Saturday, 27 July 2024

ຄະນະຜູ້ແທນ ແຫ່ງ ສປ ຈີນ

ຕອນເຊົ້າຂອງວັນທີ 28 ພຶດສະພາ 2024 ເວລາ 90:30 ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຕ້ອນຮັບຄະນະຜູ້ແທນ ແຫ່ງ ສປ ຈີນ ເນື່ອງໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສ ປປ ລາວ ລະຫວ່າງວັນທີ 24-28 ພຶດສະພາ 2024 ນີ້.ເຊິ່ງນໍາໂດຍ: ສະຫາຍ ສຸຍເຄີລາຍທີ ຈາເຄີເອີ ຮອງປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ພ້ອມຄະນະ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ ຕໍ່ໜ້າ ຮູບຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມ ເຄົາລົບຮັກ ແລະ ຊື່ນຊົມຕໍ່ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນ ລາວທັງຊາດ, ເປັນເພື່ອມິດທີ່ສະໜິດສະໜົມ ຂອງປະຊາຊົນຈີນ;ເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນໄປ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ເຊິ່ງການໄປມາຫາສູ່ ແລະ ການພົບປະແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ລະຫວ່າງການ ນໍາຂັ້ນຕ່າງໆຂອງ ສອງພັກ ລາວ-ຈີນ ໄດ້ເປັນມູນເຊື້ອ, ເປັນປະເພນີ ແລະ ຖືເປັນກົນໄກການພົວພັນທີ່ດີ, ມີບົດບາດສໍາຄັນໃນການແລກປ່ຽນທັດສະນະ ແລະ ບົດຮຽນຮ່ວມກັນ ເພື່ອຊຸກຍູ້ເສີມຂະຫຍາຍສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ, 2 ສອງອົງການນິຕິບັນຍັດ ແລະ ປະຊາຊົນ 2 ຊາດ ລາວ-ຈີນ ໃຫ້ນັບມື້ມີປະສິດທິຜົນສູງຂຶ້ນ,
ໂອກາດດຽວກັນ, ສະຫາຍ ສຸຍເຄີລາຍທີ ຈາເຄີເອີ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້.