ຕອນບ່າຍ ວັນ ພຸດ ທີ 26 ມີນາ 2025 ເວລາ 13:30ໂມງ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ເພື່ອຄໍານັບຮັບຕ້ອນ 03 ວັນປະຫວັດສາດຂອງພັກ ແລະ ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ ເຊິ່ງໃຫ້ກຽດນຳໂດຍ : ທ່ານ ມະໄລທອງ ກົມມະສິດ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສະຫະກໍາ ແລະ ການຄ້າ ນໍາພາຄະນະພັກ, ພະນັກງານນໍາພາຫຼັກແຫຼ່ງນໍາ ເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ແສນຫອມຫວນມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ. ພ້ອມດຽວກັນນັ້ນກໍ່ໃດ້ທ່ຽວຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ທ່ຽວຊົມງານວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ”

ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫຼັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຢຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອ ຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ

ສະເຫຼີມສະຫລອງວັນສ້າງຕັ້ງຫ້ອງວ່າການສູນກາງພັກຄົບຮອບ 70 ປີ

ຕອນເຊົ້າວັນ ຈັນ ທີ 24 ມີນາ 2025 ເວລາ 7:30ໂມງ ນາທີ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫລອງວັນສ້າງຕັ້ງຫ້ອງວ່າການສູນກາງພັກຄົບຮອບ 70 ປີ ( 24 ມີນາ 1955-24 ມີນາ 2025) ເຊິ່ງໃຫ້ກຽດນຳໂດຍ : ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ນໍາພາຄະນະພັກ, ພະນັກງານນໍາພາຫຼັກແຫຼ່ງທົ່ວຫ້ອງວ່າການສູນກາງພັກ ນໍາ ເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ແສນຫອມຫວນມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກກະຕັນຍູຮູ້ ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ.

ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ,ມື້ນີ້ ຄະນະນໍາ ຕະຫຼອດຮອດພະນັກງານ-ລັດຖະກອນທຸກທົ່ວໜ້າຂອງຫ້ອງວ່າການສູນກາງພັກ ຂໍສະແດງຄວາມເຄົາລົບຮັກ, ຮູ້ບຸນຄຸນຢ່າງສູງ ແລະ ຈາລຶກຊື່ສຽງຮຽງນາມ, ຄຸນງາມຄວາມດີ, ແບບຢ່າງອັນປະເສີດເລີດລໍ້າຂອງປະທານ ໄກສອນ ພົມວິຫານ ໄວ້ໃນດວງໃຈຕະຫຼອດກາລະນານ,

ພິທີວາງສະແດງຮູບພາບ ສະເຫຼີມສະຫລອງວັນ

ສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພິທີວາງສະແດງຮູບພາບ ພາຍໃຕ້ຫົວຂໍ້: “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” (ພັກ ປປ ລາວ) ຈັດຂຶ້ນໃນຕອນເຊົ້ົ້າ ວັນ ສຸກ ທີ 21 ມີນາ 2025 ເວລາ 8:00ໂມງ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ເຂົ້າຮ່ວມ.

ສະຫາຍ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູງກາງພັກ ໄດ້ໃຫ້ຮູ້ວ່າ: ງານວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ” ປະກອບມີບັນດາຮູບພາບ, ເອກະສານ ແລະ ວັດຖຸພັນ ເກືອບ 300 ຊິ້ນ ທີ່ເປັນບັນດາເຫດການອັນສໍາຄັນ, ໂດດເດັ່ນ, ເລິກເຊິ່ງ ແລະ ປະທັບໃຈທີ່ສຸດ ທີ່ສະທ້ອນໃຫ້ເຫັນວິວັດທະນາການແຫ່ງການກຳເນີດເກີດຂຶ້ນ, ການເຕີບໃຫຍ່ເຂັ້ມແຂງ ແລະ ນໍາພາມີໄຊສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ, ທັງສ່ອງແສງໃຫ້ເຫັນວິລະກຳອັນລໍ້າເລີດຂອງພັກເຮົາ ໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດ ເຮັດສຳເລັດການປະຕິວັດ ຕໍ່ສູ້ກູ້ຊາດ ກໍ່ຄື ໃນພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ໃນໄລຍະຜ່ານມາ.

ການວາງສະແດງຮູບພາບ “70 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ” ໃນຄັ້ງນີ້, ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສຶກສາອົບຮົມມູນເຊື້ອອັນສະຫງ່າງາມຂອງພັກເຮົາ ກໍ່ຄືການສຶກສາຮໍ່າຮຽນເອົາແບບຢ່າງອັນດີເດັ່ນ, ໃສແຈ້ງ, ຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ທີ່ອຸທິດຕົນເພື່ອພາລະກິດການປະຕິວັດ, ເພື່ອເຊີດຊູຄັນທຸງຊະນະເລີດຂອງພັກ, ເພື່ອຄວາມຈະເລີນວັດທະນາຂອງປະເທດຊາດອັນແສນຮັກ, ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.

ຮູບພາບທີ່ນຳມາວາງສະແດງ ດັ່ງກ່າວ, ຍັງເປັນການສຶກສາອົບຮົມໃຫ້ຄົນຮຸ່ນຫຼັງ ໂດຍສະເພາະຮຸ່ນໜຸ່ມ ໃຫ້ຢຶດໝັ້ນອຸດົມການຂອງພັກ, ສືບທອດມູນເຊື້ອ ຂອງນັກປະຕິວັດຮຸ່ນອາວຸໂສ, ເດັດດ່ຽວພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນ

ພິທີເປີດໂຕປຶ້ມ “ເອົາລຸງເປັນແບບຢ່າງ” ແລະ

ມອບປຶ້ມ “ການແກ້ໄຂວິທີເຮັດວຽກ”

ໃນຕອນເຊົ້າ ວັນພະຫັດ 20 ມີນາ 2025 ເວລາ 9:00ໂມງ ທີ່ ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ມີພິທີເປີດໂຕປຶ້ມເອົາລຸງເປັນແບບຢ່າງ ແລະ ມອບປຶ້ມການແກ້ໄຂວິທີເຮັດວຽກ; ເປັນກຽດເຂົ້າຮ່ວມໃນພິທີໂດຍທ່ານ ຄຳຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ; ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນໄກສອນພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດຫ້ອງວ່າການສູນກາງພັກ ; ທ່ານ ຈິດ ທະວີໃສ ຜູ້ຂຽນ ແລະ ຮຽບຮຽງປຶ້ມ “ເອົາລຸງເປັນແບບຢ່າງ”; ທ່ານ ກາບແກ້ວ ທຳມະວົງ ຜູ້ຮຽບຮຽງຄືນປຶ້ມ “ການແກ້ໄຂວິທີເຮັດວຽກ” ທີ່ຂຽນໂດຍ : ປະທານ ໂຮ່ຈິມິນ.

“ປຶ້ມເອົາລຸງເປັນແບບຢ່າງ” ແມ່ນເລົ່າເຖິງບົດເລື່ອງຕ່າງໆກ່ຽວກັບ ບຸກຄະລິກ ລັກສະນະທ່າທີ ວາດດໍາລົງ ຊີວິດ ຂອງລຸງໄກສອນ ພົມວິຫານ ແລະ ລຸງໜູຮັກ ພູມສະຫວັນ ທີ່ໄດ້ບັນທຶກຜ່ານເຫດການຕ່າງໆ ຂອງບັນດາຜູ້ ຄົນຮ່ວມສະໄໝກັບເພິ່ນ ທີ່ໄດ້ພົບເຫັນ ໄດ້ຍິນ ໄດ້ຟັງມານັ້ນ, ໄດ້ສ່ອງແສງ ໃຫ້ເຫັນເຖິງ ອຸດົມການ ມານະຈິດປະຕິວັດ ຄວາມສະຫຼາດສ່ອງໃສ ການ ອຸທິດເພື່ອຊາດເພື່ອປະຊາຊົນ ຂອງບັນດາການນໍາຂອງພັກ ຂອງລັດ ພວກເຮົາ.

ປື້ມ “ການແກ້ໄຂວິທີເຮັດວຽກ” (Correcting the way we work) ທີ່ຂຽນໂດຍປະທານ ໂຮ່ຈິມິນ (Ho Chi Minh) ພິມປີ 1947 ເຊິ່ງທ່ານ Dr. Dinh Thi Xuan Hoa ກ່າວໃນວາລະສານ “ທິດສະດີການເມືອງ ແລະ ການສື່ ສານ” (Journal of Political Theory and Communications) ສະບັບທີ 10 ປີ 2020 ວ່າ: “ໜັງສືທີ່ຂຽນດ້ວຍມືເລື່ອງ “ການແກ້ໄຂວິທີເຮັດວຽກ ຂອງປະ ທານໂຮ່ຈິມິນ ໄດ້ຂຽນ ແລະ ພິມໃນປີ 1947; ໜັງສືໄດ້ ຂຽນດ້ວຍຮູບແບບສັ້ນ, ຮັດກຸມ, ແຕ່ລະແຖວ ແລະ ແຕ່ລະໜ້າລ້ວນແຕ່ຈິງໃຈ, ກົງໄປກົງມາ, ທຸກຄົນເຂົ້າໃຈໄດ້ ຂຽນເມື່ອ 78 ປີກ່ອນ. ໜັງສືສະບັບນີ້ຍັງຄົງຕິດພັນກັບ ເນື້ອໃນເລິກເຊິ່ງ ເພື່ອສຶກສາອົບຮົມບຸກຄະລາກອນຂອງພັກເຮົາ.

ສະພາປະຊາຊົນ ນະຄອນຫລວງວຽງຈັນ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫີຼມສະຫຼອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( ວັນທີ 22 ມີນາ 1955-22 ມີນາ 2025 ) ວັນ ອັງຄານ ທີ 18 ມີນາ 2025 ເວລາ 14:00ໂມງ , ຄະນະເລຂາທິການ ສະພາປະຊາຊົນ ນະຄອນຫລວງວຽງຈັນ ນຳພາໂດຍ ສະຫາຍ ສົມບັດ ຈັນທະມາດ ຄະນະປະຈຳ, ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນະຄອນຫວຼງວຽງຈັນ ພ້ອມດ້ວຍ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ.

ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ. ຄະນະ ດັ່ງກ່າວຍັງໄດ້ຂຶ້ນທ່ຽວຊົມການຈັດວາງສະແດງ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຢູ່ເທິງຫໍ ພິພິທະພັນ ໄກສອນ ພົມວິຫານ.

ຊາວໜຸ່ມ ກົມກພອ

ໃນຕອນເຊົ້າຂອງ ວັນສຸກ ທີ 14 ມີນາ 2025 ເວລາ 8:30ໂມງ ນີ້: ສະມະຊິກຊາວໜຸ່ມກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນໍາປະຕິວັດ ໄດ້ພ້ອມກັນ ຕິດທຸງພັກ, ທຸກຊາດ, ທຸງທິວ ອ້ອມຮອບບໍລິເວນຂອງຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນລາວ ປະຕິວັດລາວ ( 22. ມີນາ. 1955 – 22. ມີນາ. 2025 ) ຄົບຮອບ 70 ປີ ທີ່ຈະມາເຖິງໃນໄວໆນີ້ ເຮັດໃຫ້ມີຂະບວນການທີ່ເຕັມໄປດ້ວຍຄວາມສາມັກຄີລະຫວ່າງອ້າຍ, ນ້ອງພະນັກງານດ້ວຍກັນ ແລະ ເຮັດໃຫ້ມີຄວາມສວຍງາມໃນເວລາທີ່ຜູ້ຄົນຜ່ານໄປຜ່ານມາຕາມເສັ້ນທາງດັ່ງກ່າວ.

ຈັດຕັ້ງສູນກາງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ຄົບຮອບ 70 ປີ (25 ມີນາ 1955 – 25 ມີນາ 2025) ຕອນເຊົ້າ ວັນ ພະຫັດ ທີ 13 ມີນາ 2025 ເວລາ7:00ໂມງ ຄະນະນຳ ຄະນະຈັດຕັ້ງສູນກາງພັກ ນຳໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍ ຄະນະຜູ້ນຳ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ, ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ.

ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງໃຈຂອງປວງຊົນລາວຕະຫຼອດກາລະນານ.