Saturday, 27 July 2024

ກອງປະຊຸມແລກປ່ຽນບົດຮຽນ

ໃນວັນ ທີ 29 /5/ 2024 ເວລາ 02: 00 ທີ່ຫ້ອງປະຊຸມ ກົມພິພິທະພັນໄກສອນ ພົມ ວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໃດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຊີ້ນໍານໍາພາທີ່ພົ້ນເດັ່ນຂອງປະທານ ໄກສອນ ພົມວິຫານ ໃນໄລຍະຜ່ານມາ ລະຫວ່າງ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ແລະ ທ່ານ ຈັນທະບູນ ລັດຕະນະວົງ ອາດີດຮອງຫົວໜ້າຫ້ອງວ່າການສູນກາງພັກ
ເຊິ່ງເປັນກຽດເຂົ້າຮ່ວມ ແລະ ຕ້ອນຮັບ ໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ, ພ້ອມດ້ວຍຫົວໜ້າພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ, ທ່ານ ໄຊຍະລາດ ພົງຍາລັກ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈທີ່ທາງອາດີດການນໍາ ຫ້ອງວ່າການສູນກາງພັກໃດ້ມາຢ້ຽມຢາມຖາມຂ່າວພ້ອມກັນນັ້ນກໍ່ໃດ້ຕີລາລາສູງຕໍ່ການມາເຮັດວຽກ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ເຊິ່ງການພົບປະແລກປ່ຽນບົດຮຽນຄັ້ງນີ້ແມ່ນມີ 03 ເນື້ອໃນຫຼັກ
1. ຜົນງານທີ່ພົ້ນເດັ່ນໃນໄລຍະການຕໍ່ສູ້ກູ້ຊາດ
2. ຜົນງານທີ່ພົ້ນເດັ່ນໃນໄລຍະກະກຽມຢຶດອໍານາດ
3. ຜົນງານທີ່ພົ້ນເດັ່ນໃນໄລຍະນໍາພາການປ່ຽນແປງໄໝ່ຮອບດ້ານ ແລະ ມີຫຼັກການຂອງພັກ
ຫຼັງຈາກແລກປ່ຽນບົດຮຽນທາງອາດີດການນໍາຫ້ອງວ່າການສູນກາງພັກກໍ່ໃດ້ທ່ຽວຊົມຫໍພິພິທະພັນ ໄກສອນ ພົມວິຫານ
ความรู้สึกทั้งหมด

4