ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980 – 1 ມິຖຸນາ 2025), ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ, ວັນເດັກນ້ອຍສາກົນຄົບຮອບ 101ປີ (ວັນທີ 01 ມິຖຸນາ 2025) ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ

ຕອນເຊົ້າວັນທີ ວັນ ສຸກ 30 ພິດສະພາ 2025 ເວລາ 7ໂມງ 30 ນາທີ ຫ້ອງວ່າການສູນກາງພັກໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະກົມ ແລະ ພະນັກງານພາຍໃນຫ້ອງວ່າການສູນກາງພັກ

ຈຸດປະສົງເພື່ອໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນຂອງວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງ ຊາດ, ເຊິ່ງເດັກນ້ອຍ ແລະ ເຍົາ ວະຊົນແມ່ນສ່ວນໜຶ່ງຂອງສັງຄົມ ໃນການປະກອບສ່ວນເຂົ້າໃນການ ພັດທະນາຂອງສັງຄົມ ແລະ ປະເທດຊາດໃນອະນາຄົດ ເພາະ ເດັກນ້ອຍໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ, ເພື່ອເຮັດໃຫ້ນ້ອງນ້ອຍ ເຍົາວະຊົນ ມີພັດທະນາການທີ່ດີ, ມີຄວາມກ້າຫານ ແລະ ມີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ. ໂດຍໃນພິທີໃດ້ມີກິດເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຫຼານນ້ອຍເຊັ່ນວ່າ, ກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວໃຫ້ແກ່ຫຼານນ້ອຍ, ກິດຈະກໍາປຸ້ມເປົ້າສາມັກຄີ, ເກມເກັບຈອກ, ກີດຈະກໍາດຶງເຊືອກ ແລະ ມີການແຈກຍາຍຂອງຂັວນລາງວັນຕ່າງໆໃຫ້ແກ່ຫຼານນ້ອຍທີ່ເຂົ້າຮ່ວມຢ່າງທົ່ວເຖິງ.

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980 – 1 ມິຖຸນາ 2025), ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ທີ່ໄດ້ໝູນວຽນມາເຖິງອີກເທື່ອໜຶ່ງ.

ໃນຕອນເຊົ້າ ຂອງວັນທີ 29 ພຶດສະພາ 2025 ສະມາຊິກຊາວໜຸ່ມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນະສອນສະຖານ ຜູ້ນຳປະຕິວັດ ໄດ້ສ້າງ ຂະບວນການອອກແຮງງານ, ປູກຕົ້ນໄມ້ ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 45 ປີ(1 ມິຖຸນາ 1980-1 ມິຖຸນາ 2025) ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ(1 ມີຖຸນາ 1924- 1 ມີຖຸນາ 2025).

ນັກສຶກສາທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ້ນທີ IV

ເນື່ອງໃນໂອກາດທີ່ໄດ້ມາ ທັດສະນະສຶກສາຢູ່ ຫໍ ພິພິທະພັນ ໄກສອນ ພົມວິຫານ ຕອນເຊົ້າ ວັນ ອັງຄານ ທີ 20 ພຶດສະພາ 2025 ເວລາ 8:00ໂມງ , ນັກສຶກສາທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ້ນທີ IV ນຳພາໂດຍ ສະຫາຍ ປທ ແສງແກ້ວ ວົງລຳພັນ ຮອງ ຫົວໜ້າ ກົມຄຸ້ມຄອງການຮຽນ ແລະ ການສອນ ແລະ ຄູອາຈານ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ.

ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ. ຄະນະ ດັ່ງກ່າວຍັງໄດ້ຂຶ້ນທ່ຽວຊົມການຈັດວາງສະແດງ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຢູ່ເທິງຫໍ ພິພິທະພັນ ໄກສອນ ພົມວິຫານ.

ກອງປະຊຸມສໍາມະນາວິທະຍາສາດ

ຕອນເຊົ້າ ຂອງ ວັນ ພຸດ ທີ 14 ພຶດສະພາ 2025 ເວລາ 8:00 ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ ສ້າງຄວາມເຂັ້ມແຂງດ້ານວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ຂຶ້ນທະບຽນວັດຖຸພັນ” ” ເຊິ່ງໄດ້ໄຂຂຶ້ນໃນວັນທີ 14-16 ພຶດສະພາ 2025 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ພາຍໃຕ້ການເປັນປະທານໂດຍທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ມີບັນດາທ່ານ ແຂກທີ່ມີກຽດ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊູມ ໃນຄັ້ງນີ້, ເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຖັນແຖພະນັກງານ, ສະມາຊິກພັກ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດຮຽນ ແລະ ປະສົບການ ຂອງນັກວິທະຍາກອນ ທີ່ມີຄຸນຄ່າສູງໄດ້ນໍາມາຖ່າຍທອດໃນຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສຶກສາ, ຄົ້ນຄວ້າ, ສົນທະນາແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບວຽກງານວິຊາສະເພາະພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີຜູ້ນໍາປະຕິວັດ, ກອງປະຊຸມ ຈະໄດ້ດໍາເດີນເປັນເວລາ 3 ວັນ, ໂດຍປະກອບມີ 13 ບົດທີ່ໄດ້ນໍາມາສະ

ເໜີໃນຄັ້ງນີ້.

1. ບົດຄວາມຮູ້ພື້ນຖານກ່ຽວກັບວຽກງານ ພິພິທະພັນ, ອະນຸສອນສະຖານ.

2. ບາງບົດຮຽນໃນການຂື້ນທະບຽນວັດຖຸພັນ ຢູ່ ພິພິທະພັນ ໄກສອນ ພົມວິຫານ

ແລະ ອະນຸສອນສະຖານ.

3. ບົດຮຽນໃນການຄຸ້ມຄອງ ແລະ ປົກປັນຮັກສາວັດຖຸພັນ ຢູ່ ຫໍພິພິທະພັນ

ແຫ່ງຊາດ.

4. ບາງຍັນຫາຄວນເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາເຂດຮ່ອງຮ່ອຍ

ປະຫວັດສາດຂອງການ ປະຕິວັດ ຢູ່ ແຂວງ ຫົວພັນ.

5. ບົດຮຽນການຄຸ້ມຄອງ, ປົກປັກຮັດສາ ອະນຸສອນສະຖານ ແລະ ອານຸສາວະລີ

ແຂວງ ສະຫວັນນະເຂດ.

6. ບົດຮຽນຄຸ້ມຄອງ, ປົກປັກຮັກສາ ແລະ ເຮັດວັດຖຸພັນຈຳລອງ ຢູ່ ສປປລາວ.

7. ວຽກງານສຳເນົາເອກະສານ ແລະ ປົກປັກຮັກສາວິທະຍາສາດ

8. ບົດຮຽນການຄຸ້ມຄອງ, ປົກປັກຮັກສາເອກະສານ.

9. ບົດຮຽນການຄຸ້ຄອງ ແລະ ປົກປັກຮັກສາ ອະນຸສອນສະຖານ.

10. ຍົກສູງຄວາມສຳຄັນວຽກງານຄຸ້ມຄອງ, ປົກປັກຮັກສານວັດຖຸພັນ ພິພິທະພັນ

ແລະ ອະນຸສອນສະຖານ.

11. ຄວາມຈຳເປັນໃນການສ້າງລະຍົຍຮັກສາຂໍ້ມູນວັດຖຸພັນ ພິພິທະພັນ ແລະ

ອະນຸສອນສະຖານ.

12. ຍົກສູງວຽກງານຄຸ້ມຄອງ ແລະ ປົກປັກຮັກສາອານຸສາວະລີ ທົວປະເທດ.

13. ວຽກງານການຕະຫຼາດ ພິພິທະພັນ.

ກອງປະຊູມ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ, ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າຫໍພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີຜູ້ນໍາປະຕິວັດ ໄດ້ກາຍເປັນມໍລະດົກທາງດ້ານປະຫວັດສາດຂອງຊາດ ຊຶ່ງໄດ້ສ້າງຄວາມປະທັບໃຈ ໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສຶກສາຄົ້ນຄວ້າຢ່າງຫຼວງຫຼາຍ. ເພື່ອເປັນການຍົກສູງຄຸນນະພາບດ້ານວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ຂື້ນທະບຽນວັດຖຸພັນ ໃຫ້ດີຂຶ້ນ ກອງປະຊຸມນີ້ ຈະເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ບົດຮຽນອັນດີໃຫ້ແກ່ພະນັກງານ ທີ່ຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີ, ກອງປະຊູມ ໃນຄັ້ງນີ້ ເຖິງວ່າເປັນເວລາອັນສັ້ນໆ, ບໍ່ສາມາດລົງເລິກ ໄດ້ໝົດບັນດາບົດຮຽນ ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງນັກສໍາມະນາກອນທຸກທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ແລະ ສົນທະນາແລກປ່ຽນບົດຮຽນນໍານັກວິທະຍາກອນ ເພື່ອນໍາເອົາບົດຮຽນອັນລໍ້າຄ່າໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ.

ເນື່ອງໃນໂອກາດ ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມຫ້ອງວ່າການສູນກາງພັກ ຄັ້ງທີ VII

ເນື່ອງໃນໂອກາດ ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມຫ້ອງວ່າການສູນກາງພັກ ຄັ້ງທີ VII ຕອນເຊົ້າ ວັນ ພຸດ ທີ 30 ເມສາ 2025 ເວລາ 7:00ໂມງ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ນຳພາໂດຍ ສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ

ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.

ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ.

ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ

ຕອນເຊົ້າ ວັນ ສຸກ ທີ 25 ເມສາ 2025 ເວລາ 10ໂມງ 00 ນາທີ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ລັດຖະກິດ ຢູ່ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ.ເຊິ່ງນຳໂດຍ ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເຄົາລົບຮັກຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນເພື່ອມິດພິເສດທີ່ສະໜິດສະໜົມ ຂອງປະຊາຊົນຫວຽດນາມ-ລາວ,​ລາວ-ຫວຽມນາມ ແລະເປັນເພື່ອນຮ່ວມຍຸດທະສາດທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ລາວ-ຫວຽດນາມ; ຫວຽດນາມ-ລາວ ຈົ່ງສືບຕໍ່ເສີມ ຂະຫຍາຍ ແລະ ໝັ້ນຄົງ ທະນົງແກ່ນໄປຕະຫຼອດກາລະນານ.

ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/04/1955- 14/04/2025).

ຕອນເຊົ້າ ວັນ ຈັນ ທີ 21 ເມສາ 2025 ເວລາ 06 ໂມງ 30 ນາທີ, ຄະນະຜູ້ແທນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ນຳພາໂດຍ ສະຫາຍ ມອນໄຊ ລາວ ມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍ ຄະນະພັກ, ຄະນະນຳ, ຄະນະບໍລິຫານງານ ຊາວໜຸ່ມກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14/04/1955- 14/04/2025).

ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.

ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ

ເນື່ອງໃນໂອກາດວັນເກີດຄົບຮອບ111ປີ

ຕອນເຊົ້າ ວັນພຸດ ວັນທີ 09 ເມສາ 2025 ເວລາ 8:30ໂມງ

ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໄດ້ເຂົ້າມາວາງກະຕ່າດອກໄມ້ຕໍ່ໜ້າຮູບພາບເໝືອນຂອງທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນເກີດຄົບຮອບ111ປີ, ທີ່ອະນຸສອນສະຖານທ່ານຫນູຮັກ ພູມສະຫວັນ, ທີ່ ບ້ານ ສະພານທອງເຫນືອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ.

ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ

ຕະຫຼອດພາລະກິດປະຕິວັດຂອງທ່ານ ໜູຮັກ ພູມສະຫວັນ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປອ່ຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ນອກນັ້ນ ໃນເວລາ 11 ໂມງ 00 ນາທີ ຂອງວັນທີ 09 ເມສາ 2025 ການຈັດຕັ້ງພ້ອມດວ້ຍຄອບຄົວລູກຫຼານ ຍາດຕິພີ່ນອ້ງ ໄດ້ຈັດພິທີ ຖວາຍພາເຂົ້າທິບ ເພື່ອອຸທິດບຸນກຸສົນໃຫ້ ທ່ານ ໜູຮັກ ພູມສະຫວັນ ທີ່ ອະນຸສອນສະຖານ ໜູຮັກ ພູມສະຫວັນ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

ໃນຕອນເຊົ້າຂອງວັນອັງຄານ ທີ 8 ເມສາ 2025 ເວລາ 6:00ໂມງ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງໃຫ້ກຽດນຳພາໂດຍ : ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ພ້ອມດ້ວຍຄະນະພັກ, ຄະນະນຳ, ທົ່ວກຳລັງປ້ອງກັນຄວາມສະຫງົບ ໄດ້ນໍາເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ແສນຫອມຫວນມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ.

ທັງເປັນຜູ້ໃຫ້ກໍາເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.