມີຄວາມຈົງຮັກພັກດີຕໍ່ພັກ, ຕໍປະເທດຊາດ ຍັງຮັກສາໄດ້ທັດສະນະຫຼັກໝັ້ນ ຄຸນສົມບັດສິນທຳປະຕິວັດອັນເປັນມູນເຊື້ອຂອງຕົນ, ຍັງພົວພັນຢ່າງໃກ້ຊິດຕິດແທດກັບມະຫາຊົນ.

ພະນັກງານຂັ້ນນໍາຍຸດທະສາດຂອງພວກເຮົາຍັງເປັນປຶກແຜ່ນແໜ້ນໜາ, ສາມັກຄີ ເປັນເອກະພາບກັນ ບົນພື້ນຖານແນວທາງການເມືອງຂອງພັກ ແລະ ຜົນປະໂຫຍດລວມຂອງ ຊາດ, ເປັນຫົວສະໝອງ, ເປັນກອງນຳໜ້າ ແລະ ເປັນຫຼັກແຫຼ່ງທີ່ໜັກແໜ້ນໃຫ້ແກ່ພາລະກິດປະຕິວັດສະເໝີມາ.

ຖັນແຖວພະນັກງານປະຕິວັດຈຳນວນບໍ່ໜ້ອຍ ທີ່ເຄີຍໄດ້ເຝິກຝົນທົດສອບຜ່ານແປວໄຟແຫ່ງການຕໍ່ສູ້ອັນທໍລະຫົດດຸເດືອດ ໃນໄລຍະການຕໍ່ສູ້ກູ້ຊາດນັ້ນ, ມາໃນປະຈຸບັນຍັງສືບຕໍ່ຮັກສາມູນເຊື້ອທີ່ເປັນຫຼັກແຫຼ່ງຂອງຕົນໄວໄດ້ຢ່າງໝັ້ນຄົງ. ຫຼາຍຄົນໄດ້ຕັ້ງໜ້າພະຍາຍາມສຶກສາຮໍ່າຮຽນເອົາຄວາມຮູ້ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ຄຸ້ມຄອງສັງຄົມ, ຍົກລະດັບຄວາມສາມາດ ແລະ ພັດທະນາຕົນເອງໃຫ້ທຽບທັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງພາລະກິດການສ້າງສາພັດທະນາປະເທດຊາດໃນເງື່ອນໄຂໃໝ່.

ຕະຫຼອດໄລຍະທີ່ຜ່ານມາພວກເຮົາໄດ້ເອົາໃຈໃສ່ຢ່າງບໍ່ລົດລະ ໃນການບຳລຸງ-ສ້າງພະນັກງານ

ໜຸ່ມນ້ອຍ ແລະ ພະນັກງານວິຊາການໃນຫຼາຍສາຂາວິຊາທີ່ແຕກຕ່າງກັນໃນຖັນແຖວລູກຫຼານຂອງຊາວຜູ້ອອກແຮງງານບັນດາເຜົ່າ, ນັບທັງການກໍ່ສ້າງຢູ່ພາຍໃນ ແລະ ສົ່ງໄປກໍ່ສ້າງຢູ່ຕ່າງປະເທດ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ໄດ້ຫຼາຍພໍສົມຄວນ ເຊິ່ງໄດ້ກາຍເປັນທຶນຮອນອັນປະເສີດ ແລະ ໜໍ່ແໜງສືບທອດໃຫ້ແກ່ພາລະກິດ ປະຕິວັດໃນສະເພາະໜ້າ ແລະ ຍາວນານ.

ແຕ່ເຖິງຢ່າງໃດກໍ່ດີ, ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດການປ່ຽນແປງໃໝ່ ແລະ ໜ້າທີ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດແລ້ວ ເຫັນວ່າ ພວກເຮົາຍັງຈະຕ້ອງໄດ້ບຸກບືນຂຶ້ນຕື່ມອີກ, ເປັນຕົ້ນແມ່ນບັນຫາຫຼັກໝັ້ນທັດສະນະການເມືອງ, ລະດັບການກຳແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະດັບຄວາມຮູ້, ຄວາມສາມາດໃນການຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມຂອງຖັນແຖວພະນັກງານເຮົາ.

ສ່ວນຫຼາຍຍັງມີຄວາມຈຳກັດ ແລະ ເມື່ອກ້າວເຂົ້າສູ່ກົນໄກຕະຫຼາດພວກເຮົາຍິ່ງເຫັນແຈ້ງ ກ່ຽວກັບບັນຫາດັ່ງກ່າວ. ປະຈຸບັນ, ພະນັກງານຂອງພວກເຮົາມີຫຼາຍພໍສົມຄວນ, ແຕ່ຄວາມໜັກແໜ້ນທາງດ້ານການເມືອງຍັງອ່ອນ. ພະນັກງານວິຊາການເຮົາມີຫຼາຍ, ແຕ່ພັດຍັງຂາດນັກວິຊາການເກັ່ງ ແລະ ຜູ້ທີ່ຊໍານານງານໃນຂົງເຂດວຽກງານຕ່າງໆ. ເບິ່ງເລິກໄປແລ້ວ, ພວກເຮົາຍັງຕົກໃນສະພາບທັງຂາດ, ທັງເຫຼືອພະນັກງານ, ຍ້ອນຄຸນນະພາບຍັງອ່ອນ.

ນອກນັ້ນ, ການຈັດວາງຊັບຊ້ອນກຳລັງພະນັກງານທີ່ມີຢູ່ໃນປະຈຸບັນກໍ່ຍັງບໍ່ທັນສອດຄ່ອງ,ພະນັກງານສ່ວນຫຼວງຫຼາຍເຕົ້າໂຮມຢູ່ສູນກາງ, ເຊິ່ງຫຼາຍຂະແໜງການ, ຫຼາຍບ່ອນພະນັກງານເຫຼືອວຽກ,ແຕ່ໃນເວລາດຽວກັນນັ້ນຢູ່ທ້ອງຖິ່ນຕ່າງໆ, ເປັນຕົ້ນແມ່ນຢູ່ໃນຂັ້ນ ເມືອງ, ຂັ້ນບ້ານຍັງມີສະພາບຂາດເຂີນພະນັກງານນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງ ໜັກໜ່ວງ.

ບັນຫາທີ່ໜ້າວິຕົກ, ແມ່ນສະພາບແລ່ນນຳຜົນປະໂຫຍດສ່ວນຕົວ, ສວຍໂອກາດ ໂລບມາກໂລພາ, ສໍ້ລາດບັງຫຼວງໄດ້ເກີດຂຶ້ນ ແລະ ແຜ່ລາມໃນຖັນແຖວພະນັກງານເຮົາຢູ່ໃນຫຼາຍຂຶ້ນ, ຫຼາຍຂະ

ແໜງການ ແລະ ຫຼາຍທ້ອງຖິ່ນ ໃຜກໍາອັນໃດແມ່ນສວຍໂອກາດເອົາອັນນັ້ນ, ເຮັດໃຫ້ເງິນຄໍາຊັບສົມບັດຂອງລັດ, ຂອງລວມໝູ່ຕົກເຮ່ຍເສຍຫາຍເປັນຈຳນວນບໍ່ໜ້ອຍ ອັນນີ້ບໍ່ພຽງແຕ່ຈະເປັນການຫຼຸດຖອຍທາງດ້ານຄຸນທາດຂອງພະນັກງານເທົ່ານັ້ນ, ແຕ່ມັນຍັງເປັນໄພອັນຕະລາຍຂົ່ມຂູ່ຄວາມເປັນເອກະພາບພາຍໃນພວກເຮົາ, ເຮັດໃຫ້ມີຜົນສະທ້ອນບໍ່ດີເຖິງບົດບາດການນຳພາຂອງພັກ, ກໍ່ຄືການຍືນຍົງຄົງຕົວຂອງລະບອບໃໝ່ ດັ່ງນັ້ນ, ຕ້ອງໄດ້ພ້ອມກັນຄົ້ນຄິດກ່ຽວກັບບັນຫານີ້ໃຫ້ເລິກເຊິ່ງ ເພື່ອວາງລະບຽບການ, ຊອກຫາວິທີການ, ມາດຕະການເພື່ອຈຳກັດປັດເປົ່າ ແລະ ຕັດສິນໃຈແກ້ໄຂຢ່າງເດັດຂາດ, ເຂັ້ມງວດ, ເພື່ອຮັກສາຄວາມຜ່ອງໃສຂອງພັກ, ແລະ ລະບອບໃໝ່ຂອງພວກເຮົາ.

ກ່ຽວກັບວຽກງານພະນັກງານ, ຜ່ານມາເຖິງວ່າໄດ້ມີຄວາມພະຍາຍາມ ຮັບໃຊ້ ໜ້າທີ່ການເມືອງຂອງພັກ, ແຕ່ເບິ່ງລວມແລ້ວ, ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງພາລະກິດປ່ຽນແປງໃໝ່, ຍັງມີຫຼາຍອັນອ່ອນ ແລະ ເປັນຂອດວຽກທີ່ຕົກໃນສະພາບອ່ອນແກ່ຍາວ, ການຄົ້ນຄວ້າຜັນຂະຫຍາຍທັດສະນະ, ແນວຄິດຕ່າງໆ ກ່ຽວກັບບັນຫາພະນັກງານຂອງພັກ ເພື່ອວາງເປັນແຜນນະໂຍບາຍຊີ້ນໍາການເຄື່ອນໄຫວຕົວຈິງ ຍັງຊັກຊ້າ. ມາເຖິງປະຈຸບັນ, ພວກເຮົາຍັງບໍ່ທັນມີແຜນການົດການກໍ່ສ້າງພະນັກງານ, ໝາຍວ່າຂາດແຜນຍາວນານ, ຍຸດທະສາດກ່ຽວກັບພະນັກງານ. ດັ່ງນັ້ນ, ໃນການເຮັດຜ່ານມາຈິ່ງມີລັກສະນະຕາບຈູນ ແລະ ຕົກໃນທ່າຮັບ, ແລ່ນນຳການແກ້ບັນຫາແບບບໍ່ແລ້ວເປັນຈັກເທື່ອ, ອັນພາໃຫ້ແກ້ບັນຫາບໍ່ຕົກ ແລະ ນັບມື້ນັບຫຍຸ້ງຍາກ ແລະ ໜັກຂຶ້ນຊັກໃຊ້, ຈະເລືອກພະນັກງານໃສ່ ຕໍາແໜ່ງຕ່າງໆກໍ່ຍາກ, ຢູ່ສູນກາງກໍ່ຍາກ, ຢູ່ທ້ອງຖິ່ນກໍ່ຍາກ, ຈະສັບຊ້ອນຈັດວາງກຳລັງພະນັກງານຄືນໃໝ່ກໍ່ຍາກ ແລະ ຍັງມີຫຼາຍບັນຫາ.

ລະບົບນະໂຍບາຍຕ່າງໆກ່ຽວກັບພະນັກງານບໍ່ທັນໄດ້ຮັບການຫັນປ່ຽນໃຫ້ທັນກັບກົນໄກຄຸ້ມຄອງໃໝ່ ການກຳນົດລະບອບລະບຽບການກ່ຽວກັບພະນັກງານບໍ່ໄດ້ຮັບການເອົາໃຈໃສ່ ເທົ່າທີ່ຄວນ ແລະ ອັນມີແລ້ວກໍ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ເຂັ້ມງວດ. ເບິ່ງສະເພາະສູ່ມື້ນີ້, ຈະແມ່ນການກຳນົດມາດຖານພະນັກງານ, ການວາງລະບອບນະໂຍບາຍ ຕໍ່ພະນັກງານ, ລະບຽບການເອົາຄົນເຂົ້າ-ອອກ, ປົດຊັ້ນ, ຂຶ້ນຕຳແໜ່ງ, ຍ້ອງຍໍ, ລົງວິໄນ ແລະ ອື່ນໆກໍ່ລ້ວນແຕ່ຍັງຂາດໆເຂີນໆ. ອັນນີ້ ໄດ້ກາຍເປັນຊ່ອງວ່າງເຮັດໃຫ້ເກີດມີສະພາບມະລຸ້ມມະລ້ວຍ ແລະ ປະກົດການຫຍໍ້ທໍ້ຫຼາຍອັນໃນບັນຫາພະນັກງານ. ຕົວຢ່າງຕ່າງໆຄືບັນດາສະຫາຍເຫັນຫັ້ນແລ້ວ, ເຮັດຫຍັງກໍ່ຫຍຸ້ງຍາກ ຍ້ອນບໍ່ມີລະບຽບການອັນຈະແຈ້ງ. ຜູ້ເຮັດແທ້ທໍາຈິງກໍ່ສໍ່ານັ້ນ, ບໍ່ມີນະໂຍບາຍກະຕຸກຊຸກຍູ້ສົ່ງເສີມເຂົາ, ຜູ້ບໍ່ເຮັດຫຍັງກໍ່ສໍ່ານັ້ນ, ບໍ່ມີມາດຕະການແກ້ໄຂອັນສອດຄ່ອງທັນການ ຫຼື ຈະເບິ່ງການປະຕິບັດນະໂຍບາຍຕໍ່ພະນັກງານອາວຸໂສ, ພະນັກງານບຳນານກໍ່ຄືກັນ, ເຫັນວ່າຍັງມີຫຼາຍບັນຫາທີ່ສຸດ, ເພາະພວກເຮົາຍັງພາກັນງົມແກ້ໄປຕາມແຕ່ລະກໍລະນີແບບບໍ່ແລ້ວເປັນຈັກເທື່ອ ເຮັດຄືແນວນີ້, ມັນຈະບໍ່ແມ່ນການແກ້ໄຂບັນຫາ, ຊໍ້າບໍ່ໜາໍຍັງຈະພາໃຫ້ພະນັກງານບໍ່ມີຄວາມສະຫງົບ ແລະ ບາງກໍລະນີ ກໍ່ເຮັດໃຫ້ເຂົາເຈົ້າເສຍກຳລັງໃຈມີແນວຄິດຕໍ່ພັກ, ຕໍ່ລັດ, ຖືກພວກຄົນບໍ່ດີສວຍໃຊ້ ແລະ ອື່ນໆ.

ຫຼັກການພັກນຳພາ ແລະ ຄຸ້ມຄອງເປັນເອກະພາບໂດຍກົງກ່ຽວກັບພະນັກງານຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພວກເຮົາຍັງບໍ່ທັນເປັນເຈົ້າການໃນການສ້າງ ແລະ ຄຸ້ມຄອງພະນັກງານໃຫ້ໄປຕາມທິດຊີ້ນຳຂອງພັກ, ທັດສະນະຊົນຊັ້ນໃນບັນຫາພະນັກງານຍັງຖືກຖືເບົາ ແລະ ປ່ອຍປະລະເຫຼີງ, ຈະແມ່ນໃນຂອດເອົາຄົນເຂົ້າເປັນພະນັກງານ, ກໍ່ຄືໃນຂອດກໍ່ສ້າງ ແລະ ຄຸ້ມຄອງພະນັກງານ ກໍ່ລ້ວນແຕ່ມີການລະເຫຼີງ ໃນທັດສະນະດັ່ງກ່າວ. ອັນນີ້ແມ່ນຂໍ້ຄົງຄ້າງໃຫຍ່ທີ່ພວກເຮົາຕ້ອງເອົາໃຈໃສ່ ແກ້ໄຂ ແລະ ຕ້ອງແກ້ໄວ, ເພາະບັນຫາພະນັກງານແມ່ນບັນຫາສ້າງກຳລັງຂອງພັກ. ດັ່ງນັ້ນ, ຈະປະປ່ອຍໃຫ້ສະພາບເອົາຄົນເຂົ້າການຈັດຕັ້ງໂດຍບໍ່ມີການສືບຄົ້ນຄັກແນ່, ເຂົ້າມາແລ້ວບໍ່ມີການກວດກາ, ກໍ່ສ້າງບໍາລຸງເຂົາ, ຫຼື ປ່ອຍໃຫ້ສະພາບໃຜຢາກສົ່ງລູກຫຼານໄປຮຽນໃສ່ກໍ່ໄປ, ໄປຮຽນລະດັບໃດກໍ່ແລ້ວແຕ່ ໂດຍບໍ່ມີການຄຸ້ມຄອງ, ສ້າງມາແລ້ວບໍ່ຢາກຮັບໃຊ້, ແຕ່ພັດຢາກເປັນນາຍ…..ຄືທີ່ຜ່ານມາ ແມ່ນບໍ່ໄດ້ ຈະປະໃຫ້ສະພາບຄືແນວນີ້ແກ່ຍາວແມ່ນຈະເກີດມີບັນຫາຕໍ່ອະນາຄົດຂອງພາລະກິດປະຕິວັດ.

ຂັ້ນຕອນ ແລະ ຂອດວຽກຕ່າງໆໃນວຽກງານພະນັກງານຍັງບໍ່ທັນສົມສ່ວນ ແລະ ບໍ່ຕິດພັນກັນ ການກໍ່ສ້າງບໍ່ຕິດພັນກັບພຶດຕິກໍາຕົວຈິງ ຮຽນແນວໜຶ່ງ, ສະພາບແນວໜຶ່ງ, ສ້າງບໍ່ທັນຮອບດ້ານ ບໍ່ທັນເອົາໃຈໃສ່ການສຶກສາອົບຮົມທາງດ້ານຫຼັກໝັ້ນ, ທັດສະນະ, ດັ່ງນັ້ນ, ກໍ່ສ້າງໄດ້ແຕ່ວິຊາການແຕ່ພັດຂາດພື້ນຖານການເມືອງ-ແນວຄິດ ສ້າງບໍ່ໄປກັບການຄຸ້ມຄອງ ແລະ ປົກປ້ອງພະນັກງານ, ການປະຕິບັດນະໂຍບາຍບໍ່ຕິດພັນກັບການສຶກສາອົບຮົມພະນັກງານ ດັ່ງນັ້ນຈິ່ງເກີດມີສະພາບກໍ່ສ້າງໄດ້ຫຼາຍ, ແຕ່ການຄຸ້ມຄອງປົກປັກຮັກສາພະນັກງານບໍ່ທັນໄດ້ ຮັບການເອົາໃຈໃສ່ພໍເທົ່າໃດ, ກໍ່ສ້າງມາແລ້ວກໍ່ບໍ່ທັນໄດ້ຕິດຕາມກວດກາເບິ່ງການເຮັດວຽກ, ການເຄື່ອນໄຫວຂອງເຂົາເຈົ້າດີຮ້າຍແນວໃດ, ລະດັບຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳມີຫຍັງຈະຕ້ອງໄດ້ບໍາລຸງຕື່ມອີກ. ເບິ່ງແລ້ວ, ພວກເຮົາຍັງໜັກໄປແຕ່ການສ້າງດ້ານດຽວ ອັນນີ້ຕ້ອງໄດ້ປ່ຽນ, ເພາະການສ້າງ ແລະ ປ້ອງກັນພະນັກງານມັນຕິດພັນກັນ: ສ້າງພະນັກງານໃຫ້ເປັນຄົນດີ ກໍ່ແມ່ນການປົກປ້ອງເຂົາເຈົ້າ, ກົງກັນຂ້າມ ປົກປ້ອງພະນັກງານ, ກວດກາ

ຕັກເຕືອນ, ຕໍານິກໍ່ສ້າງພະນັກງານເພື່ອເຂົາເຫັນຄວາມຜິດ, ເພື່ອປ່ຽນແປງກໍ່ແມ່ນການກໍ່ສ້າງ ແລະ ເປັນການສ້າງໃນວຽກງານຕົວຈິງ, ສ້າງຢ່າງເນື່ອງນິດປົກກະຕິເປັນປະຈຳ ດັ່ງນັ້ນ, ຢາກມີພະນັກງານດີ, ຢາກມີພະນັກງານສືບທອດທີ່ມີຄຸນນະພາບກໍ່ຕ້ອງໄດ້ສ້າງເອົາ, ສ້າງມາແລ້ວກໍ່ຕ້ອງໄດ້ຄຸ້ມຄອງ, ຕ້ອງໄດ້ປົກປັກຮັກສາ.ຜ່ານມາຍ້ອນເຮັດວຽກງານດ້ານນີ້ບໍ່ທັນດີ ຈິ່ງເຮັດໃຫ້ພວກເຮົາສູນເສຍພະນັກງານໄປເປັນຈຳນວນບໍ່ໜ້ອຍ, ເຊິ່ງມີຄຳເຫັນວ່າ ການສູນເສຍພະນັກງານ ໃນໄລຍະສັນຕິພາບ ຫຼາຍກ່ວາໃນຍາມສົງຄາມອີກ ເຫັນພະນັກງານມີຂໍ້ຂາດຕົກບົກພ່ອງ. ແຕ່ບໍ່ມີມາດຕະການແກ້ໄຂອັນສັກສິດທັນການ, ເຫັນພະນັກງານມີຄວາມຜິດກໍ່ປ່ອຍ ໃຫ້ເຂົາເຮັດຜິດຢູ່ພໍສໍ່ານັ້ນ, ບໍ່ຕໍານິກໍ່ສ້າງ, ບໍ່ມີການຕັກເຕືອນຈາກ ເພື່ອນສະຫາຍ, ກໍ່ຄືການຈັດຕັ້ງ, ປ່ອຍໃຫ້ຜິດຈົນເຖິງຂັ້ນໜັກໜ່ວງເອົາບໍ່ໄດ້ໃຊ້ບໍ່ເປັນ, ຖືກວິໄນຕາມກົດໝາຍ, ຖືກເຂົ້າຄຸກກໍ່ມີ,ໃຊ້ບໍ່ໄດ້ຈຳເປັນຕ້ອງໄດ້ປະກໍ່ມີ ນີ້ແມ່ນອັນອ່ອນຂອງພວກເຮົາ ເຊິ່ງຈະຕ້ອງໄດ້ເວົ້າກັນໃໝ່ ແລະ ພ້ອມກັນແກ້ເພື່ອ ເຮັດແນວໃດປະຕິບັດໃຫ້ຖືກຕາມທິດນຳທີ່ວ່າ “ ປາບພະຍາດ ເພື່ອກູ້ເອົາຄົນ ” ໃຫ້ໄດ້.

ກົງຈັກເສນາທິການຮັບຜິດຊອບວຽກງານພະນັກງານ, ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນຍັງຊັກຊ້າໃນການປັບປຸງຕົນເອງໃຫ້ທັນກັບສະພາບການ, ປະສິດທິຜົນໃນການເຮັດວຽກຍັງ ຖືກຈຳກັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຍັງມີຫຼາຍອັນຕ້ອງໄດ້ບຸກບືນຕື່ມ. ການປະສານສົມທົບ, ກໍ່ຄືການກຳນົດສິດຂອບເຂດ, ຄວາມຮັບຜິດຊອບໃນການຄຸ້ມຄອງພະນັກງານ ລະຫວ່າງສາຍລັດ,ສາຍພັກ, ລະຫວ່າງຂະແໜງການ ແລະ ທ້ອງຖິ່ນຍັງມີອັນຊໍ້າຊ້ອນຫຍຸ້ງຍາກ ແລະ ມີອັນບໍ່ປະສານສົມທົບກັນ, ຖັນແຖວພະນັກງານໃນຂົງເຂດວຽກງານດັ່ງກ່າວ ຍັງຂາດທາງດ້ານຈຳນວນ ແລະ ຍັງອ່ອນທາງດ້ານຄຸນນະພາບ, ຢູ່ຫຼາຍບ່ອນ, ຫຼາຍກໍລະນີ ຍັງມີອັນອ່ອນທາງດ້ານຄຸນສົມບັດ, ບໍ່ທ່ຽງທໍາລໍາອຽງ, ຖືກຈ້າງກິນສິນບົນ, ຖືກສວຍໃຊ້ໄປໃນທາງບໍ່ຖືກ, ອັນໄດ້ສ້າງຜົນສະທ້ອນບໍ່ດີຕໍ່ພາບພົດຂອງພະນັກງານຈັດຕັ້ງ ກໍ່ຄືພະນັກງານຂອງພັກເວົ້າລວມ.

ນັ້ນແລ້ວຄືຄວາມເຫັນຈຳນວນໜຶ່ງກ່ຽວກັບສະພາບຜ່ານມາ. ຜົນສຳເລັດກໍ່ມີແຕ່ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂກໍ່ຍັງມີບໍ່ໜ້ອຍ ສະເໜີບັນດາສະຫາຍໄຈ້ແຍກຕຶກຕອງບັນຫາເຫຼົ່ານີ້ໃຫ້ເລິກເຊິ່ງເພື່ອເຫັນໄດ້ຄວາມຮັບຜິດຊອບ ແລະ ພາກັນປັບປຸງປົວແປງຕົນເອງຕື່ມ.

ໃນສູ່ມື້ນີ້, ຈະແມ່ນການພົວພັນຮ່ວມມືໃນດ້ານໃດ ແລະ ເຮັດກັບເປົ້າໝາຍໃດກໍ່ຕ້ອງມີທັງການຍາດແຍ່ງ ແລະ ມີທັງການຕໍ່ສູ້ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ ແລະ ການເມືອງຂອງແຕ່ລະປະເທດ. ດັ່ງນັ້ນ, ຖ້າກໍາລັງຂອງພວກເຮົາບໍ່ແຂງ, ເປັນຕົ້ນກຳລັງພະນັກງານບໍ່ໜັກແໜ້ນ, ບໍ່ມີຄວາມສາມາດພຽງພໍ, ບໍ່ຊື່ສັດຕໍ່ຊາດ ແລ້ວແນ່ນອນຈະບໍ່ສາມາດນໍາເອົາຜົນປະໂຫຍດອັນໃດມາໃຫ້ປະເທດຊາດ, ຮ້າຍແຮງໄປກ່ວານັ້ນ ຍັງຈະພາໃຫ້ເກີດມີການສູນເສຍໃນຫຼາຍດ້ານ, ເຊິ່ງໃນເງື່ອນໄຂທີ່ພວກຈັກກະພັດ ແລະ ບັນດາອິດທິກຳລັງປໍລະປັກ ພວມຂຸ້ນຂ້ຽວທຳລາຍມ້າງເພລະບອບໃໝ່ຂອງພວກເຮົາ ຄືດັ່ງປະຈຸບັນ, ຖ້າເຮົາບໍ່ແຂງ, ພວກເຮົາບໍ່ເຮັດແທ້ຈະພາໃຫ້ເກີດມີໄພຂົ່ມຂູ່ເຖິງການຍືນຍົງຄົງຕົວຂອງລະບອບການເມືອງ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ.

ພວກເຮົາພວມຢູ່ໃນຍຸກສະໄໝຂອງເຕັກໂນໂລຊີໃໝ່ ແລະ ຄວາມສີວິໄລທາງດ້ານ ການສື່ສານ,ເຊິ່ງຈັງຫວະຄວາມຈະເລີນພັດທະນາແມ່ນມີຄວາມວ່ອງໄວຫຼາຍ, ດ້ວຍກຳນົດເວລາພຽງສັ້ນໆ ແຕ່ກໍ່ສາມາດເຮັດໄດ້ຫຼາຍອັນ ອັນນີ້ແມ່ນກາລະໂອກາດ, ແຕ່ພ້ອມດຽວກັນນັ້ນມັນກໍ່ເປັນສິ່ງກ່າວເຕືອນໃຫ້ພວກເຮົາຕ້ອງບຸກບືນສູ້ຊົນຫຼາຍອີຫຼີຈຶ່ງຈະສາມາດເຂົ້າຢູ່ໃນແວດວົງແຫງການພັດທະນາລວມຂອງໂລກໄດ້ ຖ້າບໍ່ດັ່ງນັ້ນ, ຈະເຮັດໃຫ້ພວກເຮົາ ແລະ ປະເທດຂອງພວກເຮົາ ຫຼ້າຫຼັງຕໍ່ໆ ໄປຢ່າງບໍ່ມີມື້ຈະຫຼຸດພົ້ນອອກຈາກຄວາມທຸກຍາກ, ຈະຖືກໂລກມອງຂ້າມ ແລະ ກາຍເປັນເປົ້າໝາຍເຊື່ອມຍຶດກືນກິນຂອງປະເທດອື່ນ.

ເບິ່ງຄວາມຮຽກຮ້ອງດັ່ງກ່າວ ກັບສະພາບທີ່ຜ່າມມາ, ເຫັນວ່າພວກເຮົາຍັງຕົກຢູ່ໃນໄພຂົ່ມຂູ່ຂອງຄວາມຫຼ້າຫຼັງ ນັບມື້ນັບຈະຫ່າງໄກອອກຈາກຄວາມຈະເລີນພັດທະນາຂອງ ປະຊາຊາດອື່ນໆ. ເປັນຕົ້ນ ແມ່ນໃນຂົງເຂດອ້ອມຂ້າງພວກເຮົາ. ທົບທວນຄືນໄລຍະທີ່ພັກເຮົາກໍາອໍານາດມານີ້, ເບິ່ງແລ້ວຜົນງານກໍ່ມີຫຼາຍ, ໃນນັ້ນອັນພື້ນຖານແມ່ນສາມາດຮັກສາຄວາມສະຫງົບ ແລະ ສະຖຽນລະພາບທາງການເມືອງຂອງສັງຄົມໄວ້ໄດ້ໃນຕະຫຼອດໄລຍະແຕ່ປົດປ່ອຍມາເຖິງປະຈຸບັນ, ເຊິ່ງໄລຍະດັ່ງກ່າວຄືບັນດາສະຫາຍຮູ້ນໍາກັນແລ້ວ, ສະພາບການຂອງໂລກໄດ້ມີການຜັນແປໄປຢ່າງສັບສົນ, ໃນນັ້ນມີທັງການປ່ຽນປິ້ນອັນໃຫຍ່ຫຼວງຢູ່ໃນຫຼາຍປະເທດ, ຫຼາຍຂົງເຂດ, ກໍ່ຄືໃນລະບຽບການພົວພັນສາກົນເວົ້າລວມໃນເງື່ອນໄຂຄືແນວນັ້ນ, ພວກເຮົາຍັງສາມາດຮັກສາໃຫ້ປະເທດຊາດມີຄວາມໝັ້ນທ່ຽງບົກກະຕິ ແລະ ມີການພັດທະນາຂຶ້ນເປັນກ້າວໆ, ອັນນີ້ແມ່ນໄຊຊະນະທີ່ເປັນພື້ນຖານ ແຕ່ຈະເພີ່ງພໍໃຈຕໍ່ສິ່ງທີ່ເຮັດໄດ້, ບໍ່ບຸກບືນ ຫຼື ບືນຂຶ້ນເລັກໆນ້ອຍໆ ຄືທີ່ຜ່ານມາແມ່ນຈະເກີດມີບັນຫາ, ເຊິ່ງບໍ່ພຽງແຕ່ຈະເຮັດໃຫ້ພວກເຮົາຢໍ້າເທົ້າຢູ່ບ່ອນເກົ່າທໍ່ນັ້ນ, ແຕ່ຍັງຈະເປັນໄພຂົ່ມຂູ່ເຖິງສະຖຽນລະພາບທາງສັງຄົມ ແລະ ຄວາມໝັ້ນຄົງຂອງລະບອບໃໝ່, ກໍ່ຄືບົດບາດການນຳພາ ຂອງພັກເຮົາ.

ເວົ້າແຈ້ງນຳກັນຢູ່ພາຍໃນ, ມາເຖິງປະຈຸບັນພວກເຮົາຍັງບໍ່ທັນສ້າງໄດ້ການຫັນປ່ຽນທີ່ເປັນພື້ນຖານທໍ່ໃດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນໃນເຂດຊົນນະບົດ ບໍ່ທັນໄດ້ຮັບການປັບປຸງປົວແປງຫຍັງຫຼາຍພໍທໍ່ໃດ. ຍິ່ງໄປກ່ວານັ້ນ, ໃນເຂດພູດອຍຊົນເຜົ່າ, ເຂດປົດປ່ອຍເກົ່າຍັງມີອັນຫຼຸດຖອຍກ່ວາແຕ່ກ່ອນອີກຊໍ້າ; ລະດັບການຄອງຊີບຂອງພະນັກງານ, ທະຫານ, ຕຳຫຼວດສ່ວນຫຼວງຫຼາຍຍັງຝືດເຄື່ອງ, ເງິນເດືອນຕໍ່າບໍ່ທັນກຸ້ມກິນ ໃນເວລາດຽວກັນນັ້ນ,ປະເທດໃກ້ຄຽງເຮົາເຂົາກ້າວຂຶ້ນ, ເຂົາກ້າວໄປ, ເຂົາມີບາດກ້າວຫັນປ່ຽນອັນຕັ້ງໜ້າ, ມີການກະກຽມຢ່າງເຄັ່ງຮ້ອນເພື່ອກ້າວ ເຂົ້າສູ່ສະຕະວັດທີ່ 21 ດ້ວຍຖ່ວງທ່າອັນໃໝ່ ສ່ວນພວກເຮົາພັດຍັງຝືດເຄື່ອງຊັກຊ້າຢູ່, ຈະເບິ່ງດ້ານເສດຖະກິດກໍ່ຍັງຄາ, ດ້ານວັດທະນະທຳ-ສັງຄົມກໍ່ຍັງຍາກ ແລະ ອັນຕົ້ນຕໍແມ່ນດ້ານຊັບພະຍາກອນມະນຸດພວກເຮົາຍັງຄາຫຼາຍທີ່ສຸດ. ໃນບັນຫາຊັບພະຍາກອນມະນຸດມີຫຼາຍດ້ານ, ແຕ່ອັນໃຈກາງຍັງແມ່ນບັນຫາພະນັກງານ, ເຊິ່ງຈະຕ້ອງໄດ້ປ່ຽນແປງ ແລະ ປັບປຸງຫຼາຍ, ຈະແມ່ນວິທີຄົ້ນຄິດ, ແບບແຜນວິທີເຮັດວຽກກໍ່ຈະຕ້ອງໄດ້ປ່ຽນ, ຄວາມຮູ້ ຄວາມມາດ, ຄຸນສົມບັດສິນທຳ ແລະ ອື່ນໆກໍ່ຕ້ອງໄດ້ປັບປຸງຍົກລະດັບຂຶ້ນຕື່ມ, ບໍ່ດັ່ງນັ້ນຈະໄປບໍ່ທັນໝູ່ໃນສະພາບລວມຂອງໂລກປະຈຸບັນ ທີ່ເຂົາຖືສຳຄັນທີ່ສຸດບັນຫາພັດທະນາຄົນ ແລະ ຄົນເປັນທ່າແຮງຕົ້ນຕໍເພື່ອພັດທະນາປະເທດຊາດນັ້ນ, ບັນຫາຂອງພວກເຮົາ ຍິ່ງພົ້ນເດັ່ນເປັນສິ່ງຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງເຄັ່ງຮ້ອນອີຫຼີ.

ທັດສະນະຂອງພັກເຮົາ ຕໍ່ກັບບັນຫາພະນັກງານ ແລະ ວຽກງານພະນັກງານ ຍາມໃດກໍ່ຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍ. ພັກເຮົາຖື ພະນັກງານ ແລະ ວຽກງານພະນັກງານ ເປັນບັນຫາທີ່ມີລັກສະນະຂໍກະແຈ, ເປັນຕ່ອງໂສ້ສຳຄັນຢູ່ໃນທຸກໄລຍະຂອງການປະຕິວັດ, ກໍ່ຄືໃນພາລະກິດປ່ຽນແປງ

ໃໝ່, ເພາະອັນນີ້ ມັນພົວພັນເຖິງການສ້າງ ແລະ ຈັດວາງກຳລັງ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ເຊິ່ງແນວທາງການຈັດຕັ້ງບໍ່ພຽງແຕ່ຕ້ອງຮັບໃຊ້ແນວທາງການເມືອງ, ແຕ່ມັນຍັງເປັນອັນຕັດສິນຜົນສຳເລັດຂອງແນວທາງການເມືອງ, ຕັດສິນການວາງ ແລະ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆຂອງພັກ.

ເວົ້າລວມ, ບັນຫາພະນັກງານມັນຕິດພັນໂດຍກົງກັບການປັບປຸງຄວາມສາມາດນຳພາ ຂອງພັກ, ເຊິ່ງຖ້າມີພະນັກງານເກັ່ງ ແລະ ດີຈະເຊີດຊູບົດບາດອິດທິພົນຂອງພັກ, ຮັດແໜ້ນ ສາຍພົວພັນລະຫວ່າງພັກກັບມະຫາຊົນ, ສະກັດກັ້ນບັນດາປະກົດການອາດຍາສິດ, ລ່ວງອໍານາດ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ອື່ນໆ, ມີພະນັກງານດີຈິ່ງມີການຈັດຕັ້ງທີ່ເຂັ້ມແຂງ, ຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມປອງດອງສາມັກຄີລະ ຫວ່າງຊັ້ນຄົນ ແລະ ເຜົ່າຊົນຕ່າງໆ, ເສີມຂະຫຍາຍຄວາມອາດສາມາດຂອງທົ່ວປວງຊົນໃນ ການປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ດັ່ງນັ້ນ ເຮັດແນວໃດຈະສ້າງໄດ້ພະນັກງານ ແລະ ປັບປຸງວຽກງານພະນັກງານໃຫ້ທຽມທັນກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່, ນີ້ແມ່ນບັນຫາທີ່ພັກເຮົາ, ພະນັກງານເຮົາ ຕ້ອງໄດ້ພ້ອມກັນຄົ້ນຄິດ ແລະ ຊອກຄາໍຕອບໃຫ້ໄດ້.

ວຽກງານພະນັກງານໃນຕໍ່ໜ້າ ຕ້ອງສຸມໃສ່ການ ສ້າງກຳລັງຂອງພັກ ໃຫ້ເຂັ້ມແຂງ, ເປັນຕົ້ນ, ຕ້ອງສ້າງໃຫ້ມີພະນັກງານຫຼັກແຫຼ່ງ, ນຳພາຢູ່ໃນບັນດາອົງການຈັດຕັ້ງພັກ-ລັດ ໃນຂະແໜງການ ແລະ ທ້ອງຖິ່ນຕ່າງໆ, ສ້າງໃຫ້ໄດ້ພະນັກງານນຳພາຂັ້ນຍຸດທະສາດ ແລະ ນັກງານຢູ່ຮາກຖານ ວຽກງານພະນັກງານຂອງພວກເຮົາ ຕ້ອງຮັບປະກັນໃຫ້ແກ່ການປັບປຸງ ການຈັດຕັ້ງຂອງພັກ, ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆໃຫ້ເຂັ້ມແຂງ, ເຮັດແນວໃດໃຫ້ແນວທາງການຈັດຕັ້ງຂອງພັກຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງ ຢ່າງໜັກແໜ້ນ, ທ່ວງທັນກັບສະພາບ ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງທີ່ຮັບຜິດຊອບວຽກງານພະນັກງານ ໃຫ້ເຂັ້ມແຂງ, ກາຍເປັນເສນາທິການທີ່ໄວ້ໃຈໄດ້ຂອງຄະນະພັກຢູ່ສູນກາງ, ຢູ່ຂະແໜງການ, ກໍ່ຄືຢູ່ທ້ອງຖິ່ນ.

ເພື່ອບັນລຸຈຸດໝາຍທີ່ກ່າວມາເທິງນັ້ນ, ກ່ອນອື່ນ, ຕ້ອງເຊື່ອມຊຶມ ແລະ ກາໍແໜ້ນຕື່ມອີກແນວທາງ, ນະໂຍບາຍຕ່າງໆຂອງພັກໃນບັນຫາພະນັກງານ, ເປັນຕົ້ນ ຕ້ອງມີທັດສະນະຊົນຊັ້ນທີ່ຈະແຈ້ງ ກ່ຽວກັບບັນຫາພະນັກງານ. ພວກເຮົາຕ້ອງຢືນຢູ່ບົນພື້ນຖານຂອງຊົນຊັ້ນກຳມະກອນ ກ່ຽວກັບການເລືອກເຟັ້ນ, ກໍ່ສ້າງ, ນາໍໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ໃນນີ້, ອັນທີ່ຄວນເອົາໃຈໃສ່ ແມ່ນຕ້ອງຖືເອົາປະຊາຊົນຊາວຜູ້ອອກແຮງງານເປັນບໍ່ເກີດຕົ້ນຕໍ ຂອງພະນັກງານ ແລະ ສ້າງພະນັກງານໃຫ້ມີໂລກກະທັດ ແລະ ແບບແຜນດໍາລົງຊີວິດຂອງຊົນຊັ້ນກຳມະກອນ, ມີນໍ້າໃຈຮັກຊາດ ແລະ ຮັບໃຊ້ຊາດ, ມີຫຼັກໝັ້ນມິດ-ສັດຕູອັນຈະແຈ້ງ ເວົ້າເຖິງຊົນຊັ້ນ, ບໍ່ໝາຍວ່າ ເຮົາມີອະຄະຕິ ແລະ ບໍ່ນໍາໃຊ້ທັງໝົດກຳລັງແຮງຂອງຊາດ, ເພາະແຕ່ໃດມາ ພັກເຮົາ ທີ່ເປັນພັກຂອງຊົນຊັ້ນກຳມະກອນລາວ, ບໍ່ເຄີຍມີຜົນປະ ໂຫຍດອື່ນໃດ ທີ່ນອກເໜືອຈາກຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ ກົງກັນຂ້າມ, ມີທັດສະນະຊົນຊັ້ນ ອັນຈະແຈ້ງ ກ່ຽວກັບພະນັກງານ ຈິ່ງຈະສາມາດນໍາ ໃຊ້ໄດ້ທັງໝົດກໍາລັງແຮງຂອງທົ່ວທັງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ເຮັດຄືແນວນັ້ນ, ພວກເຮົາທັງສົ່ງເສີມຊຸກຍູ້ໃຫ້ພົນລະເມືອງທຸກຄົນປະກອບສ່ວນສະຕິ ເຫື່ອແຮງເຂົ້າໃນການສ້າງສາປະເທດຊາດບ້ານເມືອງ,  ທັງກໍ່ສ້າງເຝິກຝົນໃຫ້ເຂົາເຈົ້າກາຍເປັນພະນັກງານປະຕິວັດ.

ຍູ້ແຮງການປັບປຸງປົວແປງວຽກງານພະນັກງານຢ່າງຕັ້ງໜ້າ, ແນໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງທີ່ຜ່ານມາ ແລະ ເຮັດໃຫ້ວຽກງານພະນັກງານມີການຫັນປ່ຽນຢ່າງ ເປັນລະບົບຄົບຊຸດເລີ່ມແຕ່ສົ້ນເອົາຄົນເຂົ້າຈົນເຖິງຍາມເອົາຄົນອອກ, ເລີ່ມແຕ່ທັດສະນະຈົນເຖິງບັນຫາລະອຽດແຕ່ລະດ້ານ ຂອງວຽກງານພະນັກງານ ເຊັ່ນ: ຂອດກໍ່ສ້າງ, ການຕີລາຄາ, ການຄຸ້ມຄອງປ້ອງກັນ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານ ທັງໝົດສິ່ງເຫຼົ່ານີ້ກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງພັກ.

ການກໍ່ສ້າງ ແລະ ບຳລຸງພະນັກງານຕ້ອງຮັບປະກັນໃຫ້ມັນຕິດພັນກັບໜ້າທີ່ການເມືອງຂອງພັກ, ຕິດພັນກັບການປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ເພີ່ມທະວີຄວາມເຂັ້ມງວດກວດຂັນຂອງລະບຽບກົດໝາຍ ແລະ ການປັບປຸງກົນໄກການຄຸ້ມຄອງ ສ້າງພະນັກງານຕ້ອງໄປຄຽງຄູ່ກັບການຕໍ່ສູ້ຕ້ານ ແລະ ກໍາຈັດປັດເປົ່າດ້ານຫຍໍ້ທໍ້ຂອງພະນັກງານ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ຂ້າພະເຈົ້າ ຢາກເນັ້ນຄືນບ່ອນວ່າ: ຈະຢູ່ທ້ອງຖິ່ນ ຫຼື ຂະແໜງການໃດກໍ່ຕາມ ໃນເມື່ອຕ້ອງການສ້າງພະນັກງານ ກໍ່ຕ້ອງເລີ່ມຈາກຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຢູ່ບ່ອນນັ້ນ, ໝາຍວ່າ, ສ້າງພະນັກງານ ຕ້ອງຕິດພັນກັບຈຸດໝາຍຂອງການພັດທະນາເສດຖະກິດ-ສັງຄົມ, ຈະສ້າງຢ່າງຊະຊາຍແບບບໍ່ມີແຜນການ, ບໍ່ເລີ່ມຈາກຄວາມຮຽກຮ້ອງຕ້ອງການແມ່ນບໍ່ໄດ້ເປັນອັນຂາດ. ພວກເຮົາຕ້ອງພະຍາຍາມແກ້ໄຂ ແລະ ບໍ່ເດີນຊໍ້າຮອຍເກົ່າ ທີ່ພາໃຫ້ເກີດມີສະພາບພະນັກງານເຫຼືອ, ບໍ່ມີສະມັດຖະພາບ ແລະ ຂາດພະນັກງານທີ່ມີຄວາມຈຳເປັນຄືທີ່ຜ່ານມາ.

ໃນການກໍ່ສ້າງພະນັກງານຕ້ອງຖືເອົາການສ້າງຢູ່ພາຍໃນປະເທດເປັນອັນຕົ້ນຕໍ, ສ່ວນການສົ່ງໄປກໍ່ສ້າງຢູ່ຕ່າງປະເທດກໍ່ມີຄວາມຈຳເປັນ, ແຕ່ຕ້ອງເລືອກເຟັ້ນ ແລະ ເນັ້ນໃສ່ບາງຂະແໜງ ວິຊາທີ່ພວກເຮົາບໍ່ທັນສາມາດກໍ່ສ້າງຢູ່ພາຍໃນໄດ້ເທື່ອ. ພະນັກງານ ແລະ ນັກຮຽນນັກສຶກສາຜູ້ຈະສົ່ງໄປກໍ່ສ້າງຢູ່ຕ່າງປະເທດນັ້ນຈະຕ້ອງໄດ້ຮັບການສຶກສາອົບຮົມນຳພາແນວຄິດ, ບໍາລຸງທັດສະນະຫຼັກໝັ້ນສິນທາໍໃຫ້ໜັກແໜ້ນເສຍກ່ອນ ການສົ່ງໄປຮຽນນັ້ນແມ່ນໃຫ້ເລັ່ງໃສ່ປະເທດສັງຄົມນິຍົມເປັນຕົ້ນຕໍ. ສຳລັບຢູ່ປະເທດທຶນນິຍົມນັ້ນ ກໍ່ຈະໄດ້ສົ່ງໄປເໝືອນ ກັນເພື່ອຍົກລະດັບຕື່ມ, ແຕ່ຕ້ອງໃຫ້ຢູ່ໃນລະບຽບຫຼັກການອັນເຄັ່ງຄັດ ແລະ ຕ້ອງມີການເລືອກເຟັ້ນຄັກແນ່ ພວກເຮົາບໍ່ຄວນເອົານັກຮຽນທີ່ຈົບວັດທະນະທາໍແລ້ວສົ່ງໄປຮຽນຢູ່ປະເທດນາຍທຶນໂລດ.

ການບຳລຸງສ້າງພະນັກງານຕ້ອງຮັບປະກັນລັກສະນະຊົນຊັ້ນຂອງພັກໃຫ້ຖືກຕ້ອງ. ເອົາໃຈໃສ່ບໍາລຸງ-ສ້າງທັງ 3 ລຸ້ນ ແລະ 3 ປະເພດພະນັກງານເຊັ່ນ: ພະນັກງານນຳພາ, ພະນັກງານຄຸ້ມຄອງ ແລະ ພະນັກງານວິຊາການ, ຖືສຳຄັນການກໍ່ສ້າງພະນັກງານໃຫ້ແກ່ທ້ອງຖິ່ນ, ເປັນຕົ້ນແມ່ນພະນັກງານຢູ່ຂັ້ນເມືອງ ແລະ ຮາກຖານ, ພະນັກງານເຜົ່າຊົນ ແລະ ພະນັກງານເພດຍິງ, ສຸມໃສ່ບໍາລຸງຍົກລະດັບພະນັກງານທີ່ມີຢູ່ປະຈຸບັນດ້ວຍຫຼາຍວິທີການອັນເໝາະສົມ, ໃນນັ້ນເອົາໃຈໃສ່ ຮູບການສ້າງກັບທີ່, ຮຽນແບບປະຈໍາການໃຫ້ແກ່ພະນັກງານ ພວກເຮົາຕ້ອງເລັ່ງໃສ່ກໍ່ສ້າງພະນັກງານບາງຂະແໜງຕົ້ນຕໍທີ່ພວກເຮົາຍັງຂາດເຊັ່ນ ພະນັກງານກະສິກໍາ, ພະນັກງານກົດໝາຍ, ພະນັກງານທີ່ຮູ້ເຮັດເສດຖະກິດຕະຫຼາດ (ຮູ້ຄຸ້ມຄອງ ແລະເຮັດທຸລະກິດ) ຮູ້ພາສາຕ່າງປະເທດ ແລະ ອື່ນໆ.

ໃນວຽກງານບຳລຸງ-ສ້າງພະນັກງານ ຕ້ອງຖືການບຳລຸງ-ສ້າງທາງດ້ານການເມືອງ- ແນວຄິດ, ບໍາລຸງທິດສະດີມາກ-ເລນິນ, ອຸດົມການປະຕິວັດນໍ້າໃຈຮັກຊາດ,ຈິດໃຈເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມູນເຊື້ອຕໍ່ສູ້ອັນເດັດດຽວພິລະອາດຫານຂອງປະຊາຊົນລາວ ໃນແຕ່ລະຍຸກແຕ່ລະສະໄໝ ຕິດພັນກັບມູນເຊື້ອຕໍ່ສູ້ມີໄຊ ແລະ ການຊີ້ນຳນຳພາອັນປີຊາສາມາດຂອງພັກເປັນຂອດທີ່ສໍາຄັນຈຳເປັນ, ການສຶກສາອົບຮົມດັ່ງກ່າວ ຕ້ອງເຮັດຢ່າງລຽນຕິດ, ເປັນລະບົບ, ໃນນີ້ຕ້ອງໃຫ້ຮຽນການເມືອງຕັ້ງແຕ່ຢູ່ໂຮງຮຽນສາມັນສຶກສາ ເປັນຂັ້ນໆມາ. ພ້ອມນັ້ນ, ຕ້ອງເຮັດໃຫ້ການສຶກສາອົບຮົບການເມືອງ-ແນວຄິດມີລັກສະນະເປັນປະຈຳ ແລະ ເຮັດໂດຍຕິດພັນກັບການແກ້ໄຂບັນຫາໃນພຶດຕິກໍາຕົວຈິງຂອງພະນັກງານ.

ການສຶກສາອົບຮົມພະນັກງານ ຕ້ອງຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້, ກາໍຈັດປັດເປົ່າແນວຄິດທັດສະນະຜິດເຂວຂອງພະນັກງານ ຕ້ອງເອົາອັນຜິດໃນການກະທໍາ ແລະ ໃນຄວາມຄິດຂອງພະນັກງານອອກ ຈຶ່ງຈະເອົາອັນໃໝ່, ອັນຖືກເຂົ້າໄດ້. ບໍ່ດັ່ງນັ້ນ, ກໍ່ຈະເຮັດໃຫ້ການສຶກສາອົບຮົມບໍ່ມີປະສິດທິຜົນ ແລະ ການກໍ່ສ້າງພະນັກງານຈະບໍ່ບັນລຸຜົນສຳເລັດ.

ການສ້າງພະນັກງານ ແມ່ນຂະບວນວິວັດອັນຍາວນານ. ດັ່ງນັ້ນ, ຕ້ອງໄດ້ເບິ່ງເປັນລະບົບ, ເລີ່ມແຕ່ຕົ້ນເຖິງປາຍ, ໃນນີ້ຄວນເອົາໃຈໃສ່ຂອດຊອກແຫຼ່ງ ເພື່ອສ້າງເປັນພະນັກງານ, ນັບທັງການເບິ່ງຄົນ ແຕ່ຍາມຍັງນ້ອຍ, ໃນໄວຮຽນ ເພື່ອມີທິດທາງສ້າງໃຫ້ສອດຄ່ອງ ໃນເງື່ອນໄຂປະຈຸບັນ, ຕ້ອງໄດ້ເອົາໃຈໃສ່ເປັນພິເສດຕໍ່ການສ້າງພະນັກງານໃນຖັນແຖວຂອງຊາວຜູ້ອອກແຮງງານ ແລະ ລູກຫຼານຂອງພະນັກງານປະຕິວັດ. ພວກເຫຼົ່ານີ້, ຖ້າບໍ່ມີວິທີການສ້າງອັນສອດຄ່ອງແລ້ວ ຈະດ້ອຍໂອກາດ ບໍ່ໄດ້ສຶກສາຮໍ່າຮຽນຄືກັບລູກຫຼານ ຂອງຊັ້ນຄົນອື່ນໆ ດັ່ງນັ້ນ, ສະເໜີບັນດາສະຫາຍ ຄົ້ນຄວ້າເບິ່ງບັນຫາສ້າງໂຮງຮຽນກິນນອນ ສຳລັບລູກຫຼານ ປະຊາຊົນຜູ້ທຸກຍາກ ແລະ ພະນັກງານປະຕິວັດ ການສ້າງລະບົບໂຮງຮຽນກິນນອນເຖິງຈະມີຫຼາຍອັນຍາກ, ແຕ່ກໍ່ເປັນວິທີການສ້າງທີ່ດີ ເພາະມັນເປັນການສ້າງຄົນຢ່າງຕໍ່ເນື່ອງເປັນລະບົບແຕ່ນ້ອຍຂຶ້ນມາ. ບົດຮຽນຂອງພວກເຮົາໃນດ້ານນີ້ຜ່ານມາ ກໍ່ມີແດ່ແລ້ວ. ສຳຄັນຈະຕ້ອງເສີມຂະຫຍາຍແນວໃດໃຫ້ສອດຄ່ອງກັບເງື່ອນໄຂໃໝ່

– ກ່ຽວກັບການຕີລາຄາເລືອກເຟັ້ນ, ຈັດວາງ ແລະ ສັບຊ້ອນພະນັກງານ, ບັນຫາກົກຢູ່ໃນນີ້ ກໍ່ຍັງແມ່ນການກຳນົດມາດຖານຂອງພະນັກງານ ໃນເງື່ອນໄຂໃໝນີ້ ຄວນເຮັດຄືແນວໃດ ອັນລວມສຳລັບທຸກປະເພດພະນັກງານຕ້ອງມີແນວຄິດ, ຫຼັກໝັ້ນອຸດົມການອັນຈະແຈ້ງ, ຊື່ສັດບໍລິສຸດ,ຈົ່ງຮັກພັກດີຕໍ່ພັກ ແລະ ປະເທດຊາດ, ມີນໍ້າໃຈຮັກຊາດ, ຮັກປະຊາຊົນ ແລະ ຮູ້ຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ. ນອກນັ້ນ, ຈະຕ້ອງມີມາດຖານ ອື່ນອີກສໍາລັບແຕ່ລະປະເພດພະນັກງານ.

ມາໃນມື້ນີ້ ພວກເຮົາມີຄວາມຈຳເປັນທີ່ຕ້ອງໄດ້ວາງມາດຖານສໍາລັບພະນັກງານແຕ່ລະປະເພດອອກໂດຍໄວໄປພ້ອມກັບການວາງຂໍ້ກຳນົດຕ່າງໆກ່ຽວກັບລະບອບເລື່ອນຊັ້ນ, ປົດຕາໍແໜ່ງ, ຍົກຍ້າຍພະນັກງານອອກ ເພື່ອເຮັດໃຫ້ການຕໍ່ລາຄາເລືອກເຟັ້ນຈັດວາງພະນັກງານ ເຂົ້າລະບອບລະບຽບເທື່ອລະກ້າວ.

ວິທີການຕີລາຄາພະນັກງານກໍ່ຕ້ອງໄດ້ປັບປຸງຕື່ມເໝືອນກັນ, ການຕີລາຄາພະນັກງານຕ້ອງຖືເອົາປະສິດທິຜົນໃນການປະຕິບັດໜ້າທີ່ການເມືອງ, ຄວາມສັດຊື່ບໍລິສຸດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກເປັນໄມ້ຫຼາວັດແທກອັນຕົ້ນຕໍ, ກຳນົດຄຸນສົມບັດສິນທໍາ ແລະ ຄວາມຮູ້, ຄວາມສາມາດຂອງພະນັກງານ ການຕີລາຄາພະນັກງານ ຕ້ອງເຮັດເປັນໝູ່ຄະນະ, ເຮັດໄປຕາມຂັ້ນຕອນຄັກແນ່, ຕ້ອງຜ່ານຫຼາຍແຫຼ່ງຕີລາຄາເຊັ່ນ: ຕີລາຄາຕົນເອງ, ຜ່ານໜ່ວຍພັກ ແລະ ການຈັດຕັ້ງ, ຜ່ານການເກັບກໍາຄວາມຄິດຄວາມເຫັນຈາກມະຫາຊົນ, ຕີລາຄາພະນັກງານຕ້ອງຕິດພັນກັບເງື່ອນໄຂການດໍາລົງຊີວິດ ແລະ ເຮັດວຽກງານຂອງພະນັກງານ, ບໍ່ຄວນເອົາພະນັກງານປະເພດນີ້ ຫຼື ຜູ້ເຮັດວຽກໃນເງື່ອນໄຂນີ້ ໄປເປັນສິ່ງວັດແທກໃຫ້ຜູ້ອື່ນທີ່ເຮັດວຽກ ແລະ ດໍາລົງຊີວິດຢູ່ໃນເງື່ອນໄຂອື່ນ ຕ້ອງຕັ້ງໜ້າແກ້ໄຂສະພາບ ຕີລາຄາ ແບບອັດຕະວິໄສ, ອ້າຍດຽວ, ຂາດປະຊາທິປະໄຕພາຍໃນໝູ່ຄະນະ, ມີແນວຄິດອະຄະຕິ ອິດສາບັງບຽດຕໍ່ພະນັກງານ ຫຼື ຕີລາຄາພະນັກງານບໍ່ທາບທາມຄໍາຄິດຄຳເຫັນຂອງມະຫາຊົນ ເຊິ່ງໃນທີ່ສຸດກໍ່ຈະພາໄປເຖິງບ່ອນມີຄວາມຜິດພາດໃນການຕີລາຄາພະນັກງານ, ເຮັດໃຫ້ພວກເຮົາເສຍພະນັກງານທີ່ດີ, ຫຼືບໍ່ກໍ່ລ້ຽງພະຍາດໄວ້ໃນຕົວ ເຊິ່ງຮອດເວລາໃດໜຶ່ງ ມັນຈະລະບາດຂຶ້ນ ແລະ ກໍ່ຄວາມເສຍຫາຍແກ່ພາລະກິດຂອງພັກ.

– ກ່ຽວກັບການຄຸ້ມຄອງ ປ້ອງກັນພະນັກງານ. ພວກເຮົາຕ້ອງເພີ່ມທະວີເຮັດວຽກງານນີ້ໃຫ້ດີຂຶ້ນຕື່ມ ກ່ອນອື່ນໝົດ, ແມ່ນຕ້ອງເຮັດໃຫ້ທຸກຄົນຮັບຮູ້ຢ່າງເລິກເຊິ່ງວ່າວຽກງານດັ່ງກ່າວ ແມ່ນຄວາມຮັບຜິດຊອບການເມືອງຂອງຄະນະພັກ, ຂອງບັນດາອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນທຸກຊັ້ນ, ທຸກຂະແໜນງການ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ການຄຸ້ມຄອງ ແລະ ປ້ອງກັນພະນັກງານແມ່ນເພື່ອແນໃສ່ເສີມຂະຫຍາຍສະຕິປັນຍາ ແລະ ຄວາມຮູ້ ຄວາມສາມາດ, ກໍ່ຄືທາດແທ້ທີ່ເປັນມູນເຊື້ອຂອງພະນັກງານ, ປ້ອງກັນບັນດາພະນັກງານທີ່ເປັນຫຼັກແຫຼ່ງແກ່ນສານ, ສະກັດກັ້ນບໍ່ໃຫ້ຖືກຊື້ຈ້າງ, ບໍ່ໃຫ້ຖືກສູນເສຍປ່ຽນທາດຍ້ອນຫຼົງໄຫຼນໍາເງິນຄໍາ, ຍົດສັກຕຳແໜ່ງ, ເມົາມົວນຳຜົນປະໂຫຍດສ່ວນຕົວ ການຄຸ້ມຄອງພະນັກງານຕ້ອງປະຕິບັດຕາມທິດທີ່ວ່າ ຄຸ້ມຄອງວຽກງານໃດ ກໍ່ຕ້ອງຄຸ້ມຄອງຄົນໄປພ້ອມ, ຄຸ້ມຄອງພະນັກງານຕ້ອງຕິດພັນກັບການປ້ອງກັນພະນັກງານ ແລະ ຕິດພັນກັບການສຶກສາອົບຮົມ, ບໍາ ລຸງກໍ່ສ້າງເຂົາເຈົ້າ.

ການຄຸ້ມຄອງ ແລະ ປ້ອງກັນພະນັກງານ ແມ່ນການສ້າງໃຫ້ພະນັກງານເປັນຄົນດີ, ມີຄຸນນະພາບ ແລະ ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ, ຢາກເຮັດໄດ້ຄືແນວນັ້ນ, ຕ້ອງໄດ້ວາງ ແລະປະຕິບັດລະບອບຕິດຕາມ, ກວດກາພະນັກງານ ປະຕິບັດລະບຽບ ການດຳເນີນຊີວິດການເມືອງຢ່າງເປັນປົກກະຕິ, ມີການຕຳນິກໍ່ສ້າງກັນເປັນປະຈຳ ພ້ອມກັນນັ້ນ, ກໍ່ຕ້ອງໄດ້ດຳເນີນການສຶກສາອົບຮົມໃຫ້ພະນັກງານມີຄວາມສາມັກຄີ, ຮັກແພງຊ່ວຍເຫຼືອກັນ ບົນຈິດໃຈສະຫາຍອ້າຍນ້ອງ, ເຊີດຊູຄວາມຮັບຜິດຊອບຂອງພະນັກງານຕໍ່ຕົນເອງ ແລະ ຕໍ່ການຈັດຕັ້ງໄປພ້ອມກັບການເພີ່ມທະວີຄວາມຮັບຜິດຊອບຂອງການຈັດຕັ້ງ ແລະ ພະນັກງານນຳພາໃນການສ້າງ ແລະ ປ້ອງກັນພະນັກງານທີ່ຕົນຮັບຜິດຊອບ.

– ກ່ຽວກັບການປະຕິບັດນະໂຍບາຍຕໍ່ພະນັກງານ, ຕ້ອງໄດ້ຄົ້ນຄ້ວາເພີ່ມເຕີມບັນດານະໂຍບາຍຈຳນວນໜຶ່ງ ຕໍ່ພະນັກງານຢ່າງເໝາະສົມ, ສືບຕໍ່ປັບປຸງນະໂຍບາຍທີ່ມີແລ້ວ, ອັນໃດບໍ່ເໝາະສົມກໍ່ດັດແປງໃຫ້ສອດຄ່ອງ ແລະ ເຮັດໃຫ້ລະອຽດ ສົມບູນເທື່ອລະກ້າວ, ຕ້ອງເອົາໃຈໃສ່ເບິ່ງແຍງພະນັກງານເຖົ້າແກ່ທີ່ອອກພັກການກິນເບ້ຍບໍານານ, ນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດ ຕະຫຼອດເຖິງຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ມີນະໂຍບາຍອັນເໝາະສົມເພື່ອສົ່ງເສີມຜູ້ເຮັດວຽກດີ, ມີພອນສະຫວັນ, ກໍ່ຄືຕໍ່ພະນັກງານຮາກຖານ ນັບທັງເປັນເລຂາພັກ ແລະ ນາຍບ້ານ.

ການປະຕິບັດນະໂຍບາຍຕໍ່ພະນັກງານ ຕ້ອງຮັບປະກັນຄວາມຍຸດຕິທໍາ, ຕ້ອງເປັນການກະຕຸກຊຸກຍູ້ໃຫ້ຄົນເຮັດວຽກດີຂຶ້ນກວ່າເກົ່າ, ມີຄວາມຮັບຜິດຊອບກວ່າເກົ່າ. ແກ້ໄຂນະໂຍບາຍຕໍ່ພະນັກງານ ຕ້ອງອີງໃສ່ຄວາມສາມາດຕົວຈິງຂອງປະເທດຊາດ ແລະ ເຮັດຢ່າງເປັນລະບອບລະບຽບ, ມີຫຼັກມີເກນ, ບໍ່ມະລຸ້ມມະລວຍຊະຊາຍ, ຕ້ອງແກ້ໄຂສະພາບແລ່ນນໍາບັນຫາ, ແກ້ໄປຕາມແຕ່ລະຄົນ ໂດຍບໍ່ມີລະບຽບການລວມ ຄືດັ່ງປະຈຸບັນໃຫ້ຕົກໂດຍໄວ ພ້ອມນັ້ນ, ການປະຕິບັດນະໂຍບາຍ ຕ້ອງຕິດພັນກັບການສຶກສາອົບຮົມພະນັກງານ, ເຮັດໃຫ້ເຂົາເຈົ້າເຫັນໄດ້ສະພາບຄວາມເປັນຈິງຂອງປະເທດຊາດ, ເຂົ້າໃຈແນວທາງຂອງພັກ, ມີຄວາມຮັບຜິດຊອບຕໍ່ປະເທດຊາດບ້ານເມືອງ ແລະ ເສີມຂະຫຍາຍຈິດໃຈເພິ່ງຕົນເອງ, ແກ້ໄຂບັນຫາດ້ວຍຕົນເອງຫຼາຍຂຶ້ນຕື່ມອີກ.

ຄືດັ່ງທີ່ເຂົ້າໃຈນໍາກັນແລ້ວວ່າ, ພັກເຮົາຍາມໃດກໍ່ຖືວ່າ ວຽກງານພະນັກງານມີບົດບາດສຳຄັນ ແລະ ເປັນບັນຫາຍຸດທະສາດຂອງການປະຕິວັດ, ເພາະວ່າພະນັກງານເປັນຜູ້ຕັດສິນຕໍ່ຜົນໄດ້ຜົນເສຍຂອງວຽກງານ. ພັກຕ້ອງກຳໂດຍກົງຮອບດ້ານ ແລະ ເດັດຂາດ ວຽກງານພະນັກງານ, ເວົ້າໃຫ້ແຈ້ງແລ້ວ ແມ່ນບໍ່ປ່ອຍໃຫ້ຊົນຊັ້ນອື່ນ, ຄົນອື່ນມາກໍາເອົາພະນັກງານຂອງພວກເຮົາຢ່າງເດັດຂາດ. ດ້ວຍເຫດນັ້ນ, ຄະນະພັກຂັ້ນຕ່າງໆ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ກ່ຽວກັບວຽກງານພະນັກງານ ແລະ ຕໍ່ຖັນແຖວພະນັກງານຂອງຕົນ ນັບແຕ່ຂອດເອົາຄົນເຂົ້າເຖິງຂອດເອົາຄົນອອກ, ຂອດເລືອກເຟັ້ນ, ບຳລຸງສ້າງ, ຕີລາຄາ, ຄຸ້ມຄອງ ແລະ ນຳໃຊ້, ຕະຫຼອດເຖິງການປະຕິບັດນະໂຍບາຍຕໍ່ພະນັກງານ, ຄະນະພັກ ແລະພະນັກງານການນຳທຸກຂັ້ນຕ້ອງຮີບຮ້ອນ ແກ້ໄຂສະພາບຖືເບົາວຽກພະນັກງານ, ກໍ່ຄືການກໍາພະນັກງານບໍ່ແທດເຖິງ ສິ່ງສຳຄັນໃນນີ້, ຕ້ອງປັບປຸງ, ຍົກລະດັບກົງຈັກການຈັດຕັ້ງທີ່ເຮັດວຽກພະນັກງານໃຫ້ສູງ ຂຶ້ນເລື້ອຍໆ.