Saturday, 27 July 2024

ກໍາລັງປ້ອງກັນຊາດ

ວັນທີ 17-19 ກໍລະກົດ 2023 ໄດ້ມີຄະນະຊາວໜຸ່ມກົມກອງຕ່າງໆ ຂອງກໍາລັງປ້ອງກັນຊາດເປັນຕົ້ນແມ່ນ:
– ກົມໃຫຍ່ການເມືອງກອງທັບ
– ກອງພັນໃຫຍ່ 661
– ກອງພັນໃຫຍ່ 641
– ຫ້ອງວ່າການກະຊວງ
– ກອງພັນໃຫຍ່ທະຫານລາບ
– ກົມໃຫຍ່ພະລາທິການ
– ກອງພັນໃຫຍ່ 605
– ກົມໃຫຍ່ເສນາທິການ
– ກອງພັນໃຫຍ່ 11
– ກົມໃຫຍ່ເຕັກນິກກອງທັບ
– ວິທະຍາຄານພາລາທິການ
– ກອງພັນໃຫຍ່ 279
ໄດ້ເຂົ້າມາທ່ຽວຊົມ ທັດສະນະສຶກສາ ທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ຕັ້ງຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ. ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນ ໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ແລະ ເພື່ອຮໍ່າຮຽນຮຽນເອົາແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດທີ່ລຽບງ່າຍຂອງ ທ່ານ ໜູຮັກ ພູມສະຫວັນ……..ຂໍຊົມເຊີຍ ແລະ ຍິນດີຕ້ອນຮັບ