ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ (1 ມິຖຸນາ 1980 – 1 ມິຖຸນາ 2025), ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 26 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ, ວັນເດັກນ້ອຍສາກົນຄົບຮອບ 101ປີ (ວັນທີ 01 ມິຖຸນາ 2025) ໄດ້ໝູນວຽນມາ ຄົບຮອບອີກວາລະໜຶ່ງ ຊຶ່ງປຽບດັ່ງປາງບຸນໃຫຍ່ຂອງເດັກໃນທົ່ວໂລກ
ຕອນເຊົ້າວັນທີ ວັນ ສຸກ 30 ພິດສະພາ 2025 ເວລາ 7ໂມງ 30 ນາທີ ຫ້ອງວ່າການສູນກາງພັກໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະກົມ ແລະ ພະນັກງານພາຍໃນຫ້ອງວ່າການສູນກາງພັກ
ຈຸດປະສົງເພື່ອໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນຂອງວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງ ຊາດ, ເຊິ່ງເດັກນ້ອຍ ແລະ ເຍົາ ວະຊົນແມ່ນສ່ວນໜຶ່ງຂອງສັງຄົມ ໃນການປະກອບສ່ວນເຂົ້າໃນການ ພັດທະນາຂອງສັງຄົມ ແລະ ປະເທດຊາດໃນອະນາຄົດ ເພາະ ເດັກນ້ອຍໃນມື້ນີ້ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ, ເພື່ອເຮັດໃຫ້ນ້ອງນ້ອຍ ເຍົາວະຊົນ ມີພັດທະນາການທີ່ດີ, ມີຄວາມກ້າຫານ ແລະ ມີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ. ໂດຍໃນພິທີໃດ້ມີກິດເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຫຼານນ້ອຍເຊັ່ນວ່າ, ກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວໃຫ້ແກ່ຫຼານນ້ອຍ, ກິດຈະກໍາປຸ້ມເປົ້າສາມັກຄີ, ເກມເກັບຈອກ, ກີດຈະກໍາດຶງເຊືອກ ແລະ ມີການແຈກຍາຍຂອງຂັວນລາງວັນຕ່າງໆໃຫ້ແກ່ຫຼານນ້ອຍທີ່ເຂົ້າຮ່ວມຢ່າງທົ່ວເຖິງ.


