ຕອນເຊົ້າ ວັນພຸດ ວັນທີ 09 ເມສາ 2025 ເວລາ 8:30ໂມງ
ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໄດ້ເຂົ້າມາວາງກະຕ່າດອກໄມ້ຕໍ່ໜ້າຮູບພາບເໝືອນຂອງທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນເກີດຄົບຮອບ111ປີ, ທີ່ອະນຸສອນສະຖານທ່ານຫນູຮັກ ພູມສະຫວັນ, ທີ່ ບ້ານ ສະພານທອງເຫນືອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ.
ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ
ຕະຫຼອດພາລະກິດປະຕິວັດຂອງທ່ານ ໜູຮັກ ພູມສະຫວັນ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປອ່ຍຊາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ນອກນັ້ນ ໃນເວລາ 11 ໂມງ 00 ນາທີ ຂອງວັນທີ 09 ເມສາ 2025 ການຈັດຕັ້ງພ້ອມດວ້ຍຄອບຄົວລູກຫຼານ ຍາດຕິພີ່ນອ້ງ ໄດ້ຈັດພິທີ ຖວາຍພາເຂົ້າທິບ ເພື່ອອຸທິດບຸນກຸສົນໃຫ້ ທ່ານ ໜູຮັກ ພູມສະຫວັນ ທີ່ ອະນຸສອນສະຖານ ໜູຮັກ ພູມສະຫວັນ ຢູ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ

