Saturday, 27 July 2024

ທ່ຽວຊົມ ທັດສະນະສຶກສາ

ວັນທີ 13 ກໍລະກົດ 2023 ຜ່ານມາ ຫຼາຍພາກສ່ວນໃດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ຂອງ ປະທານ ສຸພານຸວົງ ແລະ ທ່ຽວຊົມ ທັດສະນະສຶກສາຢ່າງເປັນຂະບວນພົດພື້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13/07/1909-13/07/2023).ທີ່ອະນຸສອນ ສະຖານ ປະທານ ສຸພານຸວົງ ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ປະທານ ສຸພານຸວົງ ໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ