
ການວາງກະຕ່າດອກໄມ້ຄັ້ງນີ້ ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນ ຄຸນຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ຜູ້ນໍາພາທະນຸບຳລຸງ, ຝຶກຝົນຫລໍ່ຫລອມ, ນໍາພາ-ຊີ້ນໍາຊາວໜຸ່ມໃຫ້ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງ ເພີ່ນໄດ້ຕິດພັນຢ່າງສະໜິດແໜ້ນ ຕະຫລອດໄລຍະແຫ່ງການນໍາພາ ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງ ພັກ ແລະ ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫລັກການຂອງພັກ, ຍາດໄດ້ໄຊຊະນະ ສະຫງ່າງາມຕະ ຫລອດມາ; ທັງເປັນການ ສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງ ຮຽງນາມ, ຄຸນງາມຄວາມດີ, ແບບຢ່າງອັນປະເສີດເລີດລໍ້າຂອງເພີ່ນໄວ້ໃນດວງໃຈຕະຫລອດໄປ
ວັນທີ 13 ກຸມພາ 2025, ສະຫາຍ ບົວໄລ ພານຸວົງ, ເລຂາທິການສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸມ ກະຊວງ ຖແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກ ໄມ້ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ໃນໂອກາດຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ກະຊວງ ຖວທ ຄັ້ງທີ IX ທີ່ຈະຈັດຂຶ້ນໃນວັນທີ 14 ກຸມພາ 2025 ນີ້ ທີ່ນະ ຄອນຫລວງວຽງຈັນ.