Saturday, 27 July 2024

ກະບອກສຽງຂອງຊາດ

( ເນື່ອງໃນໂອກາດ ວັນສ້າງຕັ້ງ ສື່ສານມວນຊົນລາວ ແລະ ວັນພິມຈໍາໜ່າຍ ຄົບຮອບ 73 ປີ)

ໂດຍ: ອຸໄທ ໄຊປັນຍາ

  • 13 ສິງຫາຈຸດກໍາເນີດ ເລີ່ມຕົ້ນເກີດສື່ມວນຊົນລາວ

1950 ນັບມາ                                            ຮອດປີ 2023 ນີ້

73 ປີຂວບເຂົ້າ                                          ສື່ມວນຊົນລາວເຮົາໄດ້ເຕີບໃຫຍ່

ເປັນກະບອກສຽງໃຫ້                                  ພັກ-ລັດເຮົາຮອບດ້ານດີແທ້ສື່ຂອງລາວ

  • ທຸກເຫດການເມືອງ-ບ້ານ ລົງຂ່າວໃຫ້ຄົນເຫັນ

ເປັນຕົວແທນໂຄສະນາ                                ໃຫ້ປະຊາຊົນຄົນຮັບຮູ້

ໂຄສະນາຕາມຊ່ອງ                                     ໂທລະທັດລາວອອກຂ່າວ

ວິທະຍຸກະຈາຍສຽງພ້ອມ                             ໜັງສືພິມນັ້ນກໍ່ຫາກມີ ແທ້ແລ້ວ

  • ໃນຍຸກປັດຈຸບັນນີ້ ເປັນຍຸກທີ່ທັນສະໄໝ

ຍຸກເທັກໂນໂລຊີ                                        ທີ່ສື່ສານວ່ອງໄວ້ແລ້ວ

ທັງເຟສບຸກໂຊຊ້ຽວ                                    ເປີດອອນລາຍເບິ່ງຂ່າວ

ຊິຢູ່ໃສກໍ່ເບິ່ງໄດ້                                         ມືຖືໃຊ້ຢູ່ປະຈໍາ

  • ແຕ່ຂ່າວຄາວ ທີ່ເອົາມາລົງນັ້ນ

ຄວນເບິ່ງໃຫ້ຊັດເຈນ                                  ຮູ້ທີ່ໄປທີ່ມາບາດເພິ່ນຖາມຈຶ່ງຕອບໄດ້

ບໍ່ແມ່ນເອົາມາລົງແລ້ວ                                 ຖາມຫຍັງໄປກໍ່ມິດຢູ່

ຄັນເພິ່ນຖາມພັດບໍ່ຮູ້                                   ຄວາມຈິງນັ້ນແມ່ນບໍ່ມີ

  • ຢາກຂໍຝາກທ່ານເອົາໄວ້ ຜູ້ລົງຂ່າວທັງຫຼາຍ

ເຮັດໃຫ້ສື່ມວນຊົນເຮົາ                                ຕ່າງຊາດເຂົາໃຫ້ຮັບຮູ້

ໃຫ້ສົມເປັນແນວໜ້າ                                  ໂຄສະນາອອກຂ່າວ

ທຸກເຫດການເລື່ອງລາວ                              ມີຄວາມຈິງແນ່ແທ້ ແນວນັ້ນຈຶ່ງຊົມເຊີຍ ທ່ານເອີຍ