Saturday, 27 July 2024

ກະຊວງສາທາລະນະສຸກ

ໃນຕອນເຊົ້າ ຂອງວັນ ສຸກ ທີ 24 ພຶດສະພາ 2024 ເວລາ 8 ໂມງ 30 ນາທີ ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງນໍາພາໂດຍ: ທ່ານ ດຣ ບຸນຍອດ ມູນຄາລັກ ໄດ້ນໍາພາ ຄູ-ອາຈານ ແລະ ນັກສຶກສາສາທິດສະດີຂັ້ນຕົ້ນລະບົບ 3 ເດືອນ ຮຸ່ນທີ I ຂອງກະຊວງສາທາລະນະສຸກ ເນື່ອງໃນໂອກາດທີ່ໄດ້ມາທັດສະນະສຶກສາຫາຄວາມຮູ້ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ພ້ອມດຽວກັນນີ້ກໍ່ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ.