Saturday, 27 July 2024

ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

 

ຕອນເຊົ້າ ວັນພຸດ, ວັນທີ 9 ສິງຫາ 2023 ເວລາ 8 ໂມງ 30 ນາທີ ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເຊິ່ງນຳໂດຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເຄົາລົບຮັກ, ຈົດຈຳບຸນຄຸນອັນໃຫຍ່ຫຼວງ ແລະ ສືບຕໍ່ເສີມຂະຫຍາຍແນວຄິດ ຂອງປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ, ກໍ່ຄືມູນເຊື້ອການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ເຊິ່ງຍາມໃດພັກ-ລັດ ແລະ ປະຊາຊົນສອງຊາດ ກໍໄດ້ເພີ່ມພູນຄູນສ້າງ ໃຫ້ເກີດດອກອອກຜົນ ແລະ ນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫລອດກາລະນານ” ແລະ ບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ: ຮັກຫອມກັນໝາຍໝັ້ນຫລາຍສັນພູກໍ່ປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດນາມໄດ້ຝັງຄວາມຮັກຢູ່ໃນໃຈຫົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້