ຕອນເຊົ້າ ວັນ ສຸກ ທີ 25 ເມສາ 2025 ເວລາ 10ໂມງ 00 ນາທີ ຄະນະຜູ້ແທນຂັ້ນສູງ ແຫ່ງ ສສ ຫວຽດນາມ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກ ລັດຖະກິດ ຢູ່ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ.ເຊິ່ງນຳໂດຍ ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເຄົາລົບຮັກຕໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ແສນເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນເພື່ອມິດພິເສດທີ່ສະໜິດສະໜົມ ຂອງປະຊາຊົນຫວຽດນາມ-ລາວ,ລາວ-ຫວຽມນາມ ແລະເປັນເພື່ອນຮ່ວມຍຸດທະສາດທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ລາວ-ຫວຽດນາມ; ຫວຽດນາມ-ລາວ ຈົ່ງສືບຕໍ່ເສີມ ຂະຫຍາຍ ແລະ ໝັ້ນຄົງ ທະນົງແກ່ນໄປຕະຫຼອດກາລະນານ.

