Saturday, 27 July 2024

“ຍົກລະດັບວຽກງານຂ່າວສານ”

ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ໃນຕອນເຊົ້າ ວັນ ອັງຄານ ທີ 22 ພະຈິກ 2022 ທີ່ກົມພິພິທະພັນ ໄກສອນ ພົມວິຫານ ໄດ້ ເປີດຊຸດອົບຮົມ ພາຍໃຕ້ ຫົວຂໍ້ ” ວຽກງານຂ່າວສານ ” ເປັນປະທານໂດຍ ທ່ານ ນາງ ອ່ອນຈັນ ສຸວັນນະແສງ ຮອງ ຫົວຫນ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ແລະ ໃຫ້ກຽດຂຶ້ນບັນຍາຍໂດຍ ອາຈານ ຄຳວິສັນ ແກ້ວສຸວັນ. ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາພະນັກງານ ລັດຖະກອນເຂົ້າຮ່ວມ ຈໍານວນ 20 ທ່ານ,ຍິງ 8 ທ່ານ.

ທ່ານ ນາງ ພອນລັດສະໝີ ພີມມະສອນ ຮອງຫົວຫນ້າ ພະແນກ ໂຄສະນາ ຂໍ້ມູນຂ່າວສານ ໄດ້ແຈ້ງຈຸດປະສົງວ່າ: ການຈັດເຝິກອົບຮົມວຽກງານຂ່າວສານໃນຄັ້ງນີ້ແມ່ນ ເພື່ອເຮັດໃຫ້ ພະນັກງານເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບເຕັກນິກການຂຽນຂ່າວອອນລາຍ, ການຂຽນບົດຂ່າວສານ, ແລະ ການຂຽນບົດຄວາມ.                 ຫຼັງຈາກນັ້ນທ່ານ ນາງ ອ່ອນຈັນ ສຸວັນນະແສງ ໄດ້ໃຫ້ຄຳເຫັນໃນກອງປະຊຸມ ຊຸດຝຶກອົບຮົມ ໃນຄັ້ງນີ້ ກໍ່ເພື່ອຍົກລະດັບຄວາມຮູ້ດ້ານການ ຄົ້ນຄວ້າ ແລະ ຂີດຂຽນ, ການໂຄສະນາ ເພື່ອເປັນການ ເສີມຂະຫຍາຍຄຸນຄ່າ  ພິພິທະພັນ ແລະ ອະນຸສອນສະຖານ ໃຫ້ຢືນຍົງຕະຫຼອດໄປ ເສີມຂະຫຍາຍຄວາມຮູ້ຂອງພະນັກງານວິຊາການໃຫ້ກາຍເປັນຊ່ຽງຊານ ໃນການຄົ້ນຄວ້າ, ຂີດຂຽນໂຄສະນາ ຂ່າວສານ ຕ່າງໆ ໃຫ້ໄດ້ຮັບການພັດທະນາດີຂື້ນ.

ອາຈານ ຄຳວິສັນ ແກ້ວສຸວັນ ໄດ້ນໍາສະເໜີບົດຮຽນທີ່ສຳຄັນເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ເຊິ່ງມີເນື້ອໃນດັ່ງນີ້  ເຕັກນິກການຂຽນຂ່າວ, ການຂຽນບົດຄວາມເພື່ອລົງຂ່າວ, ການຄຸ້ມຄອງສື່ສັງຄົມອອນໄລ, ການຂຽນຂ່າວສານ ແລະ ການຂຽນບົດຄວາມ, ພ້ອມທັງປະຕິບັດຕົວຈິງ ໃນການຂຽນຂ່າວ.

ອາຈານ ພອນເພັດ ສິດທິວົງ ໄດ້ສະເໜີເຕັກນິກການຖ່າຍຮູບ, ການນໍາໃຊ້ກອງຖ່າຍຮູບທີ່ຖຶກຕ້ອງ.ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງຄຶກຄື່ນ.

ຊຸດເຝິກອົບຮົມຄັ້ງນີ້ໄດ້ດໍາເນີນເປັນເວລາ 3 ວັນ.