Saturday, 27 July 2024

ກອງບັນຊາການປ້ອງກັນສູນກາງ ວາງກະຕ່າ

ຕອນເຊົ້າ ວັນພະຫັດ ທີ 10 ພະຈິກ 2022 ເວລາ7ໂມງ00ນາທີ ຄະນະ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງນຳໂດຍ ສະຫາຍ ພົນຈັດຕະວາ ສົມພົງ ຂຳວິລຸນ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າ ກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນສູນກາງ ຄົບຮອບ 61 ປີ ( 11 ພະຈິກ 1961 – 11 ພະຈິກ 2022 ).