Saturday, 27 July 2024

ທັດສະນະສຶກສາ ແລະ ຢ້ຽມຊົມສວນວັດທະທຳຊຽງຄວນ

ໃນຕອນເຊົ້າຂອງວັນພຸດ, ວັນທີ 23 ພຶດສະພາ 2024 ເວລາ 08 ໂມງ 30 ນາທີ ໜ່ວຍຊາວໜຸ່ມກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ຫ້ອງວ່າການສູນກາງພັກ ໄດ້ໄປທັດສະນະສຶກສາ ແລະ ຢ້ຽມຊົມສວນວັດທະທຳຊຽງຄວນ ເພື່ອເປັນການຂຳ່ນັບຮັບຕ້ອນກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມ ກພອ ທີ່ຈະຈັດຂຶ້ນໃນມໍ່ໆນີ້. ການໄປທັດສະນະໃນຄັ້ງນີ້ ນຳໂດຍສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ເປັນຫົວໜ້າຄະນະ, ພ້ອມດ້ວຍຕາງໜ້າໜ່ວຍແມ່ຍິງ ກພອ ,ໜ່ວຍກຳມະບານ ກພອ ແລະ ສະມາຊິກຊາວໜຸ່ມ ກພອ ທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນຟົດຟື້ນ.