Friday, 24 May 2024

ທ່ານ ໄກສອນ ພົມວິຫານ

09 Aug 2022
1887
ທ່ານ ໄກສອນ ພົມວິຫານ ເປັນບຸດຂອງ ທ້າວລ້ວນ ເຊິ່ງເປັນລັດຖະກອນແປພາສາ ທີ່ສຳນັກງານຜູ້ສຳເລັດຣາຊະການຝຣັ່ງ ປະຈຳແຂວງສະຫວັດນະເຂດ ເປັນຄົນລາວເຊື້ອສາຍຫວຽດນາມທີ່ມີຄວາມຮັກຫອມປະເທດຊາດ ແມ່ຊື່ ນາງດົກ ເຊິ່ງເປັນຄົນລາວໂດຍກຳເນີດ. ທ່ານໄກສອນ ພົມວິຫານ ເກີດທີ່ບ້ານ ນາເຊັງ ເມືອງຄັນທະບູລີ (ເມືອງໄກສອນ ພົມວິຫານ) ແຂວງສະຫວັນນະເຂດ; ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ.
ເຕອນທີ່ ທ່ານໄກສອນ ມີອາຍຸ 7 ປີ ເພິ່ນໄດ້ເຂົ້າໂຮງຮຽນປະຖົມພາສາລາວ ທີ່ບ້ານເໜືອ(ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້(ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ເມື່ອປີ ຄ.ສ 1934 ໄດ້ເຂົ້າຮຽນ ທີ່ໂຮງຮຽນ ວິທະຍາໄລໂປເຕັກໂຕຣາ (Lyceé du Protectorat) ທີ່ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອຮຽນຈົບ ວິທະຍາໄລ ໃນປີ ຄ.ສ 1942 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລ ໃນສາຂາວິຊາການແພດ ຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນ ຍ້ອນວິຊາດັ່ງກ່າວບໍ່ຖືກກັບຄວາມມັກຂອງເພິ່ນ ຈຶ່ງໄດ້ປ່ຽນມາຮຽນ ວິຊາກົດໝາຍແທນ. ​​
ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂື້ນຂອງຝຣັ່ງ ໄດ້ຮຽນຮູ້ກ່ຽວກັບ ຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາ ທີ່ຮັກຊາດຕ້ານລັດທິລ່າເມືອງຂື້ນ. ໃນໄລຍະນັ້ນ ຂະບວນການຫວຽດມິນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໂດຍປະທານ ໂຮຈິມິນ ທ່ານໄກສອນໄດ້ສຶກສາເອກະສານສ່ິງພິມ ທີ່ເປັນສຽງຂອງພັກກອມມູນິດອິນດູຈີນ ລວມທັງເອກະສານ ອື່ນໆ ເຊັ່ນ: ໜັງສືທິດສະດີປະຕິວັດ ເຊິ່ງໃນນັ້ນລວມ ທັງມະຕິຂອງກອງປະຊຸມສາກົນກອມມູນິດ ປີ ຄ.ສ 1919 ແລະ ໜັງສືອື່ນໆ ກ່ຽວກັບສະຫະພາບໂຊວຽດ. ດ້ວຍເງື່ອນໄຂ ແລະ ສະພາບແວດລ້ອມທີ່ເຕັມໄປດ້ວຍບັນຍາກາດແຫ່ງການຕໍ່ສູ້ຂອງຫວຽດມິນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ແນວຄິດ ແລະ ເສັ້ນທາງຊີວິດຂອງທ່ານ. ທ່ານເຄີຍມີຄວາມເຫັນວ່າ: ” ການເຄື່ອນໄຫວຂອງຫວຽດມິນ ໄດ້ເຮັດໃຫ້ເພິ່ນເກີດແນວຄິດ ຮັກຊາດ ແລະ ຢາກໃຫ້ປະເທດຊາດເປັນເອກະລາດ ມີອະທິປະໄຕ
ປີ ຄ.ສ 1944 ທ່ານໄກສອນໄດ້ເຂົ້າເປັນສະມາຊິກຂອງສະມາຄົມໄວໜຸ່ມກູ້ຊາດຫວຽດມິນ ທ່ານໄດ້ຮ່ວມກິດຈະກຳ ຂອງສະມາຄົມຢ່າງຫຼວງຫຼາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ການເຄື່ອນໄຫວຂອງຫວຽດມິນໄດ້ເປັນຢ່າງດີ.  ທ່ານໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຄົນທີ່ຮັກຊາດ ທີ່ມີສະຕິຕື່ນຕົວສູງເທົ່ານັ້ນ ແຕ່ທ່ານຍັງມີແນວຄິດປະຕິວັດອີກດ້ວຍ.
ຄ.ສ 1945 ສະພາບການຂອງໂລກໄດ້ຜັນປ່ຽນໄປຢ່າງໄວວາ ແລະ ສົ່ງຜົນກະທົບໂດຍກົງຕໍ່ຊະຕາກຳຂອງບັນດາປະຊາຊາດ ໃນແຫລມອິນດູຈີນ, ຕົ້ນເດືອນ ມີນາ ຄ.ສ 1945 ສູນກາງພັກກອມມູນິດອິນດູຈີນໄດ້ຈັດກອງປະຊຸມຂື້ນ ເພື່ອກະກຽມ ເງື່ອນໄຂອັນຈຳເປັນໃຫ້ແກ່ການລຸກຮືຂື້ນຍຶດອຳນາດການປົກຄອງຈາກພວກລ່າເມືອງຂຶ້ນ ເພື່ອນໍາເອົາເອກະລາດແຫ່ງຊາດ ມາໃຫ້ບັນດາປະເທດໃນອິນດູຈີນ.
ໃນວັນທີ 9 ພຶດສະພາ ຄ.ສ 1945 ກອງທັບແດງໂຊວຽດ ໄດ້ຮັບໄຊຊະນະກອງທັບຟາຊິດເຢຍລະມັນ ອັນໄດ້ເຮັດໃຫ້ ເກີດມີໂອກາດອຳນວຍສຳລັບການລຸກຮືຂື້ນຍຶດອຳນາດຂອງປະຊາຊົນໃນແຫຼມອີນດູຈີນ. ປະທານ ໄກສອນ ເວລານັ້ນ ຫາກໍເດີນທາງຈາກວຽດນາມມາຮອດສະຫວັນນະເຂດ ແລະ ໄດ້ເຄື່ອນໄຫວທັນທີໂດຍເລີ່ມຈາກການຄົ້ນຫາຜູ້ທີ່ຮັກຊາດ ໃນຂະບວນການລາວອິດສະຫຼະ ທັງດຳເນີນການປຸກລະດົມ ແລະ ຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າງດ້າວ ເຂົ້າຮ່ວມໃນຂະບວນການຕໍ່ສູ້ ຍຶດອຳນາດທີ່ສະຫວັນນະເຂດ; ຕາມການບັນທຶກຂອງ ທ່ານ ສີຊະນະ  ສີສານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນການນັ້ນລະບຸໄວ້ວ່າ: ” ໃນຂະນະນັ້ນ ສະຫາຍ ໄກສອນ ພົມວິຫານ ພ້ອມດ້ວຍຄະນະຜູ້ແທນແຂວງສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທວງໃຫ້ຍີ່ປຸ່ນມອບອຳນາດ ໃຫ້ແກ່ຄົນລາວ, ໃນທີສຸດໃນວັນທີ 31 ສິງຫາ ຄ.ສ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມດ້ວຍລູກປືນຫຼາຍຫີບໃຫ້ແກ່ຊາວແຂວງສະຫວັນນະເຂດ; ກອງກໍາລັງປະກອບອາວຸດ ຂອງປະຊາ ຊົນໄດ້ຮັບການຈັດຕັ້ງຂຶ້ນທັນທີ ແລະ ພ້ອມກັນນັ້ນ ປະທານ ໄກສອນ ແລະ ຂ້າພະເຈົ້າ ກໍໄດ້ພາກັນ ອອກໄປບ້ານຕ່າງໆເພື່ອບອກໃຫ້ບັນດາກຳລັງປະກອບອາວຸດ “ລາວອິດສະຫຼະ” ເຂົ້າມາສະຫວັນນະເຂດ ເພື່ອສົມທົບກັບກຳລັງປະກອບອາວຸດປະຊາຊົນ ທີ່ໄດ້ຈັດຕັ້ງຂຶ້ນໄວ້ກ່ອນໜ້ານັ້ນແລ້ວ ໃຫ້ເປັນກຳລັງ ປະກອບອາວຸດອັນດຽວກັນ ພາຍຫຼັງທີ່ການຍຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບພະແນກຖະແຫຼງຂ່າວຂອງແຂວງສະຫວັນນະເຂດ
ວັນທີ 9 ກັນຍາ 1945 ພວກທະຫານຝຣັ່ງໄດ້ເປີດບັ້ນບຸກໂຈມຕີເຂົ້າຕົວເມືອງ ຂອງແຂວງສະຫວັນນະເຂດ ພວກເຂົາ ໄດ້ຖືກຕອບໂຕ້ຄືນຢ່າງແຂງແຮງຈາກກຳລັງ ປະກອບອາວຸດປະຊາຊົນ, ຕົ້ນເດືອນຕຸລາ 1945 ທ່ານທ່ານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການ ໃນການເຄື່ອນໄຫວປຸກລະດົມ ແລະ ຈັດຕັ້ງມວນຊົນຊາວແຂວງສະຫວັນນະເຂດ ເກືອບ 2.000 ຄົນ ແລະ ໄດ້ເຂົ້າຮ່ວມພິທີຕ້ອນຮັບ ທ່ານ ສຸພານຸວົງ ທີ່ໄດ້ເດີນທາງມາຈາກປະເທດຫວຽດນາມ ຜ່ານແຂວງ ສະຫວັນນະເຂດ ເຊິ່ງຈະເດີນທາງໄປນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມໃນຄະນະລັດຖະບານລາວອິດສະຫຼະ.
ຮອດເດືອນ ທັນວາ 1945 ທ່ານ ໄກສອນ ພົມວິຫານ ໄດ້ອອກເດີນທາງຈາກສະຫວັນນະເຂດໄປຮ່າໂນ້ຍ ເພື່ອເຕົ້າໂຮມ ເອົາຄົນລາວທີ່ອາໄສຢູ່ໃນ ຫວຽດນາມເຂົ້າຮ່ວມການຕໍ່ສູ້, ຕອນທີ່ ທ່ານຢູ່ ຮ່າໂນ້ຍ ນັ້ນ ທ່ານ ໄກສອນ ພົມວິຫານ ໄດ້ເຮັດ ວຽກຢູ່ທີ່ສະຖານີວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ, ຂຽນບົດວິຈານ, ແປຂ່າວຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ມາເປັນ ພາສາລາວ; ບາງເທື່ອເພິ່ນກໍໄດ້ເປົ່າແຄນອອກທາງ ວິທະຍຸ ກະຈາຍສຽງນັ້ນນໍາອີກ.
ໃນລະຫວ່າງເດືອນມີນາ ຫາ ເດືອນທັນວາ 1946 ປະທານ ໄກສອນ ພົມວິຫານ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ ລາວ-ຫວຽດນາມ ທີ່ຮ່າໂນ້ຍ ອົງການນີ້ເປັນອົງການທີ່ໄດ້ເຕົ້າໂຮມເອົາຄົນລາວທີ່ຢູ່ຮ່າໂນ້ຍ ແລະ ແຂວງຕ່າງໆຂອງ ຫວຽດນາມ ມາຮວມກັນ ເພື່ອຈັດຕັ້ງອົງການກູ້ຊາດຂອງລາວທີ່ຢູ່ຫວຽດນາມ. ທ່ານ ໄກສອນ ພົມວິຫານ ໃນຍຸກ ຕໍ່ສູ້ກັບພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ຄຳໄຕ ສີພັນດອນ. ໃນບັນດາຜູ້ນໍາເລົ່ານັ້ນ ທ່ານ ໄກສອນ ພົມວິຫານ ຮັບຜິດຊອບນຳພາການຕໍ່ສູ້ ທາງດ້ານການທະຫານ ເຂົ້າໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ ” ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ແຕ່ໃຫ້ຈັບປາໄດ້ “.
ການສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານເປັນເລຂາທິການໃຫຍ່ ຜູ້ທຳອິດຂອງພັກ ເຊິ່ງເວລາ ນັ້ນພັກດຳເນີນການເຄື່ອນໄຫວ ຢ່າງປິດລັບ ໂດຍມີແນວລາວສ້າງຊາດເປັນຕົວແທນໃຫ້ກັບພັກ ຈົນສາ ມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ປະກາດ ສະຖາປະນາປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ຄ.ສ 1975 ນັບແຕ່ນັ້ນມາພັກປະຊາຊົນປະຕິວັດລາວຈຶ່ງດຳເນີນການເຄື່ອນໄຫວຂອງຕົນຢ່າງເປີດເຜີຍ.
ເວົ້າໄດ້ວ່າ ໃນພາລະກິດການຕໍ່ສູ້ ຫລື ການເຄື່ອນໄຫວຂອງພັກປະຊາຊົນປະຕິວັດລາວ ທ່ານ ໄກສອນ ພົມວິຫານ ຄືຜູ້ນຳທີ່ແທ້ຈິງຂອງພັກ ທ່ານໄດ້ດຳລົງຕຳແໜ່ງເລຂາທິການໃຫຍ່ຂອງພັກນັບ ແຕ່ວັນສ້າງຕັ້ງພັກຈົນເຖິງມື້ສຸດ ທ້າຍໃນຊີວິດຂອງທ່ານ ທ່ານ ໄກສອນພົມວິຫານ ໄດ້ເຖິງແກ່ມໍລະນະກຳ ເມື່ອວັນທີ 21 ພະຈິກ ປີ ຄ.ສ 1992.