Saturday, 27 July 2024

ຄົນ ກັບ ປາ

ເນື່ອງໃນໂອກາດວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ,ສັດປ່າແຫ່ງຊາດ
( 13 ກໍລະກົດ 2023 )
ໂດຍ: ອຸໄທ ໄຊປັນຍາ
 ເດືອນນີ້ດີແທ້ໆ ເໝາະແກ່ການຂະຫຍາຍພັນ
ວາງໄຂ່ຕາມລໍາທານ ຫ້ວຍ, ໜອງ, ຄອງ, ບຶງພ້ອມ
ທຸກບ່ອນທີ່ມີນໍ້າ ມີປາອາໃສຢູ່
ບ່ອນນັ້ນມີພວກເຈົ້າ ວາງໄຂ່ໄວ້ໃຫ້ສືບພັນ ແທ້ແລ້ວ
 ທຸກໆປີການນໍາໄດ້ ປ່ອຍປາລົງສູ່ວັງ
ຫວັງໃຫ້ມີປາຫຼາຍ ຕາມລໍາທານສະຫງວນໄວ້
ໃຜຫາກໄປຫາເຈົ້າ ເອົາປາໃຫ້ເບິ່ງແນ່
ໂຕເລັກໆນ້ອຍໆ ເຮົານັ້ນຢ່າໄດ້ເອົາເນີ
 ຖ້າຫາກບໍ່ສະນັ້ນ ມັນຈະເສື່ອມສູນພັນໝົດ
ໂຕທົດແທນບໍ່ມີ ຖ້າວ່າເອົາໄປໝົດກ້ຽງ
ເຫຼືອແຕ່ໂຕເຮົາລ້ຽງ ໃນກະຊັງ ແລະ ວັງໃຫຍ່
ຢູ່ໃນໜອງເຮົາໄດ້ຊື້ ຄືສູ່ມື້ກໍ່ຫາກຫຼາຍ
 ແຕ່ວ່າໃນໜອງນໍ້າ ທໍາມະຊາດພັດບໍ່ມີ
ຍ້ອນວ່າເຮົາທໍາລາຍ ກາຍເປັນໝັນໂຕສືບພັນບໍ່ມີຈ້ອຍ
ທັງໂຕເລັກໂຕນ້ອຍ ເຮົາພັດຄອຍຈັບຢູ່
ລ້ຽງຊີວິດແຕ່ລະມື້ ເຫຼືອນັ້ນພັດແມ່ນຂາຍ ທ່ານເອີຍ
 ເຮົາຄວນອະນຸລັກໄວ້ ສັດນ້ອຍ-ໃຫຍ່ຢ່າທໍາລາຍ
ຫາກິນພໍປະມານ ດ້ວຍເຄື່ອງມືຊາວບ້ານ
ເຄື່ອງແນວໃດທີ່ເພິ່ນຫ້າມ ເຮົາບໍ່ຄວນຝືນຝ່າ
ເພາະວ່າເຄື່ອງມືພວກນັ້ນ ຄັນໃຊ້ແລ້ວຫາກຈິບຫາຍ ແທ້ໃດ
 ໂຕບໍ່ຕາຍທີ່ໜີໄດ້ ພັດເປັນຂອດເປັນໝັນ
ການຂະຫຍາຍພັນເລີຍບໍ່ມີ ເຮັດແນວໃດຊິຫຼາຍໄດ້
ເຮົາຄວນອະນຸລັກໄວ້ ສາມ-ສີ່ເດືອນໃຫ້ມັນໃຫຍ່
ແລ້ວຈຶ່ງຫາເອົາໄດ້ ແນວນັ້ນຈຶ່ງວ່າດີ ເຈົ້າເອີຍ.