Friday, 24 May 2024

ນາຍຄູຄໍາ

ປະເທດລາວເປັນປະເທດໜຶ່ງທີ່ມີປະຫວັດສາດອັນຍາວນານ ແລະ ມີຫຼາຍໆເຫດການທີ່ສໍາຄັນເກີດຂຶ້ນຜ່ານມາແລ້ວ ສະນັ້ນໃນບົດນີ້ຂ້າພະເຈົ້າຂໍຍົກເອົາເຫດການທີ່ພາໃຫ້ເກີດມີວັນຄູແຫ່ງຊາດນັ້ນກໍ່ຄືວັນທີ 7 ຕຸລາ ຂອງທຸກໆປີ.

ນັບແຕ່ອະດີດເຖິງປະຈຸບັນຄູແມ່ນໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ສະນັ້ນ ຄຳວ່າ: “ຄູ” ແມ່ນຄຳເວົ້າທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ຫຼື ເວົ້າອີກຢ່າງໜຶ່ງວ່າເປັນຄົນທີ່ສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການທີ່ຕົນເອງມີແລ້ວນັ້ນໄປສູ່ຜູ້ອື່ນໄດ້, ເຊິ່ງການຖ່າຍທອດຄວາມຮູ້ກໍ່ຈະມີຫຼາຍແບບເປັນຕົ້ນຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະ ການຮຽນ.

ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນ ຫຼື ເວົ້າລວມແມ່ນການສຶກສາແຕ່ອະດີດກ່ອນຝຣັ່ງຊິເຂົ້າມາຍຶດຄອງລາວ ການສຶກສາຢູ່ລາວແມ່ນອາໄສພໍ່ແມ່, ຄູບາອາຈານ ແລະ ຜູ້ທີ່ມີຄວາມຮູ້ເປັນຜູ້ຖ່າຍທອດຄວາມຮູ້ໃຫ້ແກ່ລູກຫຼານສ່ວນຫຼາຍຜູ້ທີ່ມີຄວາມຮູ້ນັ້ນກໍ່ຈະແມ່ນນັກບວດ ຫຼື ເອີ້ນວ່າຄູບາອາຈານ ສະນັ້ນແລ້ວຄອບຄົວໃດທີ່ມີລູກຊາຍກໍ່ມັກຈະສົ່ງລູກຂອງຕົນເຂົ້າໄປບວດ ຫຼື ເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ, ຮຽນຮູ້ຫຼັກວິຊາຕ່າງໆໂດຍແມ່ນຄູບາອາຈານເປັນຜູ້ສິດສອນ ແລະ ສົ່ງຄວາມຮູ້ໃຫ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດແກະລະບາຍສີ, ຕໍາລາຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ຫຼື ລະດັບ ສຳລັບຜູ້ຮຽນ ແຕ່ເພິ່ນຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂື້ນຝຣັ່ງໄດ້ເຂົ້າມາຍຶດຄອງລາວໃນປີ ຄ.ສ. 1983 ເປັນຕົ້ນມາ ພວກເຂົາເຈົ້າກໍ່ບໍ່ໄດ້ເອົາໃຈໃສ່ເຖີງການສຶກສາຢູ່ໃນປະເທດລາວພໍເທົ່າໃດ. ແຕ່ພໍມາເຖີງປີ ຄ.ສ. 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6).

ທ້າວຄຳ ເປັນຄົນທ້ອງຖິ່ນ ເມືອງເຂືອງ ແຂວງອຸບົນ (ປະ ເທດໄທໃນປະຈຸບັນ). ຍ້ອນວ່າຄອບຄົວຂອງເພິ່ນໄດ້ເຄື່ອນໄຫວຕໍ່ຕ້ານສັກດີນາສະຫຍາມ ໂດຍສະເພາະແມ່ນໄດ້ເຂົ້າຮ່ວມກັບຂະບວນການຕໍ່ສູ້ທີ່ໃສ່ຊື່ວ່າ: ”ຜູ້ມີບຸນ” ສະນັ້ນ, ຈິ່ງຕົກເປັນເປົ້າໝາຍຂອງການປາບປາມຈາກພວກສັກດິນາສະຫຍາມ. ດ້ວຍເຫດນີ້ ຄອບຄົວຂອງເພິ່ນຈິ່ງໄດ້ອົບພະຍົບຫຼົບໜີ ຈາກບ້ານເກີດເມືອງນອນຂອງເພິ່ນມາດຳລົງຊີວິດຢູ່ທີ່ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນປີ ຄ.ສ 1901.

ຫຼັງຈາກຮຽນຈົບໃນປີ ຄ.ສ 1905, ຕໍ່ມາທ້າວຄໍາໄດ້ເຂົ້າ ເຮັດການເປັນສະໝຽນແປພາສາຝຣັ່ງ. ມາຮອດປີ ຄ.ສ. 1907 ທ້າວຄຳໄດ້ເຂົ້າຮ່ວມອົບຮົມຄູເຊິ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມຄູສຳເລັດແລ້ວ ມາເຖີງວັນທີ່ 7 ຕຸລາ 1907 ທ້າວຄຳກໍ່ໄດ້ຖືກບັນຈຸໃຫ້ເປັນຄູສອນຄົນທໍາອິດຂອງລາວ. ໂຮງຮຽນທຳອິດທີ່ເພິ່ນໄດ້ສິດສອນແມ່ນ ໂຮງຮຽນສ້າງຄູສົງ ຢູ່ວັດຈັນ ເຊິ່ງແມ່ນໂຮງຮຽນເຝິກຫັດຄູໄລຍະສັ້ນປະກອບມີພຣະສົງ 50 ກ່ວາອົງໄດ້ເຂົ້າຮຽນເພື່ອໃຫ້ກາຍເປັນຄູ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພຣະສົງ ທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍກາຍເປັນຊາດຝຣັ່ງ ຍ້ອນພຣະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍໆອົງບໍ່ຍອມໄປເປັນຄູ ແລະ ບໍ່ຍອມຮັບໃຊ້ນະໂຍບາຍ ການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ. ຕໍ່ມາປີ 1913 ນາຍຄູຄໍາໄດ້ໄປປະຈຳຢູ່ໂຮງຮຽນຕັບໂຟແຣງ.(ປີແອ ຕັບໂຟແຣງ) ລວມມີຄູທີ່ເປັນຄົນລາວຢູ່ 3 ຄົນ ໃນການສິດສອນ ນາຍຄູຄໍາ ໄດ້ເອົາໃຈໃສ່ສິດສອນເດັກນ້ອຍລາວໃຫ້ເປັນຄົນສະຫຼາດ ຫຼັກແຫຼມ ທັງເປັນຄົນຮັກເຊື້ອແພງຊາດ.

ຕົກມາໃນໄລຍະທ້າຍຂອງສົງຄາມໂລກຄັ້ງທີ I ເພິ່ນໄດ້ຍ້າຍໄປສອນຢູ່ໂຮງຮຽນປະຖົມບ້ານຫ້ອມ. ຢູ່ທີ່ນີ້ ເພິ່ນກໍ່ໄດ້ເອົາໃຈໃສ່ສິດສອນ ທັງສຶກສາອົບຮົມລູກສິດໃຫ້ເປັນຄົນຮັກຊາດ ແລະ ສະຫຼາດຫຼັກແຫຼມ. ນອກຈາກນີ້ ນາຍຄູຄຳ ຍັງຂົນຂວາຍອອກແຮງໃຫ້ປະຊາຊົນທ້ອງຖິ່ນບ້ານຫ້ອມ, ບ້ານຫາດກັນຊາ ໃຫ້ມີນ້ຳໃຈຮັກຊາດ ຄຽດແຄ້ນຈັກກະພັດຜູ້ປົກຄອງລາວ ດ້ວຍລັດທິລ່າເມືອງຂຶ້ນ. ຈາກການປຸກລະດົມຂົນຂວາຍປະຊາຊົນ ສົມທົບໃສ່ກັບສະພາບການເພີ່ມຂຶ້ນຂອງການກົດຂີ່ຂູດຮີດຂອງຝຣັ່ງ ຍິ່ງເຮັດໃຫ້ປະຊາຊົນໃນທ້ອງຖິ່ນຕ່າງໆຄຽດແຄ້ນ ແລະ ເກີດມີຂະບວນການຕໍ່ຕ້ານຕໍ່ກັບການເກັບພາສີ, ເກັບເກນຕ່າງໆຂອງພວກຝຣັ່ງ ແລະ ເກີດມີການລອບສັງຫານເຈົ້າໜ້າທີ່ຝຣັ່ງຢູ່ຫຼາຍບ່ອນ. ສະພາບການນີ້ ເຮັດໃຫ້ພວກຝຣັ່ງໄດ້ຮັບຄວາມເສຍຫາຍ ແລະ ເກີດມີຄວາມຢ້ານກົວ; ສະນັ້ນ ພວກເຂົາຈິ່ງໄດ້ດຳເນີນການປາບປາມ ແລະ ເກັບກວາດຊັບສົມບັດຂອງປະຊາຊົນຢູ່ທ້ອງຖິ່ນດັ່ງກ່າວນັ້ນຈົນໝົດກ້ຽງ.

ເພື່ອຕອບໂຕ້ເຫດການດັ່ງກ່າວ ປະຊາຊົນໃນທ້ອງຖິ່ນນັ້ນ ຈຶ່ງໄດ້ເຕົ້າໂຮມກັນເປັນກຸ່ມກ້ອນຢູ່ຫຼາຍບ່ອນກຽມພ້ອມຈະແກ້ແຄ້ນ. ຕໍ່ໜ້າສະພາບການດັ່ງກ່າວ ນາຍຄູຄຳ ຈຶ່ງໄດ້ເຕົ້າໂຮມເອົາປະຊາຊົນ ບ້ານຫາດກັນຊາ ຈາກນັ້ນກໍ່ຈັດຕັ້ງເປັນກຳລັງໂດຍມີການປະ ກອບອາວຸດພື້ນເມືອງຂຶ້ນ. ໃນກາງເດືອນ ພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ທີ່ນຳພາໂດຍນາຍຄູຄຳ ໄດ້ແຜ່ກະຈາຍອອກໄປພໍສົມຄວນ ຂະບວນການດັ່ງກ່າວແມ່ນມີຊາວບ້ານຫ້ອມ, ບ້ານຫາດກັນຊາ ແລະ ບ້ານອື່ນໆ ທີ່ຢູ່ໃກ້ຄຽງເຂົ້າຮ່ວມຢ່າງຫຼວງຫຼາຍ. ຂະບວນການດັ່ງກ່າວໄດ້ແຜ່ຂະຫຍາຍເຂົ້າໄປຮອດຕົວເມືອງນະຄອນຫຼວງວຽງຈັນ ດ້ວຍຈຸດປະສົງເພື່ອຂັບໄລ່ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໃຫ້ອອກຈາກ ນະຄອນຫຼວງວຽງຈັນ. ເມື່ອຂະບວນການນີ້ເຄື່ອນທີ່ໄປຮອດບ້ານໃດກໍ່ໄດ້ມີຊາວບ້ານເຂົ້າມາຮ່ວມນໍາ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງເຮັດໃຫ້ຂະບວນປະຊາຊົນຕໍ່ຕ້ານຝຣັ່ງ ຍິ່ງເຕີບໃຫຍ່ຂຶ້ນເລື້ອຍໆ ອັນໄດ້ສ້າງຄວາມຢ້ານກົວໃຫ້ແກ່ພວກຝຣັ່ງຢ່າງຫຼວງຫຼາຍ.

ໃນສະພາບການດັ່ງກ່າວນີ້ ກອງບັນຊາການທະຫານຝຣັ່ງ ຈິ່ງໄດ້ສັ່ງກອງທະຫານໃຊ້ກໍາລັງດັກສະກັດກັ້ນລັດຕີ ແລະ ປາບປາມຂະບວການດ້ວຍການຍິງປືນສຸມໃສ່ປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ຍ້ອນຝ່າຍຂະບວນການປະຊາຊົນຜູ້ຕໍ່ຕ້ານມີອາວຸດທີ່ຫຼ້າສະໄໝ ແລະ ກຳລັງໜ້ອຍກວ່າ ຈຶ່ງເຮັດໃຫ້ ນາຍຄູຄຳ ແລະ ຜູ້ເຂົ້າຮ່ວມ ຂະບວນການໄດ້ຮັບບາດເຈັບ ແລະ ໃນທີ່ສຸດກໍ່ຖືກພວກເຂົາຈັບໄດ້. ເນື່ອງຈາກ ນາຍຄູຄຳ ໄດ້ຮັບບາດເຈັບສາຫັດ ເພິ່ນຈິ່ງຖືກນຳຕົວໄປປິ່ນປົວຢູ່ທີ່ໂຮງໝໍມະໂຫສົດ ກ່ອນຈະນຳຕົວໄປຂັງຄຸກ. ແຕ່ປິ່ນປົວມາໄດ້ໄລຍະໜຶ່ງ ໃນຂະນະທີ່ເຈົ້າໜ້າທີ່ຂອງຝຣັ່ງເຝີຕົວນັ້ນ ເພິ່ນຈິ່ງໄດ້ລັກຫຼົບໜີອອກຈາກໂຮງໝໍ ແລ້ວອາໄສໄມ້ໄຜ່ ລອຍຂ້າມນ້ຳຂອງໄປຝັ່ງໄທເພື່ອໄປຫຼົບໄພການເມືອງ ແລະ ກໍ່ບໍ່ ໄດ້ກັບຄືນມາອີກເລີຍ ປີ 1945 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາຣາມ(ປະເທດໄທ). ສ່ວນຂະບວນການຕໍ່ສູ້ດັ່ງກ່າວກໍ່ສະຫຼາຍຕົວໄປໃນທີ່ສຸດ.ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ.

ພາຍຫຼັງປະເທດຊາດໄດ້ຮັບການປະກາດເອກະລາດແລ້ວໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໃນໂຮງຮຽນ, ປະເທດຊາດພວກເຮົາກໍ່ໄດ້ຮັບການສະໜັບສະໜູນຈາກບັນດາປັນຍາຊົນ,ຜູ້ຊົງຄຸນວຸດທິ, ບັນດາຄູອາຈານ ແລະຜູ້ທີ່ມີນຳ້ໃຈຮັກຫອມປະເທດຊາດ ຮັກບ້ານເກີດເມືອງນອນ, ຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການໃນລະບົບການສຶກສາທີ່ຫຼາກຫຼາຍ ຜ່ານການອົບຮົມມາຈາກຫຼາຍພາກສວ່ນລວມທັງພາຍໃນແລະຕ່າງປະເທດ ໄດ້ຮວ່ມແຮງກັນທັງກາຍໃຈເຂົ້າໃນການສົ່ງເສີມແລະສ້າງສາພັດທະນາບ້ານເມືອງ ເຂົາເຈົ້າເຫຼົ່ານັ້ນໄດ້ປະກອບສ່ວນພັດທະນາຄວາມຮູ້ຢ່າງຮອບດ້ານ ນຳເອົາລະບົບການສຶກສາທີ່ມີເຕັກນິກວິທະຍາສາດ ວິທະຍາການອັນໃໝ່ທີ່ທັນສະໄໝເຂົ້າໃນທຸກໆຂະແໜງການ ເພື່ອຄວາມຈະເລີນກ້າວໜ້າໄປສູ່ລະດັບສາກົນ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າກໍ່ຄືຄວາມຮຸ່ງເຮືອງສີວິໄລຂອງຊາດເປັນກາ້ວໆມາ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດເປັນຕົ້ນມາໃນແຕ່ລະຍຸກສະໄໝ, ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ເຊິ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ນັບແຕ່ມີດຳລັດຂອງນາຍົກລັດຖະມົນຕີລົງວັນທີ 28 ກັນຍາ 1994 ໄດ້ກຳນົດວັນທີ່ 7 ຕຸລາຂອງທຸກໆປີໃຫ້ເປັນວັນຄູແຫ່ງຊາດລາວນັບແຕ່ນັ້ນມາຈົນມາຮອດປະຈຸບັນກໍ່ພໍດີຄົບຮອບ 29 ປີ. ສະນັ້ນແລ້ວເຮົາທຸກຄົນຕ້ອງບໍ່ລືມບຸນຄຸນຂອງຄູທີ່ເພິ່ນສົ່ງມອບຄວາມຮູ້ໃຫ້ແກ່ເຮົາຈົນເຮົາກາຍເປັນຄົນທີ່ມີຄວາມຮູ້ໄດ້ມາເຖິງທຸກມື້ນີ້.