ເນື່ອງໃນໂອກາດ ກອງປະຊຸມໃຫ່ຍຜູ້ແທນຊາວໜຸ່ມຫ້ອງວ່າການສູນກາງພັກ ຄັ້ງທີ VII ຕອນເຊົ້າ ວັນ ພຸດ ທີ 30 ເມສາ 2025 ເວລາ 7:00ໂມງ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ ນຳພາໂດຍ ສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ
ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.
ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ.

