ຕ້ອນຮັບຄະນະ ຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ

ຕອນເຊົ້າ ຂອງ ວັນພຸດ ທີ 04 ມິຖຸນາ 2025 ເວລາ 10:30

ທ່ານ ທົງໄຊ ທອງສະຫວັນ ຮອງຫົວໜ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ໄດ້ຕ້ອນຮັບຄະນະ ຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ. ເຊິ່ງນໍາພາໂດຍ: ທ່ານ ຫຼິວ ຈິງຮົວ ຮອງປະທານສູນຮ່ວມມືດ້ານເສດຖະກິດ, ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມຄະນະ ທີ່ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມ ເຄົາລົບຮັກ ແລະ ຊື່ນຊົມຕໍ່ຜົນງານອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ທັງເປັນການຮັກສາມູນເຊື້ອຄວາມສາມັກຄີອັນດີງາມຂອງ ສ ປປ ລາວ ແລະ ສ ປຈີນ ທີ່ມີມາແຕ່ຍາວນານ ແລະ ສືບຕໍ່ໄປຂ້າງໜ້າໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ…ທ່ານ ຫຼິວ ຈິງຮົວ ຍັງໃດ້ສະແດງຄວາມດີໃຈ ແລະ ຢື້ຢາມຖາມຂ່າວເຖີງອາດີດການນໍາຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸນຸສອນສະຖານຜູ້ນໍາປະຕິວັດ. ເພາະໃນເມື່ອກ່ອນທ່ານກໍ່ໃດ້ເດີນທາງມາ ສປປລາວ ເພື່ອມອບຮູບຫຼໍ່ຂອງປະທານໄກສອນ ພົມວິຫານ

Leave a Reply

Your email address will not be published. Required fields are marked *