ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ

ໃນຕອນເຊົ້າຂອງວັນອັງຄານ ທີ 8 ເມສາ 2025 ເວລາ 6:00ໂມງ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງໃຫ້ກຽດນຳພາໂດຍ : ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ພ້ອມດ້ວຍຄະນະພັກ, ຄະນະນຳ, ທົ່ວກຳລັງປ້ອງກັນຄວາມສະຫງົບ ໄດ້ນໍາເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ແສນຫອມຫວນມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ.

ທັງເປັນຜູ້ໃຫ້ກໍາເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.

Leave a Reply

Your email address will not be published. Required fields are marked *