ເນື່ອງໃນໂອກາດທີ່ໄດ້ມາ ທັດສະນະສຶກສາຢູ່ ຫໍ ພິພິທະພັນ ໄກສອນ ພົມວິຫານ ຕອນເຊົ້າ ວັນ ອັງຄານ ທີ 20 ພຶດສະພາ 2025 ເວລາ 8:00ໂມງ , ນັກສຶກສາທິດສະດີການເມືອງ ຂັ້ນກາງ ລະບົບ 6 ເດືອນ ຮຸ້ນທີ IV ນຳພາໂດຍ ສະຫາຍ ປທ ແສງແກ້ວ ວົງລຳພັນ ຮອງ ຫົວໜ້າ ກົມຄຸ້ມຄອງການຮຽນ ແລະ ການສອນ ແລະ ຄູອາຈານ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ.
ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ. ຄະນະ ດັ່ງກ່າວຍັງໄດ້ຂຶ້ນທ່ຽວຊົມການຈັດວາງສະແດງ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຢູ່ເທິງຫໍ ພິພິທະພັນ ໄກສອນ ພົມວິຫານ.

