Saturday, 27 July 2024

ງານວາງສະແດງຮູບພາບ

ໃນວັນ ອາທິດ ຕ່ອນແລງ ທີ 17 ກໍລະກົດ 2022 ເວລາ 17ໂມງ00ນາທີ ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ແລະ ປຶ້ມ ພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ” ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອສະເຫລີມສະຫລອງ ປີສາມັກຄີມິດຕະ ພາບ ລາວ-ຫວຽດນາມ ໂດຍມີ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນໍາລະດັບຊາດ ສະເຫລີມສະຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ ປີ 2022, ມີບັນດາການນໍາພັກ-ລັດ ຂອງລາວ ແລະ ຫວຽດນາມ ເຂົ້າຮ່ວມ.
ຮູບພາບທີ່ນຳມາວາງສະແດງໃນຄັ້ງນີ້, ມີທັງໝົດ 400 ກວ່າຮູບ, ແຕ່ລະຮູບ ສະທ້ອນໃຫ້ເຫັນເຖິງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ, ທັງສ່ອງແສງໃຫ້ເຫັນການດຳລົງຊີວິດຂອງປະຊາຊົນສອງຊາດ ລາວ-ຫວຽດນາມ, ການເຄື່ອນໄຫວຮ່ວມສຳພັນສູ້ຮົບຂອງບັນດານັກຮົບປະຕິວັດ ລາວ-ຫວຽດນາມ ແລະ ການເຄື່ອນໄຫວປະຕິບັດໜ້າທີ່, ການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງບັນດາການນຳຂັ້ນສູງຂອງສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ.
ໂອກາດດັ່ງກ່າວ, ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ລາຍງານໃຫ້ຮູ້ວ່າ: ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄດ້ນໍາເອົາຮູບພາບການເຄື່ອນໄຫວຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ມາວາງສະແດງຢູ່ສອງຈຸດຄື: ຢູ່ ສປປ ລາວ ວາງສະແດງ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຢູ່ຫວຽດນາມ ວາງສະແດງຢູ່ ຫໍພິພິທະພັນການປະຕິວັດ ຫວຽດນາມ, ເຊິ່ງການວາງສະແດງ ຢູ່ ສປປ ລາວ ກໍຄື ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ, ມີຮູບທັງໝົດ 400 ກວ່າຮູບ, ໂດຍແບ່ງອອກເປັນ 3 ພາກ ຄື: ພາກທີ I ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອ ຮ່ວມສໍາພັນສູ້ຮົບ ແລະ ການສ້າງສາຍພົວພັນການທູດ ລາວ-ຫວຽດນາມ, ຫວຽດນາມ-ລາວ (ແຕ່ປີ 1930-1975), ພາກທີ II ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (ແຕ່ປີ1976-1986) ແລະ ພາກທີ III ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫລອດໄລຍະ 36 ປີ ແຫ່ງການປ່ຽນແປງໃໝ່ (ແຕ່ປີ1986-2022).
ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງໃຫ້ຮູ້ຕື່ມອີກວ່າ: ຮູບພາບ ແລະ ການເຄື່ອນໄຫວທັງໝົດແມ່ນຍັງມີອີກຫລວງຫລາຍ ທີ່ບໍ່ສາມາດເກັບທ້ອນໂຮມເຂົ້າໃນອາຄານ ຫລື ສະຖານທີ່ໃດໜຶ່ງໝົດໄດ້, ແຕ່ທັງໝົດນັ້ນ ລ້ວນແຕ່ສ່ອງແສງເຖິງຄວາມມີຊີວິດຊີວາ, ຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ເຊິ່ງຍາມໃດພັກ-ລັດ ແລະ ປະຊາຊົນສອງຊາດ ກໍໄດ້ເພີ່ມພູນຄູນສ້າງ ໃຫ້ເກີດດອກອອກຜົນ ແລະ ນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫລອດກາລະນານ” ແລະ ບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ: ຮັກຫອມກັນໝາຍໝັ້ນຫລາຍສັນພູກໍ່ປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດນາມໄດ້ຝັງຄວາມຮັກຢູ່ໃນໃຈຫົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້.
ໃນຕອນທ້າຍ, ບັນດາ ສະຫາຍການນໍາພັກ-ລັດ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍການນໍາລະດັບສູງຂອງພັກກອມມູນິດຫວຽດນາມ ກໍໄດ້ທ່ຽວຊົມການວາງ ສະແດງຮູບພາບ ພາຍໃນຫໍພິພິທະພັນ ໄກສອນ ພົມວິຫານ.