Saturday, 27 July 2024

ກອງປະຊຸມໜ່ວຍພັກ

ຕອນເຊົ້າຂອງວັນຈັນ ທີ 5 ທັນວາ 2022 ເວລາ 8 ໂມງ 30 ນາທີ ໜ່ວຍພັກກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ຈັດກອງປະຊຸມກ່ຽວກັບການປະເມີນຜົນ ແລະ ຜ່ານຄະແນນຄັດເລືອກເອົາສະມາຊິກພັກຜູ້ທີ່ດີເດັ່ນປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຂອງກົມ ກພອ ໃຫ້ກຽດເປັນປະທານໂດຍ ສະຫາຍ ນ. ອ່ອນຈັນ ສຸວັນນະແສງ ປະທານກວດກາໜ່ວຍພັກ, ມີຫົວໜ້າຈຸ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະຊ່ວຍວຽກເຂົ້າຮ່ວມຈໍານວນ 10 ສະຫາຍ.
ການປະເມີນຜົນ ແລະ ຜ່ານຄະແນນຄັດເລືອກເອົາສະມາຊິກພັກຜູ້ທີ່ດີເດັ່ນໃນນັ້ນຫົວໜ້າຈຸພັກແຕ່ລະຈຸພັກໄດ້ຕາງໜ້າໃຫ້ສະມາຊິກພັກພາຍໃນຈຸຂອງຕົນເອງຜ່ານຄະແນນຂອງສະມາຊິກພັກແຕ່ລະສະຫາຍເຫັນວ່າສາມາດມາດຄັດເລືອກໄດ້ປະເພດແຂງ ມີ 36 ສະຫາຍ ແລະ ປະເພດກາງມີ 2 ສະຫາຍ.
ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບປະຈໍາປີ 2022 ແລະ ຜ່ານທິດທາງແຜນການປະຈໍາປີ 2023 ໃຫ້ແຕ່ລະສະຫາຍທີ່ເຂົ້າຮ່ວມໄດ້ຮັບຮູ້, ພ້ອມທັງມີການປະກອບຄໍາຄິດຄໍາເຫັນໃສ່ຕໍ່ກັບບົດສະຫຼຸບດັ່ງກ່າວນັ້ນໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ.
ໃນຕອນທ້າຍຂອງກອງປະຊຸມສະຫາຍ ນ. ອ່ອນຈັນ ສຸວັນນະແສງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ ເຫັນດີເປັນເອກະພາບກັບບົດສະຫຼຸບ ແລະ ໄດ້ກ່າວເຖິງສະມາຊິກພັກແຕ່ລະສະຫາຍໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ສໍາເລັດຕໍ່ການມອບໝາຍ, ຮັກສາມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້, ສືບຕໍ່ປະຕິບັດວຽກງານໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງຕາມແຜນການທີ່ໄດ້ວາງໄວ້.
ກອງປະຊຸມດັ່ງກ່າວແມ່ນໄດ້ປິດລົງໃນຕອນເຊົ້າເວລາ 11 ໂມງ 40 ນາທີ ດ້ວຍຜົນສໍາເລັດອັນຈົບງາມ.