Saturday, 27 July 2024

ກອງປະຊຸມແລກປ່ຽນບົດຮຽນ

ໃນວັນ ທີ 29 /5/ 2024 ເວລາ 9: 00 ທີ່ຫ້ອງປະຊຸມ ຫໍພິພິທະພັນໄກສອນ ພົມ ວິຫານ ໃດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານ ພິພິທະພັນ ແລະ ອະນຸສອນສະຖານ ລະຫວ່າງ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ແລະ ກົມປະຊາສໍາພັນ ຫ້ອງວ່າການສໍານັກງານາຍົກລັດຖະມົນຕີ ເຊິ່ງເປັນກຽດເຂົ້າຮ່ວມ ແລະ ຕ້ອນຮັບ ໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ, ທ່ານ ບຸນປອນ ສີລັດຕະນະວົງ ຮອງຫົວໜ້າກົມ ພ້ອມດ້ວຍຫົວໜ້າພະແນກ, ຮອງພະແນກເຂົ້າຮ່ວມ, ເຊິ່ງຄະນະນໍາຈາກກົມປະຊາສໍາພັນ ຫ້ອງວ່າການສໍານັກງານາຍົກລັດຖະມົນຕີ ແມ່ນທ່ານ ສົມສໍາເລັດ ທະວີຄໍາ ຮອງຫົວໜ້າກົມຜູ້ຊີ້ນໍາວຽກງານຫໍມູນເຊື້ອ ພ້ອມດ້ວຍຄະນະ .ທ່ານ ໄຊຍະລາດ ພົງຍາລັກ ໄດ້ກ່າວຕ້ອນຮັບ ແລະ ໃດ້ລາຍງານປະຫວັດຄວາມເປັນມາໂດຍຫຍໍ້ຂອງກົມ ພ້ອມກັນນັ້ນກໍ່ໃດ້ຕີລາລາສູງຕໍ່ການມາເຮັດວຽກ ແລະ ແລກປ່ຽນບົດຮຽນ ຂອງຄະນະນໍາກົມ ປະຊາສໍາພັນ
ທ່ານ ສົມສໍາເລັດ ທະວີຄໍາ ໃດ້ລາຍງານວ່າການບູລະນະສ້ອມແປງຕຶກລັດຖະບານຫຼັງເກົ່າ ໃຫ້ກາຍເປັນຫໍມູນເຊື້ອຂອງລັດຖະບານ ກໍາລັງດໍາເນີນການຈັດຕັ້ງປະຕິບັດ, ກົມປະຊາສໍາພັນໃນນາມກອງເລຂາພັດທະນາຫໍມູນເຊື້ອລັດຖະບານໃດ້ຮັບຜິດຊອບວຽກງານດ້ານເນື້ອໃນໜ້າພຽງວາງສະແດງວັດຖຸພັນ ແລະ ລະບົບຖານຂໍ້ມູນ, ລະບົບເມົາຕິມີເດຍເຊິ່ງຢູ່ໃນຂັ້ນຕອນການກະກຽມແຜນພັດທະນາໂຄງການກ່ຽວກັບໜ້າວຽກຂອງຫໍມູນເຊື້ອ
ເຊິ່ງການພົບປະແລກປ່ຽນບົດຮຽນຄັ້ງນີ້ແມ່ນມີ 03 ເນື້ອໃນຫຼັກ
1. ການບໍລິຫານຈັດການວຽກງານພິພິທະພັນ ແລະ ອະນຸສອນສະຖານ
2. ເອກະສານນິຕິກໍາຕ່າງໆໃນການຄຸິມຄອງປົກປັກຮັກສາ ພິພິທະພັນ ແລະ ອະນຸສອນສະຖານ
3. ວຽກງານການຈັດວາງສະແດງ ແລະ ວຽກງານປົກປັກຮັກສາວັດຖູພັນ
ກອງປະຊຸມແລກປ່ຽນບົດຮຽນໃດ້ດໍາເນີນເປັນເວລາເຄິ່່ງວັນ ແລະ ໃດ້ປິດລົງໃນວັນດັ່ງກ່າວ