Saturday, 27 July 2024

ຄະນະພັກຫ້ອງວ່າການສູນກາງພັກ

ຕອນເຊົ້າ ວັນທີ 13 ກໍລະກົດ2023 ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ຂອງ ປະທານ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເກີດ ປະທານ ສຸພານຸວົງ ຄົບຮອບ 114 ປີ (13/07/1909-13/07/2023).ທີ່ອະນຸສອນ ສະຖານ ປະທານ ສຸພານຸວົງ ບ້ານ ໂພນສະອາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ປະທານ ສຸພານຸວົງ ໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ປະທານ ສຸພານຸວົງ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຕະຫຼອດພາລະກິດປະຕິວັດຂອງປະທານ ສຸພານຸວົງ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປອ່ຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ