Saturday, 27 July 2024

ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານຊາວໜຸ່ມ 06 ເດືອນຕົ້ນປີ

ໃນຕອນເຊົ້າ ວັນ ອັງຄານ ທີ 2 ສິງຫາ 2022 ເວລາ 08ໂມງ00 ນາທີ ທີ່ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນໍາປະຕິວັດ ໄດ້ຈັດ ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານຊາວໜຸ່ມ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022 ຂອງໜ່ວຍຊາວໜຸ່ມກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໂດຍໃຫ້ກຽດເປັນປະທານກອງປະຊຸມ ສະຫາຍ ໄຊຍະລາດ ພົງຍາລັກ ກຳມະການຄະນະພັກຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ແລະ ການເຂົ້າຮ່ວມຂອງ ຄະນະບໍລິຫານງານ ຊາວໜຸ່ມ ຫ້ອງວ່າການສູນກາງພັກ, ບັນດາຕາງໜ້າໜ່ວຍ ຊາວໜຸ່ມຫ້ອງວ່າການສູນກາງພັກ ແລະ ສະມາຊິກຊາວໜຸ່ມ ກພອ ທັງໝົດ.