Saturday, 27 July 2024

ນ້ອງນ້ອຍນັກຮຽນ

 

ຕອນເຊົ້າ ວັນສຸກ ທີ 18/08/ 2023 ນ້ອງນ້ອຍນັກຮຽນ ຊັ້ນ ມໍ 1.2.3 ມາຈາກ ໂຮງຮຽນເຄເອັນຊີໃດ້ເຂົ້າມາທ່ຽວຊົມ ແລະ ທັດສະນະສຶກສາທີ່ຫໍພິພິທະພັນໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ເພື່ອປູກຈິດສຳນຶກ ແລະ ເປັນບ່ອນຮຽນຮູ້ທາງດ້ານປະຫວັດສາດ ໃຫ້ແກ່ນ້ອງນ້ອຍນັກຮຽນ ເດັກນ້ອຍໃນວັນນີ້ຄືຜູ່ໄຫຍ່ໃນວັນໜ້າ, ພວກເຮົາທັງໝົດຈົ່ງພ້ອມໃຈກັນປົກປ້ອງຄູ້ມຄອງລູກຫຼານ ຜູ່ທີ່ເປັນອານາຄົດຂອງຊາດສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ….ຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ
(ຫໍພິພິທະພັນໄກສອນ ພົມວິຫານ ເປີດຮັບແຂກປົກກະຕິ)
📌ເປີດບໍລິການວັນຈັນ-ວັນສຸກ
📌ເວລາ 8:00-11:30 ຕອນບ່າຍ 13:00-16:00.
❌(ປິດວັນເສົາ-ອາທິດ)