Saturday, 27 July 2024

ກະກຽມຄວາມພ້ອມເພື່ອເປີດຮັບແຂກ

 
ໃນໂອກາດສະເຫຼີມສະຫຼອງວັນຍຶດອຳນາດ ຄົບຮອບ 48 ປີ (23/08/1975-23/08/2023).
ຕອນເຊົ້າ ວັນ ພຸດ ທີ23 ສີງຫາ 2023 ເວລາ8ໂມງ30ນາທີ ຄະນະກົມ, ຄະນະພະແນກ, ພ້ອມດ້ວຍພະນັກງານວິຊາການ ພະແນກອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃດ້ກວດກາ ແລະ ກະກຽມຄວາມພ້ອມເພື່ອເປີດຮັບແຂກຢ່າງເປັນທາງການ ເລີ່ມແຕ່ວັນທີ 23/08/2023 (ວັນພຸດ) ເປັນຕົ້ນໄປ.
– ເວລາເປີດບໍລິການ ວັນ ຈັນ – ວັນສຸກ
– ເວລາ 8:00 – 11:30 ໂມງ ແລະ 13:00 – 16:00 ໂມງ
– ປິດບໍລິການ ວັນເສົາ-ອາທິດ
– ສະຖານທີ່: ບ້ານສີວີໄລ, ເມືອໄຊທານີ, ນະຄອນຫຼວງວຽງຈັນ (ຫຼັກ 6)