Saturday, 27 July 2024

ກະຊວງປ້ອງກັນປະເທດ

ຕອນເຊົ້າ ວັນພະຫັດ ທີ 19 ມັງກອນ 2023 ເວລາ 07ໂມງ00ນາທີ ທ່ານ ນາງ ອ່ອນຈັນ ສຸວັນນະແສງ ຮອງ ຫົວຫນ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ພະແນກ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຕ້ອນຮັບ ຄະນະ ນຳ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພັກ-ຄະນະນຳກະຊວງ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ