Thursday, 29 February 2024

ນ້ອງນ້ອຍນັກຮຽນ

24 Aug 2023
  ຕອນເຊົ້າ ວັນສຸກ ທີ 18/08/ 2023 ນ້ອງນ້ອຍນັກຮຽນ ຊັ້ນ ມໍ 1.2.3 ມາຈາກ ໂຮງຮຽນເຄເອັນຊີໃດ້ເຂົ້າມາທ່ຽວຊົມ ແລະ ທັດສະນະສຶກສາທີ່ຫໍພິພິທະພັນໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ເພື່ອປູກຈິດສຳນຶກ ແລະ ເປັນບ່ອນຮຽນຮູ້ທາງດ້ານປະຫວັດສາດ ໃຫ້ແກ່ນ້ອງນ້ອຍນັກຮຽນ ເດັກນ້ອຍໃນວັນນີ້ຄືຜູ່ໄຫຍ່ໃນວັນໜ້າ, ພວກເຮົາທັງໝົດຈົ່ງພ້ອມໃຈກັນປົກປ້ອງຄູ້ມຄອງລູກຫຼານ ຜູ່ທີ່ເປັນອານາຄົດຂອງຊາດສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກລາວບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ເປັນກຳລັງຊັບພະຍາກອນມະນຸດທີ່ເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນວັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ....ຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ (ຫໍພິພິທະພັນໄກສອນ ພົມວິຫານ ເປີດຮັບແຂກປົກກະຕິ) ເປີດບໍລິການວັນຈັນ-ວັນສຸກ ເວລາ 8:00-11:30 ຕອນບ່າຍ 13:00-16:00. (ປິດວັນເສົາ-ອາທິດ)

ຫວນຄືນປະຫວັດສາດ 23 ສິງຫາ

22 Aug 2023
ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການຢຶດອຳນາດຈາກພວກຈັກກະພັດລ່າເມືອງຂື້ນ ແລະ ລູກມືຂອງພວກເຂົາເຖິງ 2 ຄັ້ງຄື: ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ ຄັ້ງທີສອງວັນທີ 23 ສິງຫາ 1975. ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ "ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ" I. ປະຫວັດຄວາມເປັນມາຂອງການຢຶດອໍານາດ 23 ສິງຫາ ປີ 1945. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ປົກປັກຮັກສາເປັນເວລາຫຼາຍຮ້ອຍປີມາແລ້ວ. ໃນສະຕະວັດທີ 14 ເຈົ້າຟ້າງຸ່ມ ໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລ້ານຊ້າງ – ໃນສະຕະວັດທີ 16 ອານາຈັກລ້ານຊ້າງ ຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາເປັນເມືອງສ່ວຍ. ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດ ໄດ້ດຳເນີນການຮຸກຣານ ແລະ ຢຶດຄອງບັນດາປະເທດເປັນຫົວເມືອງຂຶ້ນ ແລະ ປະເທດລາວໄດ້ເປັນຫົວເມືອງຂຶ້ນຂອງຝຣັ່ງໃນປີ 1893 ປະຊາຊົນລາວບັນດາເຜົ່າໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດຢ່າງແສນສາຫັດ. ດ້ວຍນ້ຳໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ, ຂະບວນການທໍາອິດແມ່ນເລີ່ມຈາກການລຸກຮື້ຂຶ້ນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງສະຫວັນນະເຂດ ພາຍໃຕ້ການນຳພາຂອງພໍ່ກະດວດ ຜູ້ຮັກຊາດໃນປີ 1901, ປີ 1916 ພາຍໃຕ້ການນຳພາຂອງເຈົ້າຟ້າເມືອງສິງ, ປີ 1920 ຂະບວນການຕໍ່ສູ້ຂອງນາຍຄູຄຳ ຢູ່ວຽງຈັນ, ຂະບວນການຕໍ່ສູ້ພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ ປີ 1918-1922 ແລະ ຂະບວນການຕໍ່ສູ້ອື່ນໆທີ່ເກີດຂຶ້ນໃນໄລຍະຕໍ່ມາ. ປີ 1930 ພັກກອມມູນິດອິນດູຈີນໄດ້ກໍາເນີດເກີດຂື້ນ ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່ ພັກໄດ້ນຳພາປະຊາຊົນລາວ ລູກຮື້ຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດໃນວັນທີ່ 23 ສິງຫາ ປີ 1945. ຂະບວນການຢຶດອຳນາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານ ກັບຟາ 500 ຄົນ. ຢູ່ສະຫວັນນະເຂດ ປະຊາຊົນໄດ້ໂຄ່ນລົ້ມອຳນາດການປົກຄອງເກົ່າ, ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນແທນໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກ ວັນທີ 01 ກັນຍາ, ຢູ່ຊໍາເໜືອແຕ່ວັນທີ 26 ສິງຫາ ເຖິງເດືອນຕຸລາ ໄດ້ມີຂະບວນການບຸກເຂົ້າໂຈມຕີກອງທະຫານຂອງພວກຮຸກຮານ ແລະ ຢຶດເອົາຕົວເມືອງຄືນໄດ້. ໃນໄລຍະບໍ່ເຖິງ 01ເດືອນປະຊາຊົນລາວໄດ້ຮັບການຮ່ວມມືປະສານງານອັນຕັ້ງໜ້າ ຂອງຊາວຫວຽດນາມ ໄດ້ລຸກຮື້ຂຶ້ນໂຄ່ນລົ້ມອຳນາດການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂອງຕົນຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກຳລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆເຊັ່ນ: ຢູ່ວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫຼວງພະບາງ. ຈາກນັ້ນມາລັດຖະນາລາວອິດສະຫຼະ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະລາດຂອງຊາດຕໍ່ໜ້າມວນຊົນ ໃນວັນທີ່ 12 ຕຸລາ 1945. ນັ້ນຄື ໄຊສະນະຄັ້ງປະຫວັດສາດ ຂອງຊາດລາວ ຊຶ່ງມີຄວາມສຳຄັນທີ່ສຸດ ສໍາລັບປະຊາຊົນລາວເພາະວາ: ມັນເປັນຂີດໝາຍສໍາຄັນໃນປະຕິວັດການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບຂອງປະຊາຊົນລາວ, ມັນເປັນເທື່ອທຳອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລ່າເມືອງ ຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດີນາ ທີ່ຄອບງໍາປະເທດລາວມາເປັນຫຼາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະ ໃໝ່. ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນດິນລາວເປັນເອກະລາດ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງກ່ອນໜ້ານີ້, ປະກາດໃຊ້ລັດຖະທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫຼະ) ວັນທີ 23 ສິງຫາແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຢຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນແບບເກົ່າ, ພ້ອມກັນນັ້ນກໍ່ແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂື້ນຈາກສະພາບແວດລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຢຶດອຳນາດມາມືປະຊາຊົນກໍ່ຄືກຳລັງປະຕິວັດ ເຊິ່ງທ່ານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: "ນີ້ເປັນເທື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງພາຍຫຼັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ". ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ສັງກາດໃໝ່ສັງກາດທີ່ປະຊາຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ຕ້ານຢ່າງເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ. ພາຍຫຼັງການຢຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດພວກລ່າເມືອງຂື້ນຝຣັ່ງກໍ່ໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຢຶດຄອງປະເທດເຮົາເປັນຫົວເມືອງຂື້ນອີກເທື່ອໃໝ່. II. ຂະບວນການຢຶດອຳນາດໃນວັນ 23 ສິງຫາ ປີ 1975. ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ. ຈັກກະພັດອາເມລິກາ ກໍ່ໄດ້ກະໂດດເຂົ້າມາແທນພວກລ່າເມືອງຂຶ້ນຝຣັ່ງ ດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທ່ີ ດ້ວຍກົນອຸບາຍຫວັງເຮັດໃຫ້ປະເທດເຮົາກາຍເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບຂອງເຂົາແນ່ໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ. ສະກັດກັ້ນກະແສຟອງປະຕິບັດບໍ່ໃກ້ແຜ່ລາມໄປໃນອາຊີອາຄະເນ. ຕໍ່ກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ເຊິ່ງເປັນໄລຍະການຕໍ່ສູ້ທີ່ດຸເດືອດ ຂ້ຽວຂາດສັບສົນ, ຫຍຸ້ງຍາກລໍາບາກກ່ວາໝູ່ ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສຸ້ທີ່ສະຫງ່າອົງອາດກ່ວາໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດສາດ ຂອງຊາດເຮົາ ເຊິ່ງໄດ້ສະແດງອອກໃນແຕ່ລະໄລຍະດັ່ງນີ້. ໄລຍະແຕ່ປີ 1954 -1963 ເປັນໄລຍະການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ. ໄລຍະແຕ່ປີ 1964 - 1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ “ ສົງຄາມພິເສດເພີ່ມທະວີຂອງ ຈອນເຊີນ” ແລະ “ ຍຸດທະສາດສົງຄາມພິເສດເພີ່ມທະວີ " ຕາມທິດສະດີນິກເຊີນຂອງຈັກກະພັດອາເມລິກາ. ໄລຍະແຕ່ປີ 1973 – 1975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດຊາດປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂ ສັນຕະພາບໄດ້ຮັບການຟື້ນຟູ. ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ. ໂດຍປະຕິບັດຕາມທິດທາງໜ້າທີ່ດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະະຊາຊົນກະກຽມກໍາລັງທຸກດ້ານຄື: ກຳລັງການເມືອງ ແລະ ກໍາລັງປະກອບອາວຸດ, ປູກລຸກນ້ຳໃຈຮັກຊາດ ແລະຄຽດແຄ້ນສັດຕູ, ປູກລູກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດກວດກາຂອງຝ່າຍວຽງຈັນ, ກະກຽມແຜນການທຸກດ້ານເພື່ອຢຶດອຳນາດ ຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນລະອຽດໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ. ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫຼາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍຖວ່ງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກຳລັງໄດ້ຢ່າງຫຼວງຫຼາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ ນັບທັງນາຍ ແລະ ພົນທະຫານ, ຕໍາຫຼວດໄດ້ເຂົ້າຮ່ວມຂະບວນການຕໍ່ສູ້  ເຊິ່ງຂະຫຍາຍຕົວເປັນກະແສຟອງສູງສູດເຊັ່ນ: ການລຸກຮື້ຂຶ້ນຂອງກຳມະກອນໄຟຟ້າວຽງຈັນ, ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫຼອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ ສາມາດຍາດເອົາສິດເປັນເຈົ້າ, ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນ; ການລູກຮື້ຂຶ້ນປະກາດແຍກຕົວອອກກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບລັດຖະບານປະສົມ ໂດຍກົງ. ໂດຍການປະສານສົມທົບຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກໍາລັງປະກອບອາວຸດໄດ້ເຄື່ອນ ທັບຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະຫວັນະເຂດ ທີ່ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜູນໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງຂອງສັດຕູ. ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ສອງໝື່ນກວ່າຄົນ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດ ນະຄອນຫຼວງວຽງຈັນ ເຊິ່ງກໍ່ເປັນອັນວ່າ: ລະບົບອຳນາດການປົກຄອງທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໄປທົ່ວເຂດການປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດການ: ຕົກລົງລົບລ້າງລະບອບລາຊາທິປະໄຕ ທີ່ຫຼ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ສິ່ງດັ່ງກ່າວນັ້ນ ເປັນປະຫວັດການ ໃນການຢຶດອຳນາດຂັ້ນສຸດທ້າຍຂອງການປະຕິວັດລາວ ເຊິ່ງໄດ້ຈາລຶກໄວ້ໃນປຶ້ມປະຫວັດສາດຂອງຊາດລາວເຮົາ. ວັນຢຶດອຳນາດ 23 ສິງຫາ 1975 ຈຶ່ງມີຄວາມໝາຍສຳຄັນຫຼາຍສຳລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ” ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ - ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນ ໄຊຊະນະຂອງຄວາມສາມັກຄີສຳພັນສູ້ຮົບລະຫວ່າງປະຊາຊົນລາວ, ປະຊາຊົນຊົນຫວຽດນາມ ແລະປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ. ພ້ອມນັ້ນ ກໍ່ເປັນໄຊຊະນະຂອງການຊ່ວຍເຫຼືອ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລ້ຳ ຂອງ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນແມ່ນອະດີດສະຫະພາບໂຊວຽດ ແລະ ສາທາລະະນະລັດ ປະຊາຊົນຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ. III. ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ. ເພີ່ມທະວີການສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຕົ້ນແມ່ນຄົນຮຸ້ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື່ອ 23 ສິງຫາ ດ້ວຍຫຼາຍຮູບການເຊັ່ນ: ປາຖະກະຖາ, ສົນທະນາ ແລະ ເລົ່າເລື່ອງມູນເຊື້ອຂະບວນການຕໍ່ສູ້ດວ້ຍຮູບການຕ່າງໆໃນສະໜາມຮົບຕົວຈິງ. ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ IX ( 2021-2025) ຂອງລັດໃຫ້ປະກົດເປັນຈິງ. ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ເພີ່ມທະວີຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສັກສິດ. ເຊີດຊູນໍ້າໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດວາງອອກໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ.

ວາງສີລາລຶກ ໂຄງການກໍ່ສ້າງ ອານຸສອນສະຖານ ທ່ານມາ ໄຂຄຳພິທູນ

22 Aug 2023
ໃນຕອນເຊົ້າວັນເສົາ ທີ 19 ສິງຫາ 2023  ທີ່ຜ່ານມານີ້, ຢູ່ທີ່ເຂດບ້ານໂພນໄຮ, ເມືອງ ເຊໂປນ ແຂວງ ສະຫວັນນະເຂດໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ອານຸສອນສະຖານ ທ່ານມາ ໄຂຄຳພິທູນ ເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ໄຊຍະລາດ ພົງຍາລັກ ກໍາມະການຄະນະພັກຫ້ອງວ່າການສູນກາງພັກ ເລຂາໜ່ວຍພັກ ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທ່ານ ທອງສະຫວັດ ໄຂຄຳພິທູນ ພະນັກງານປະຕິວັດອາວຸໂສນຳນານ ອາດີດຫົວໜ້າການເມືອງກອງພັນທີ 2 ຜ້າວົງປິດລ້ອມ, ມີການນຳຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ພ້ອມດ້ວຍແຂກທີ່ຖືກເຊີນ ຕະຫຼອດຮອດລູກຫຼານໄຂຄຳພິທູນເຂົ້າຮ່ວມ, ທ່ານທອງໄສ ໄຊຍະວົງຄຳດີ ຫົວໜ້າ ຫ້ອງວ່າການແຂວງ ສະຫວັນນະເຂດໄດ້ຕາງໜ້າໃຫ້ຄອບຄົວໄຂຄຳພິທູນຂື້ນກ່າວຄວາມເປັນມາກ່ຽວກັບໂຄງການດັ່ງກ່າວວ່າ: ທ່ານມາໄຂຄຳພິທູນແມ່ນລູກຫຼານເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງຕະຫຼອດຊີວິດການເຄື່ອນໄຫວເຮັດໜ້າທີ່ ການປະຕິວັດໃນໄລຍະທີ່ເພິ່ນມີຊີວິດຢູ່ ເພິ່ນໄດ້ເຄື່ອນໄຫວຢູ່ສະຖານທີ່ແຫ່ງນີ້ ໂດຍທ່ານແມ່ນຜູ້ໜຶ່ງທີ່ມີສ່ວນຮ່ວມຫຼາຍດ້ານທີ່ສຳຄັນຢູ່ໃນຂະບວນການປະຕິວັດຂອງຊາດລາວເຮົາ ເຊິ່ງທ່ານກໍ່ແມ່ນຜູ້ໜຶ່ງໃນຜູ້ນຳໃນຈຳນວນ 16 ທ່ານແຮກຄຸກໂພນເຄັງຢ່າງໜ້າອັດສະຈັນ, ໂດຍຖືວ່າເປັນເຫດການທາງດ້ານປະຫວັດສາດ, ດັ່ງນັ້ນບັນດາຄອບຄົວລູກຫຼານຂອງທ່ານມາ ໄຂຄຳພິທູນ ຈຶ່ງໄດ້ສ້າງອານຸສອນສະຖານ ແຫ່ງນີ້ຂື້ນ ເຊິ່ງມັນໄດ້ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ, ຮູ້ບຸນຄຸນ ຕໍ່ທ່ານ ມາ ໄຂຄໍາພິທູນ, ຜູ້ເປັນພໍ່ ເປັນລຸງ ເປັນພໍ່ເຖົ້າ ແລະ ເປັນປູ່ຂອງຄອບຄົວໄຂຄຳພິທູນ, ທັງນີ້ກໍ່ເພື່ອປູກຈິດສຳນຶກ ແລະ ເປັນບ່ອນຮຽນຮູ້ທາງດ້ານປະຫວັດສາດ ແລະ ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງເມືອງເຊໂປນ ກໍ່ຄືແຂວງສະຫວັນນະເຂດ, ເຊິ່ງມີພື້ນທີ່ສະຫງວນ 70 ເຮັກຕຮາ , ແຕ່ພື້ນທີ່ສ້າງຕົວຈິງ 5 ເຮັກຕາ, ຈາກນັ້ນ ທ່ານນາງ ຫຼິ່ງທອງ ແສງຕາວັນ ຮອງເຈົ້າ ແຂວງສະຫວັນນະເຂດໄດ້ຂື້ນລາຍງານຕື່ມອີກວ່າໃນການກໍ່ສ້າງສີລາລຶກໃນການກໍ່ສ້າງ ອານຸສອນສະຖານຂອງທ່ານ ມາ ໄຂຄຳພິທູນ ເຊິ່ງເປັນໂຄງການໜຶ່ງທີ່ສຳຄັນທາງດ້ານປະຫວັດສາດການເມືອງ, ດ້ານວັດທະນະທຳ ແລະ ທຳມະຊາດຢ່າງເລຶກເຊິ່ງ ແລະ ເປັນການຈາເລຶກຄຸນງາມຄວາມດີຕໍ່ຜູ້ນຳອາວຸໂສຂອງພັກລັດກໍ່ຄືທ່ານມາ ໄຂຄຳພິທູນ ໂດຍທ່ານກໍ່ເປັນຜູ້ໜຶ່ງທີ່ໄດ້ອຸທິດເຫື້່ອແຮງ ສະຕິປັນຍາເປັນໝູ່ຄະນະປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ໃນການປົດປ່ອຍຊາດກໍ່ຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮັດໃຫ້ປະເທດຊາດອອກຈາກພວກຂ້ອຍຂ້າພວກຕ່າງດ້າວ ເຮັດໃຫ້ປະເທດຊາດມີຄວາມເປັນເອກະລາດ ອິດສະລະພາບ ພ້ອມກັນພັດທະນາປະເທດຊາດໃຫ້ມີຄວາມຮັ່ງມີກາ້ວຂື້ນຢ່ງບໍ່ຢຸດຢັ້ງ, ໃນເວລາຕໍ່ມາກໍ່ໄດ້ວາງສີລາເລຶກຢ່າງເປັນທາງການ, ຫຼັງຈາກວາງສີລາເລຶກແລ້ວໃນພິທີກໍ່ໄດ້ມີພີທີບາສີສູ້ຂວັນຕາມຮີດຄອງປະເພນີ.

ແຈ້ງການ

21 Aug 2023
 ສະບາຍດີ.... ຂໍອະນຸຍາດແຈ້ງການ ຂໍເຊີນຊວນມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາຢ້ຽມຊົມອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.​ ຫຼັງຈາກທີ່ພວກເຮົາໄດ້ປິດປັບປຸງມາໄລຍະໜຶ່ງ ອະນຸສອນສະຖານແຫ່ງນີ້ ກໍເປີດຮັບແຂກຢ່າງເປັນທາງການ ເລີ່ມແຕ່ວັນທີ 23/08/2023 (ວັນພຸດ)​ ເປັນຕົ້ນໄປ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຍຶດອຳນາດ ຄົບຮອບ 48 ປີ (23/08/1975-23/08/2023). ເປີດບໍລິການວັນຈັນ-ວັນສຸກ ເວລາ 8:00-11:30 ແລະ 13:00-16:00. (ປິດວັນເສົາ-ອາທິດ) ສຳລັບຄົນລາວແມ່ນເຂົ້່າຊົມຟຣີ ຄົນຕ່າງປະເທດແມ່ນ 10.000 ກີບ/ຄົນ ຕິດຕໍ່ເຂົ້າທ່ຽວຊົມໄດ້ທີ່ເບີ 02055888357

ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບລັດແຫ່ງກົດໝາຍ ແລະ ຈຸດພິເສດແຫ່ງການສ້າງກົດໝາຍ ໃນເງື່ອນໄຂຂອງລະບອບ ປະຊາທິປະໄຕ ປະຊາຊົນ

15 Aug 2023
ຄືດັ່ງທຸກຄົນໄດ້ຮູ້ແລ້ວ, ປະທານ ໄກສອນ ພົມວິຫານ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວ ທຸກເຜົ່າ, ແມ່ນນັກປະຕິວັດຮັກຊາດຜູ້ດີເດັ່ນ, ຜູ້ນໍາທີ່ເຄົາລົບຮັກຂອງພັກ, ຂອງລັດ ແລະ ຂອງຊາດ, ທັງເປັນວິລະບຸລຸດຂອງຊາດເຮົາ. ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດອັນ ໃຫຍ່ຫຼວງທີ່ສຸດໃນດ້ານສະຕິປັນຍາ ແລະ ມັນສະໝອງຂອງຕົນ ເພື່ອພາລະກິດການປະຕິວັດ ຂອງ ປະເທດພວກເຮົາ. ເພິ່ນເປັນຜູ້ນໍາທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ມີຄວາມເຊື່ອໝັ້ນຢ່າງເດັດຂາດຕໍ່ໄຊຊະນະ ຂອງການປະຕິວັດ. ໜຶ່ງໃນສັນຍາລັກທີ່ພົ້ນເດັ່ນທີ່ສຸດທີ່ສ່ອງແສງ ເຖິງຄວາມປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງເພິ່ນນັ້ນ ແມ່ນເພິ່ນເປັນຜູ້ນຳທີ່ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບຄວາມເປັນຈິງ ຂອງປະເທດຊາດ, ມີຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຫົວຄິດປະດິດສ້າງ ໃນການໝູນໃຊ້ຫຼັກມູນ ທິດສະດີ ແລະ ບົດຮຽນ ຂອງປະເທດຕ່າງໆເຂົ້າ ກັບເງື່ອນໄຂຕົວຈິງ ຂອງປະເທດເຮົາ. ບໍ່ວ່າຍາມໃດ, ເວລາໃດ ເພິ່ນກໍ່ອອກແຮງຄົ້ນຄວ້າ ບັນດາຫຼັກມູນທິດສະດີ ມາກ - ເລນິນ, ທິດສະດີ ວິທະຍາສາດ ແລະ ບົດຮຽນ ຂອງປະເທດງຕ່າງໆ ເພື່ອໝູນໃຊ້ເຂົ້າກັບສະພາບ ແລະ ເງື່ອນໄຂຕົວຈິງ ຂອງປະເທດເຮົາ. ເພິ່ນຕັກເຕືອນເລື້ອຍໆວ່າ ຈະແມ່ນທິດສະດີ ຫຼື ບົດຮຽນອັນໃດກໍ່ດີຈະມີຄຸນປະໂຫຍໄດ້ກໍ່ຕໍ່ເມື່ອເຮົາໝູນໃຊ້ມັນຢ່າງຖືກຕ້ອງກັບຈຸດພິເສດ ແລະ ສະພາບຄວາມເປັນຈິງ ຂອງລາວເຮົາ. ສະນັ້ນ, ເພິ່ນຈຶ່ງແນະນຳຢູ່ສະເໝີວ່າຈະເຮັດຫຍັງກໍ່ຕາມ, ຈະຢູ່ໃສກໍ່ດີ, ກ່ອນອື່ນໝົດຕ້ອງເລີ່ມດ້ວຍການຄົ້ນຄວ້າກຳແໜ້ນສະພາວະຄວາມເປັນຈິງຢູ່ບ່ອນນັ້ນເສຍກ່ອນ, ບໍ່ໃຫ້ລອກແບບ, ຈົດກ່າຍແບບກົນຈັກ ແລະ ບັງຄັບສະພາບຄວາມເປັນຈິງ ຂອງປະເທດຕົນ, ທ້ອງຖິ່ນ ແລະ ຂະແໜງການຂອງຕົນໃຫ້ເປັນໄປຕາມຕົວແບບ, ບົດຮຽນຂອງຜູ້ອື່ນ, ບ່ອນອື່ນ ແລະ ຄວາມຄິດອັດຕະວິໄສຂອງຕົນເອງ. ຍ້ອນມີຄວາມຮູ້ຢ່າງເລິກເຊິ່ງ, ຖືກຕ້ອງກ່ຽວກັບສະພາບຄວາມເປັນຈິງໃນແຕ່ລະດ້ານ ຂອງ ປະເທດຊາດ ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມປະດິດສ້າງ ຂອງເພິ່ນນີ້ເອງ ຈຶ່ງເປັນໜຶ່ງໃນບັນດາສາເຫດຕົ້ນຕໍທີ່ພາໃຫ້ ພາລະກິດການຕໍ່ສູ້ປົດປ່ອຍຊາດໄປເຖິງໄຊຊະນະ ອັນສົມບູນ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ່ 2 ທັນວາ ປີ 1975, ພາປະເທດຊາດເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ. ໃນໄລຍະໃໝ່ ຂອງການປະຕິວັດ, ທ່ານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການຮ່ວມກັບໝູ່ຄະນະປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກເຮົາໃຫ້ ສອດຄ່ອງກັບສະພາວະຄວາມເປັນຈິງ ຂອງປະເທດເຮົາ ແລະ ທ່າອ່ຽງຂອງຍຸກສະໄໝ, ໂດຍໄດ້ກຳນົດກ່ຽວກັບລັກສະນະຂອງການປະຕິວັດ ໃນໄລຍະໃໝ່ຢ່າງຖືກຕ້ອງວ່າ ແມ່ນໄລຍະ ປະຊາທິປະໄຕ ປະຊາຊົນ, ສ່ວນສັງຄົມນິຍົມນັ້ນແມ່ນຈຸດໝາຍ ຈາກນັ້ນພັກເຮົາຈຶ່ງໄດ້ວາງແນວທາງແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ສ້າງປະຖົມປັດໄຈໃຫ້ ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ໂດຍເລີ່ມຈາກ ການກຳນົດແນວທາງ, ແຜນນະໂຍບາຍຢ່າງຖືກຕ້ອງ, ສອດຄ່ອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ປະທານ ໄກສອນ ພົມວິຫານ ໃນຖານະຜູ້ກໍ່ຕັ້ງລັດ ປະຊາທິປະໄຕ ປະຊາຊົນ ໄດ້ໃຫ້ທັດສະນະພື້ນຖານ ແລະ ແນວຄິດຊີ້ນຳອັນຈະແຈ້ງກ່ຽວກັບ ລັດແຫ່ງກົດໝາຍ ແລະ ການກໍ່ສ້າງກົດໝາຍ ໃນເງື່ອນໄຂ ຂອງລະບອບປະຊາທິປະໄຕ ປະຊາຊົນ. ທັດສະນະ ແລະ ແນວຄິດຊີ້ນຳ ຂອງ ເພິ່ນກ່ຽວກັບບັນຫາດັ່ງກ່າວໄດ້ສະແດງອອກ ໃນບັນດາເອກະສານທາງການຂອງພັກ - ລັດ, ແຕ່ບ່ອນທີ່ສະແດງອອກຢ່າງລວມສູນທີ່ສຸດ ແມ່ນໃນບົດຄວາມເຫັນ ຂອງເພິ່ນຕໍ່ກອງປະຊຸມ ຈັດຕັ້ງ ທົ່ວປະເທດ ຄັ້ງທີ່ 7 (ວັນທີ 24 ທັນວາ 1991), ຂ້າພະເຈົ້າຂໍສັງລວມເອົາບາງເນື້ອໃນຕົ້ນຕໍທີ່ ເປັນທັດສະນະພື້ນຖານ ແລະ ແນວຄິດຊີ້ນໍາອັນຈະແຈ້ງ ຂອງເພິ່ນກ່ຽວກັບລັດແຫ່ງກົດໝາຍ ແລະ ການສ້າງກົດໝາຍໃນເງື່ອນໄຂ ຂອງລະບອບ ປະຊາທິປະໄຕ ປະຊາຊົນ ເພື່ອສະເໜີ ຕໍ່ເພື່ອນຜູ້ອ່ານດັ່ງນີ້ : ກ່ຽວກັບລັດ. ເພິ່ນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເປັນ ຕົວແທນທີ່ແທ້ຈິງ, ແຫ່ງຜົນປະໂຫຍດ ຂອງປະຊາຊົນລາວທຸກເຜົ່າ. ມັນແມ່ນລັດທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ບັນດາການຈັດຕັ້ງໃນລະບົບການເມືອງແມ່ນມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາ. ໃນລະບອບ ປະຊາທິປະໄຕ ຂອງພວກເຮົາ, ສິດເປັນເຈົ້າປະເທດຊາດ ແລະ ປະຊາທິປະໄຕ ຂອງປະຊາຊົນ ໄດ້ຮັບການເສີມຂະຫຍາຍຢ່າງສຸດຂີດໄປພ້ອມໆກັບການເພີ່ມທະວີສະຕິລະບຽບວິໄນ ແລະ ຂໍ້ກຳນົດກົດໝາຍ ຂອງບ້ານ - ເມືອງ. ກົງຈັກຂອງລັດຕ້ອງກະທັດຮັດ, ພໍດີ ແລະ ມີຄຸນນະພາບ, ມີການກຳນົດແຈ້ງກ່ຽວ ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ ລະອົງການ, ປະຕິບັດຫຼັກການຄຸ້ມຄອງລວມສູນ ເປັນເອກະພາບສົມທົບກັບການເຊີດຊູບົດບາດການນຳພາ ຂອງ ຄະນະພັກ ແລະ ຄວາມຮັບຜິດຊອບ ຂອງອຳນາດການປົກຄອງຢ່າງຖືກຕ້ອງ. ເພິ່ນໄດ້ເລັ່ງທວງໃຫ້ກາໍຈັດ, ແກ້ໄຂພະຍາດອາດຍາສິດ, ປະກົດການລ່ວງອຳນາດ, ນາບຂູ່ປະຊາຊົນ, ການສໍ້ລາດບັງຫຼວງ, ຄວາມລະເຫຼີງຫຼົມເຫຼວຂາດຄວາມຮັບຜິດຊອບ ແລະ ປະກົດການຫຍໍ້ທໍ້ອື່ນໆຢ່າງເດັດຂາດ. ກ່ຽວກັບການສ້າງລັດແຫ່ງກົດໝາຍ. ເພິ່ນໄດ້ແນະນາໍໄວ້ວ່າ: ພວກເຮົາຕ້ອງສ້າງລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກາຍເປັນລັດແຫ່ງກົດໝາຍເທື່ອລະກ້າວ ໂດຍສອດຄ່ອງກັບຈຸດພິເສດທາງດ້ານເສດຖະກິດ - ສັງຄົມ ຂອງປະເທດກໍ່ຄືລະດັບຄວາມຮູ້, ວັດທະນະທຳ ແລະ ຄວາມເປັນຢູ່ຂອງປະຊາຊົນ, ທັງນີ້ກໍ່ ຍ້ອນວ່າ : ລັດແຫ່ງກົດໝາຍແມ່ນລັດທີ່ຖືກົດໝາຍ ສູງກວ່າສິ່ງໃດໆ ແລະ ສະຕິເຄົາລົບກົດໝາຍ ຂອງພົນລະເມືອງໄດ້ກາຍເປັນຄວາມຊິນເຄີຍ ໃນຊີວິດປະຈໍາວັນແລ້ວ. ເວົ້າອີກແນວໜຶ່ງ, ລັດແຫ່ງກົດໝາຍແມ່ນລັດທີ່ໄດ້ປະຕິບັດ ພັນທະຕໍ່ພົນລະເມືອງ ແລະ ພົນລະເມືອງກໍ່ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ. ດ້ວຍເຫດນັ້ນການສ້າງລັດແຫ່ງກົດໝາຍຈຶ່ງຕ້ອງຜ່ານ ຂະບວນວິວັດອັນຍາວນານ ໂດຍຂຶ້ນກັບລະດັບ ການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ ຂອງປະເທດ, ຂຶ້ນກັບລະດັບຄວາມຮູ້, ຄວາມຕື່ນຕົວທາງການເມືອງຂອງປະຊາຊົນ ພົນລະເມືອງ ແລະ ເງື່ອນໄຂອື່ນໆອີກຫຼາຍຢ່າງ. ບັນດາປະເທດສັງຄົມນິຍົມກໍ່ບໍ່ທັນມີປະເທດໃດເປັນລັດແຫ່ງກົດໝາຍເທື່ອສຳລັບປະເທດເຮົາ, ເພິ່ນໄດ້ຊີ້ບອກວ່າ: ພະນັກງານເຮົາຈຳນວນຫຼາຍຍັງບໍ່ທັນເຂົ້າໃຈກ່ຽວກັບຈຸດພິເສດ ຂອງສັງຄົມລາວ ແລະ ສະພາບຄວາມເປັນຈິງ ຂອງປະເທດຊາດຢ່າງເລິກເຊິ່ງ, ໃນເວລາດຽວກັນນັ້ນຊ້ຳພັດຖືກຜົນສະທ້ອນຈາກຕ່າງປະເທດ, ຈາກນັ້ນຈິ່ງມີທັດສະນະຮ້ອນຮົນຟ້າວຟັ່ງ, ຢາກສ້າງ ແລະ ຮັບຮອງເອົາກົດໝາຍ ອອກເປັນຈຳນວນຫຼາຍ ໂດຍຄິດວ່າເຮັດແນວນັ້ນ ແລ້ວຈະກາຍເປັນລັດແຫ່ງກົດໝາຍໂດຍໄວ. ກ່ຽວກັບການສ້າງກົດໝາຍ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະກ່ຽວກັບບັນຫານີ້ວ່າ: ກ່ອນອື່ນໝົດພວກເຮົາຕ້ອງຮັບຮູ້ແຈ້ງວ່າ: ປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍ່ບໍ່ແມ່ນທຶນນິຍົມ. ພວກເຮົາຍັງຢູ່ໃນໄລຍະຂອງລະບອບປະຊາທິປະໄຕ ປະຊາຊົນ. ສະນັ້ນ, ການຈະສ້າງກົດໝາຍ ໃດກໍ່ຕາມ ພວກເຮົາຕ້ອງອີງໃສ່ຈຸດພິເສດ ຂອງໄລຍະລະບອບ ປະຊາທິປະໄຕ ປະຊາຊົນ. ພວກເຮົາບໍ່ປະຕິເສດວ່າການສ້າງລັດແຫ່ງກົດໝາຍນັ້ນ ແມ່ນຈຸດໝາຍອັນຍາວນານ ຂອງພວກເຮົາ ເຊິ່ງຕ້ອງເລີ່ມຈາກຕໍ່າຫາສູງ, ເຮັດເທື່ອລະກ້າວ ຢ່າງໜັກແໜ້ນ ໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາ ເສດຖະກິດ - ສັງຄົມ ຂອງປະເທດຊາດ. ໝາຍຄວາມວ່າໃນຂະບວນວິວັດແຫ່ງການສ້າງກົດໝາຍນັ້ນພວກເຮົາຈະຕ້ອງໄດ້ອີງໃສ່ຫຼາຍເງື່ອນໄຂ. 3.1. ຕ້ອງຮູ້ວ່າກົດໝາຍແມ່ນຫຍັງ? ກ. ມາກຂຽນວ່າ: ກົດໝາຍແມ່ນການສະແດງອອກ ຂອງມານະຈິດຂອງຊົນຊັ້ນປົກຄອງທີ່ ເປັນລາຍລັກອັກສອນໝາຍຄວາມວ່າ ກົດໝາຍ ຂອງລະບອບໃດກໍ່ຕ້ອງສ່ອງແສງເຖິງມານະຈິດ ຂອງ ຊົນຊັ້ນປົກຄອງໃນລະບອບນັ້ນ. ກົດໝາຍ ຂອງພວກເຮົາ (ຂອງລະບອບ ປະຊາທິປະໄຕ ປະຊາຊົນ) ກໍ່ຕ້ອງສ່ອງແສງໃຫ້ເຫັນເຖິງລັກສະນະຊົນຊັ້ນ, ລັກສະນະຊາດ ແລະ ລັກສະນະປະຊາຊົນຂອງລັດ ພວກເຮົາ. ສະນັ້ນກົດໝາຍຕ້ອງສ່ອງແສງຢ່າງຈະແຈ້ງ ເຖິງໜ້າທີ່ການເມືອງຂອງພັກ, ເຖິງຄວາມມຸ່ງມາດ ປາຖະໜາ ຂອງ ປະຊາຊົນເຜົ່າຕ່າງໆ ແລະ ເປັນສິ່ງເສີມສ້າງຄວາມສັກສິດແຫ່ງການຄຸ້ມຄອງ ຂອງລັດ. 3.2. ໃນການສ້າງກົດໝາຍຕ້ອງກຳແໜ້ນ ແນວທາງ, ແຜນນະໂຍບາຍຂອງພັກເພາະວ່າ ກົດ ໝາຍແມ່ນມາດຕະການທາງການປົກຄອງ ອັນໜຶ່ງ, ແມ່ນເຄື່ອງມືທາງການເມືອງ ຂອງຊົນຊັ້ນກຳອຳນາດ, ເປັນຮູບການສະແດງອອກ ຂອງຄວາມຮຽກຮ້ອງຕ້ອງການທາງການເມືອງ. ສະນັ້ນ, ການສ້າງກົດໝາຍແຕ່ລະອັນພວກເຮົາ ຕ້ອງເລີ່ມຈາກແນວທາງ, ແຜນນະໂຍບາຍຂອງພັກ. 3.3. ຕ້ອງກຳແໜ້ນສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ - ສັງຄົມ ຂອງປະເທດຊາດ ລວມທັງຮີດຄອງປະເພນີ ແລະ ຈິດຕະສາດ ຂອງປະຊາຊົນເຜົ່າຕ່າງໆໝາຍຄວາມວ່າການສ້າງກົດໝາຍຕ້ອງເລີ່ມ ແຕ່ຕໍ່າຫາສູງ, ສອດຄ່ອງ ກັບລະດັບຂະຫຍາຍຕົວທາງດ້ານເສດຖະກິດ, ວັດທະນະທ ຳ, ຄວາມຮູ້ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ສິ່ງສຳຄັນໃນທີ່ນີ້ ແມ່ນສ້າງກົດໝາຍອອກມາແລ້ວ ປະຊາຊົນຈະຮັບໄດ້ບໍ່? ກ. ມາກຂຽນວ່າ: ກົດໝາຍບໍ່ມີຍາມໃດຈະຢູ່ເໜືອກວ່າລະບອບເສດຖະກິດ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ. ກົດໝາຍຕ້ອງສົມຄູ່ກັບຮູບຖານເສດຖະກິດ - ສັງຄົມ. ກົດໝາຍຂະຫຍາຍຕົວຕາມກົດເກນແຕ່ຕໍ່າຫາສູງໄປຄຽງຄູ່ກັບການຂະຫຍາຍຕົວ ຂອງເສດຖະກິດ, ວັດທະນະທຳ - ສັງຄົມ, ແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງການໃນການດັດສົມການພົວພັນສັງຄົມ. ດ້ວຍເຫດນີ້ເອງ ໃນຫຼາຍປະເທດທີ່ບໍ່ທັນມີຄວາມສາມາດໃຊ້ ກົດໝາຍ (ຍ້ອນເງື່ອນໄຂບໍ່ທັນສຸກງອມ), ເຂົາເຈົ້າ ກໍ່ປົກຄອງກັນດ້ວຍຮີດຄອງ, ຂະນົບທຳນຽມປະເພນີ, ຂໍ້ບັງຄັບທາງດ້ານສິນທຳ ແລະ ຄຸນສົມບັດ, ສາສະໜາ ຫຼື ດ້ວຍອິດທິພົນ ຂອງບຸກຄົນສຳຄັນ. ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງຕື່ມວ່າ: ການສ້າງກົດໝາຍຕ້ອງເລີ່ມແຕ່ຕໍ່າຫາສູງ ໝາຍຄວາມວ່າ: ພວກເຮົາຕ້ອງຄໍານຶງເຖິງແຕ່ລະກໍລະນີວ່າອັນໃດສາມາດວາງເປັນກົດໝາຍໄດ້ ແລະ ອັນໃດບໍ່ທັນເໝາະທີ່ຈະເຮັດເປັນກົດໝາຍ. ໂດຍທົ່ວໄປແລ້ວການຈະສ້າງກົດໝາຍຈະເລີ່ມດ້ວຍຂໍ້ກໍານົດໃຕ້ກົດໝາຍ ທີ່ມີຜົນບັງຄັບໃຊ້ເໝືອນກັນ ກັບກົດໝາຍເຊັ່ນ: ມະຕິຕົກລົງ, ແຈ້ງການ, ລະບຽບການ, ຄາໍສັ່ງ, ດາໍລັດທີ່ປະກາດໃຊ້ໂດຍບຸກຄົນ ຜູ້ມີອໍານາດຂັ້ນຕ່າງໆ ສະນັ້ນ, ຈຶ່ງສັງເກດເບິ່ງວ່າ ມີຂໍ້ກໍານົດໃຊ້ກົດໝາຍອັນໃດແດ່ທີ່ສາມາດສ້າງ ເປັນກົດໝາຍໄດ້ ໂດຍຂຶ້ນກັບເງື່ອນໄຂສຸກງອມ ຂອງມັນ. 3.4. ການສ້າງກົດໝາຍຕ້ອງໄປຄຽງຄູ່ກັບ ການເສີມຂະຫຍາຍ ປະຊາທິປະໄຕ. ກ່ອນຈະສ້າງກົດໝາຍໜຶ່ງຂຶ້ນ ກໍ່ຕ້ອງມີຄະນະກະກຽມຮ່າງກົດໝາຍນັ້ນ, ຄະນະນີ້ຈະປະກອບດ້ວຍບັນດານັກວິຊາການທີ່ຊ່ຽວຊານໃນບັນຫາທີ່ຈະກຳນົດໄວ້ໃນກົດໝາຍນັ້ນ ແລະ ນັກກົດໝາຍຈຳນວນໜຶ່ງ. ບຸກຄົນເຫຼົ່ານັ້ນຕ້ອງເປັນຜູ້ທີ່ກາໍແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ລັດ, ກໍາ ແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ, ທັງມີຄວາມຮູ້ດ້ານວິຊາການ ແລະ ບົດຮຽນຈາກພຶດຕິກຳ, ໝາຍຄວາມວ່າຕ້ອງໄດ້ຜ່ານວຽກງານຕົວຈິງມາຫຼາຍສົມຄວນ. ຕ້ອງເສີມຂະຫຍາຍປະຊາທິປະໄຕ ໃນການສ້າງກົດໝາຍ. ຢາກໃຫ້ກົດໝາຍແທດກັບຕົວຈິງ, ສ່ອງແສງມານະຈິດ, ສອດຄ່ອງກັບຜົນປະໂຫຍດ, ຄວາມມຸ້ງມາດປາຖະໜາ ແລະ ເໝາະກັບຄວາມ ສາມາດ ປະຕິບັດ ຂອງປະຊາຊົນ, ພວກເຮົາຕ້ອງຮູ້ຍາດແຍ່ງຄວາມຄິດຄວາມເຫັນ ຂອງມະຫາຊົນ ຕໍ່ກັບກົດໝາຍນັ້ນ ໝາຍຄວາມວ່າກ່ອນຈະຮັບຮອງເອົາກົດໝາຍ, ປະກາດໃຊ້ກົດໝາຍໃດໜຶ່ງກໍ່ຕ້ອງຜ່ານການທາບທາມຄວາມຄິດຄວາມເຫັນ ຂອງປະຊາຊົນຊັ້ນຄົນຕ່າງໆເສຍກ່ອນ, ຫາກບໍ່ແມ່ນຈະເຮັດແຕ່ໃນ “ວົງແຄບ” ຂອງນັກວິຊາການ ຫຼື ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ເທົ່ານັ້ນ. ທັດສະນະພື້ນຖານ ແລະ ແນວຄິດຊີ້ນຳ ຂອງ ປະທານ ໄກສອນ ພົມວິຫານ ທີ່ກ່າວມາຂ້າງເທິງ ນັ້ນໄດ້ເປັນເຂັມຊີ້ທິດເຍືອງທາງໃຫ້ການສ້າງລັດແຫ່ງກົດໝາຍ ແລະ ສ້າງກົດໝາຍໃນເງື່ອນໄຂ ລະບອບ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ. ສະນັ້ນ, ພາຍຫຼັງສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ ຄັ້ງ ທີ IV ຂອງພັກປີ 1986, ພັກໄດ້ກຳນົດແນວທາງ ປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ປັບປຸງບູລະນະແນວທາງປ່ຽນແປງໃໝ່ທາງດ້ານເສດຖະກິດ ໃຫ້ເປັນແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫຼັກການໃນກອງປະຊຸມ ຄັ້ງທີ V ຂອງ ພັກປີ 1991 ເຊິ່ງໃນນີ້ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ໄດ້ກຳນົດແຈ້ງເຖິງການປ່ຽນແປງໃໝ່ລະບົບການເມືອງ ໂດຍໄດ້ເນັ້ນວ່າ: “ການປ່ຽນແປງໃໝ່ລະບົບການເມືອງບໍ່ໝາຍຄວາມວ່າຕ້ອງປ່ຽນແປງລະບອບການເມືອງນີ້ໄປສູ່ລະບອບການເມືອງອື່ນ ແຕ່ຫາກແມ່ນການ ບູລະນະການຈັດຕັ້ງ ຂອງລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ແລະ ການປ່ຽນແປງ ໃໝ່ແບບແຜນວິທີການເຄື່ອນໄຫວ. ບົນພື້ນຖານການກຳນົດພາລະບົດບາດ, ຄວາມສາມາດນຳພາ ຂອງພັກ, ເຊີດຊູຄວາມສັກສິດໃນການຄຸ້ມຄອງ, ອຳນວຍຄວບຄຸມ ຂອງອົງການລັດ, ພ້ອມກັນນີ້ກໍ່ ເສີມຂະຫຍາຍບົດບາດ ຂອງບັນດາອົງການ ຈັດຕັ້ງມະຫາຊົນເຮັດໃຫ້ທົ່ວລະບົບການເມືອງແຕ່ລະອົງປະກອບ ຂອງມັນເຄື່ອນໄຫວຢ່າງຖືກຕ້ອງຕາມພາລະບົດບາດ ຂອງຕົນ, ມີການປະສານສົມທົບຢ່າງສອດຄ່ອງ ແລະ ມີປະສິດທິຜົນໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ໃນທຸກດ້ານມີຄວາມຈຳເປັນທີ່ປະເທດຊາດຂອງພວກເຮົາຈະຕ້ອງໄດ້ກ້າວຂຶ້ນສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນຢ່າງເປັນເອກະພາບ ເຊິ່ງເນື້ອໃນແທ້ແມ່ນ ການສ້າງລັດແຫ່ງກົດໝາຍ. ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ທີ່ເປີດຂຶ້ນໃນ ວັນທີ 13 –15 ສິງຫາ 1991 ໄດ້ພິຈາລະນາຮັບຮ້ອງ ເອົາລັດຖະທຳມະນູນສະບັບທຳອິດ ຂອງ ສປປ ລາວ ແລະ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເຊິ່ງເປັນຂີດໝາຍ ທາງດ້ານການເມືອງທີ່ສຳຄັນ ຕໍ່ຊາດ ແລະ ສາກົນ, ແມ່ນການຮັບຮູ້ສິດແຫ່ງຄວາມເປັນເອກະລາດ, ອິດສະລະພາບຢ່າງແທ້ຈິງຂອງຊາດລາວເຮົາ. ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ V ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ. ພວກເຮົາໄດ້ດາໍເນີນການປັບປຸງບາງມາດຕາຂອງລັດຖະທຳມະນູນ ທີ່ເປັນກົດໝາຍພື້ນຖານ ຂອງຊາດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບແນວທາງປ່ຽນແປງ ໃໝ່ ແລະ ສະພາບຄວາມເປັນຈິງກວ່າ ເກົ່າ. ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນລັດຖະທຳມະນູນ ຂອງລະບອບປະຊາທິປະໄຕ ປະຊາຊົນ ເຊິ່ງໄດ້ ກຳນົດລະບອບການເມືອງ, ລະບອບເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະ ຂອງພົນລະເມືອງ, ສະພາແຫ່ງຊາດ, ລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ອື່ນໆ. ສະຫຼຸບຄວາມແລ້ວເນື້ອໃນ ຂອງທຸກໝວດ, ທຸກມາດຕານັ້ນລ້ວນແຕ່ສ່ອງແສງຢ່າງສັງລວມ ແລະ ແທດເໝາະກັບໄລຍະແຫ່ງການ ສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ຕາມທັດສະນະພື້ນຖານ ແລະ ແນວຄິດຊີ້ນາໍ ຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດແຫ່ງກົດໝາຍ. ສະພາແຫ່ງຊາດ ໃນຖານະເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດ ແຫ່ງລັດ ທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງ ບັນຫາສຳຄັນ ຂອງປະເທດຊາດ, ຕິດຕາມກວດ ກາການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະ ໄອຍະການປະຊາຊົນ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນທັດສະນະ ແລະ ແນວຄິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ກໍ່ຄືແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ກ່ຽວກັບການສ້າງລັດແຫ່ງກົດໝາຍໃນເງື່ອນໄຂ ຂອງປະເທດເຮົາໃຫ້ກາຍເປັນສະຕິ ແລະ ການກະທຳຕົວຈິງ. ເຖິງຢ່າງໃດກໍ່ດີ, ດັ່ງທີ່ປະທານ ໄກສອນ ພົມວິຫານ ໄດ້ຊີ້ບອກວ່າ: ການສ້າງລັດແຫ່ງກົດໝາຍຕ້ອງຜ່ານຂະບວນວິວັດອັນຍາວນານ ໂດຍຂຶ້ນກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ຂອງປະເທດ, ຂຶ້ນກັບລະດັບຄວາມຮັບຮູ້, ຄວາມຕື່ນຕົວທາງການເມືອງ ຂອງພົນລະເມືອງ ແລະ ເງື່ອນໄຂອື່ນໆອີກຫຼາຍຢ່າງ, ດ້ວຍເຫດນັ້ນ ເພື່ອສ້າງລັດແຫ່ງກົດໝາຍ ເຊິ່ງກ່ອນອື່ນໝົດ ແມ່ນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍໃຫ້ໄດ້ດີນັ້ນຕ້ອງໄດ້ສືບຕໍ່ເອົາໃຈໃສ່ບາງບັນຫາດັ່ງນີ້: ສະພາແຫ່ງຊາດ, ບັນດາອົງການ ແລະ ຂະແໜງການກ່ຽວຂ້ອງຕ້ອງສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ກາໍແໜ້ນທັດສະນະ ແລະ ແນວຄິດຊີ້ນໍາຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດແຫ່ງກົດໝາຍໃນເງື່ອນໄຂລະບອບ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ, ເຮັດໃຫ້ທັດສະນະ ແລະ ແນວຄິດຊີ້ນຳ ຂອງ ເພິ່ນກາຍເປັນຄວາມຮູ້, ເປັນສະຕິ ແລະ ການກະທຳຕົວຈິງທີ່ຖືກຕ້ອງ ແລະ ມີ ໝາກຜົນ, ເສີມຂະຫຍາຍພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດຢ່າງແຂງແຮງຕິດພັນກັບການປັບປຸງລະບົບອົງການອຳນາດແຫ່ງລັດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມກັນເຮັດສຳເລັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໃຜລາວ. ເອົາໃຈໃສ່ພັດທະນາເສດຖະກິດໃຫ້ຂະ ຫຍາຍຕົວ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີ ຂຶ້ນ ໂດຍຕິດພັນກັບການເພີ່ມທະວີການສຶກສາ ອົບຮົມໃຫ້ພົນລະເມືອງທຸກຄົນຮັບຮູ້ເຊື່ອມຊຶມ ລັດຖະທຳມະນູນ ແລະ ກົດໝາຍຕ່າງໆ, ສ້າງເງື່ອນໄຂໃຫ້ເຂົາເຈົ້າປະຕິບັດກົດໝາຍຢ່າງເຂັ້ມງວດ, ຮູ້ນຳໃຊ້ກົດ ໝາຍເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທາໍ ແລະ ປະຕິບັດພັນທະ ຂອງຕົນຢ່າງຖືກຕ້ອງ. ພ້ອມກັນນັ້ນກໍ່ສຶກສາ ອົບຮົມໃຫ້ທຸກຄົນກ້າວເຂົ້າສູ່ແບບແຜນດຳລົງຊີວິດ ແລະ ເຮັດວຽກງານຕາມກົດໝາຍວາງອອກ. ເພີ່ມທະວີການສຶກສາອົບຮົມກົດໝາຍ ແນໃສ່ສ້າງສະຕິເຄົາລົບກົດໝາຍ ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດກົດໝາຍ, ການສຶກສາອົບຮົມກົດໝາຍຕ້ອງດາໍເນີນຢ່າງເປັນລະບົບເນື່ອງນິດກະທົບເຂົ້າໃສ່ແນວຄິດຈິດໃຈ ຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນ ເພື່ອເຮັດໃຫ້ທຸກຄົນມີຄວາມຮູ້ກ່ຽວກັບກົດໝາຍ, ມີຄວາມຊິນເຄີຍກ່ຽວກັບກົດໝາຍ, ຕໍ່ສູ້ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ. ຍົກສູງສະຕິຕໍ່ກົດໝາຍ, ເຮັດໃຫ້ທຸກຄົນ ຮັບຮູ້ຢ່າງຖືກຕ້ອງກ່ຽວກັບທາດແທ້, ພາລະບົດ ບາດ ຂອງກົດໝາຍລະບອບໃໝ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕໍ່ຄອບຄົວໝູ່ເພື່ອນ ແລະ ຕໍ່ແຕ່ລະຄົນຈາກນັ້ນ ແມ່ນສ້າງຄວາມເຊື່ອໝັ້ນຕໍ່ກົດໝາຍ ແລະ ຕື່ນຕົວປະຕິບັດກົດໝາຍ. ການຍົກສູງຄວາມຮັບຜິດຊອບຕໍ່ກົດໝາຍ ແມ່ນການ ບັງຄັບລວມຕໍ່ທຸກຄົນທີ່ລະເມີດກົດໝາຍ, ຜູ້ລະ ເມີດກົດ ໝາຍຕ້ອງນໍາມາລົງໂທດຢ່າງເຄັ່ງຄັດ ຕາມກົດໝາຍ, ບໍ່ອະນຸຍາດໃຫ້ຜູ້ໃດນໍາໃຊ້ສິດ ອຳນາດມາປົກປິດຜູ້ທີ່ກະທຳຜິດໃຫ້ພົ້ນຈາກ ຄວາມຮັບຜິດຊອບຕໍ່ໜ້າກົດໝາຍ. ຕ້ອງເຊີດຊູບົດບາດນຳໜ້າເປັນແບບຢ່າງ ຂອງພັກໃນການເຄົາລົບ ແລະ ປະຕິບັດ ກົດໝາຍຂອງລັດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ສະມາຊິກພັກແຕ່ລະຄົນຕ້ອງໄດ້ຮັບຮູ້ແຈ້ງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດແນວທາງຂອງພັກ ແລະ ກົດໝາຍຂອງລັດ. ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານສະມາຊິກພັກ ເຊິ່ງເປັນຕົ້ນເຫດນໍາເອົາຄວາມເສື່ອມເສຍມາໃຫ້ພັກ, ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ພັກ (ການລ່ວງອຳນາດ, ກິນສິນບົນ, ສໍ້ລາດບັງຫຼວງ...) ສະມາຊິກພັກທຸກຄົນຕ້ອງປະຕິບັດຕາມການນຳພາ-ຊີ້ນຳ ຂອງພັກທີ່ວ່າ: “ໃນການເຄື່ອນໄຫວຂອງຕົນ, ພັກຍາມໃດກໍ່ຕ້ອງເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງລັດ" ໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກໄດ້ເນັ້ນໜັກວ່າ: “ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍພວກເຮົາຕ້ອງເອົາໃຈໃສ່ປັບປຸງບັນດາອົງການອໍານາດແຫ່ງລັດໃຫ້ມີຄວາມສາມາດເຄື່ອນໄຫວປະຕິບັດພາລະໜ້າທີ່ຂອງຕົນຢ່າງມີປະສິດທິຜົນ. ສະຫຼຸບແລ້ວ ການປະກາດໃຊ້ລັດຖະທໍາມະນູນ ແລະ ຫັນລັດຖະທໍາມະນູນເປັນກົດໝາຍໃນຂົງເຂດຕ່າງໆນັ້ນເປັນຂີດໝາຍແຫ່ງການນໍາໄປສູ່ການສ້າງລັດແຫ່ງກົດໝາຍເທື່ອລະກ້າວຕາມທັດສະນະ ແລະ ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແນ່ໃສ່ເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າໃນໄລຍະສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ຂອງປະເທດເຮົາ.

ເນື່ອງໃນໂອກາດວັນສາ້ງຕັ້ງລັດຖະທໍາມະນູນຄົບຮອບ 32 ປີ ( 15 ສິງຫາ 1991-15 ສິງຫາ 2023 )

15 Aug 2023
ລັດຖະທໍາມະນູນແມ່ນກົດໝາຍພຶ້ນຖານຂອງຊາດເຊ່ິ່ງກໍານົດລະບອບການເມືອງ, ລະບອບເສດຖະກິດ ແລະ ສັງຄົມ, ສິດ ແລະ ພັນທະພຶ້ນຖານຂອງພົນລະເມືອງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກອໍານາດລັດ, ລັດຖະທໍາມະນູນແມ່ນກົດໝາຍສູງສຸດ ແລະ ເປັນກົດໝາຍພື້ນຖານຂອງປະເທດ ທີ່ວາງຂໍ້ກໍານົດກົດເກນ ກ່ຽວກັບກົນໄກຂອງລັດໂດຍທົ່ວໄປ, ມີຜົນບັງຄັບໃຊ້ ເໜືອກົດໝາຍທໍາມະດາ; ກົດໝາຍໃດຂັດກັບລັດຖະທໍາມະນູນ ກົດໝາຍນັ້ນກໍ່ເປັນໂມຄະ, ບໍ່ມີຜົນບັງຄັບໃຊ້ຕາມກົດໝາຍ. ກົດໝາຍທັງໝົດຢູ່ພາຍໃນປະເທດ ຕ້ອງສອດຄ່ອງ ຫຼື ບໍ່ຂັດກັບເນື້ອໃນຂອງລັດຖະທໍາມະນູນ. ລັດຖະທໍາມະນູນ ເປັນເຄື່ອງມືທີ່ສໍາຄັນທີ່ສຸດໃນການປົກຄອງແບບປະຊາທິປະໄຕ ... ພາຍຫຼັງປະເທດເຮົາໄດ້ຮັບການສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປວງຊົນລາວທັງຊາດຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມ ໂດຍສະເພາະໃນໄລຍະແຕ່ປີ 1975-1985 ເປັນໄລຍະເວລາທີ່ພັກເຮົາໄດ້ສຸມໃສ່ນຳພາເຕົ້າໂຮມຄວາມສາມັກຄີປອງດອງຊາດ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ທີ່ຫາກໍ່ຍາດມາໄດ້  ແລະ ເປັນຊ່ວງໄລຍະທີ່ພວມຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງເຮັດໃຫ້ປະເທດຊາດ ໄດ້ມີສະຖຽນລະພາບການເມືອງນັບມື້ນັບມີຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວດີຂຶ້ນ; ສະນັ້ນປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳວ່າ: “ຕ້ອງກໍ່ສ້າງ ແລະ ປັບປຸງໂຄງຮ່າງການຈັດຕັ້ງອຳນາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ກາຍເປັນລະບົບອຳນາດການປົກຄອງທີ່ເປັນ ປະຊາທິປະໄຕທີ່ແທ້ຈິງ ແລະ ເຂັ້ມແຂງ, ມີກຳລັງພຽງພໍໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ”. “ລັດຕ້ອງຫັນແນວທາງ, ແຜນນະໂຍບາຍຂອງພັກເປັນແຜນການນະໂຍບາຍລະອຽດ, ເປັນມາດຕະການ ແລະ ກຳນົດໝາຍທີ່ມີລັກສະນະກົດໝາຍ ທັງເປັນຜູ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ກ່ອນອື່ນຕ້ອງຮັບຮູ້ວ່າປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍ່ບໍ່ແມ່ນທຶນນິຍົມ, ພວກເຮົາຍັງຢູ່ໃນລະບອບ ປະຊາທິປະໄຕ ປະຊາຊົນ. ສະນັ້ນ ການສ້າງກົດໝາຍຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ສະພາບຈຸດພິເສດຕົວຈິງຂອງການພັດທະນາປະເທດຊາດໃນໄລຍະໃໝ່”. ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ໃນປີ 1986 ເປັນຕົ້ນມານັ້ນ ເຊິ່ງມັນໄດ້ເລັ່ງທວງໃຫ້ລັດເຮົາຕ້ອງດຳເນີນການປົກຄອງສັງຄົມດ້ວຍກົດໝາຍ; ດັ່ງນັ້ນ, ປະທານ ໄກສອນ ພົມວິຫານ ເພິ່ນຈຶ່ງໄດ້ຊີ້ນຳວ່າ: “ມີຄວາມຈຳເປັນຕ້ອງມີລັດຖະທຳມະນູນ ແລະ ກົດໝາຍ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ”, ຍ້ອນແນວນັ້ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳໃຫ້ດຳເນີນການເລືອກຕັ້ງສະພາປະຊາຊົນຂັ້ນເມືອງ, ຂັ້ນແຂວງ ໃນປີ 1988 ແລະ ສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 26 ມີນາ 1989 ເຊິ່ງເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ໃນການສ້າງລັດຖະທຳມະນູນ. ພ້ອມກັນນັ້ນ, ເພິ່ນກໍ່ໄດ້ລົງນາມໃສ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 16/ກມສພ, ລົງວັນທີ 3 ສິງຫາ 1989 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສ້າງລັດຖະທຳມະນູນ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ປະທານສະພາປະຊາຊົນສູງສຸດ ຊຸດທີ II ເປັນຫົວໜ້າຄະນະ. ໃນຕະຫຼອດໄລຍະ 2 ປີກວ່າ ແຫ່ງການກະກຽມ ແລະ ສ້າງຮ່າງລັດຖະທຳມະນູນນັ້ນ ປະທານ ໄກສອນ ພົມວິຫານ ບໍ່ໄດ້ລົດລະໃນການຊີ້ນຳຢ່າງຈົດຈໍ່ ແລະ ແທດເຖິງ ຕໍ່ການສ້າງຮ່າງລັດຖະທຳມະນູນແຫ່ງ ສປປ ລາວ. ພາຍຫຼັງໄດ້ວິເຄາະ ວິໄຈຢ່າງເລິກເຊິ່ງເຖິງຖອງຕາມແນວຄິດຂອງ ທ່ານ ກາກມາກ, ທ່ານ ເລນິນ ແລະ ນັກກົດໝາຍຕ່າງປະເທດທີ່ມີຊື່ສຽງຈໍານວນໜຶ່ງ ກ່ຽວກັບລັດຖະທຳມະນູນແລ້ວ ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງວ່າ: “ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານຂອງລັດທີ່ນຳມາປະຕິບັດ ເພື່ອປົກປັກຮັກສາ, ປັບປຸງອຳນາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາປະເທດຊາດ ກ້າວຂຶ້ນຕາມຈຸດໝາຍຂອງຊົນຊັ້ນກຳອຳນາດ”. ມາເຖິງວັນທີ 14 ສິງຫາ 1991 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການໃນວາລະກອງປະຊຸມຕອນບ່າຍຂອງວັນທີ 14 ສິງຫາ 1991 ຜູ້ແທນກອງປະຊຸມໄດ້ລົງຄະແນນສຽງຢ່າງເປັນເອກະສັນກັນຮັບຮອງເອົາລັດຖະທຳມະນູນ ຂອງ ສປປລາວ ສະບັບທໍາອິດ ແລະ ມື້ຕໍ່ມາ ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ໄດ້ອອກລັດຖະດໍາລັດ ສະບັບເລກທີ 55/ປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດຂຶ້ນເຊິ່ງນັບແຕ່ນັ້ນມາ ສປປ ລາວຈຶ່ງໄດ້ມີລັດຖະທໍາມະນູນ ແລະ ກົດ ໝາຍທີ່ປະກາດໃຊ້ມາຈົນຮອດປັດຈຸບັນນີ້. ໃນການຄົ້ນຄວ້າ ແລະ ສ້າງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ໃຫຍ່ຫຼວງນາໆປະການກໍ່ຕາມ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຂອງປະທານ ໄກສອນ ພົມວິຫານ ແລະ ການນໍາພາຕົວຈິງຂອງທ່ານ ໜູຮັກ ພູມສະຫວັນ ລັດຖະທໍາມະນູນ ແຫ່ງ ສປປລາວ ໄດ້ຮັບການສ້າງຂຶ້ນ ແລະ ປະກາດໃຊ້ຢ່າງສະຫງ່າຜ່າເຜີຍ ຕາມແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ ລັດຖະທໍາມະນູນ ຕ້ອງເປັນຂອງລາວ ຢ່າງແທ້ຈິງ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງພັກປະຕິວັດປະຊາຊົນ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນຜູ້ກໍາອໍານາດ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງລະບອບເສດຖະກິດຫຼາຍພາກສ່ວນ ດ້ວຍຮູບການກໍາມະສິດທີ່ແຕກຕ່າງກັນ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຫຼັກການອໍານາດ ເອກະພາບ ຫຼື ຫຼັກການລວມສູນປະຊາທິປະໄຕ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງລັດ ແລະ ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຄວາມສາມັກຄີ, ຄວາມສະເໝີພາບລະຫວ່າງເຜົ່າຕ່າງໆພາຍໃນຊາດ”. ລັດຖະທໍາມະນູນ ສະບັບປີ 1991 ປະກອບມີ 10 ໝວດ, 80 ມາດຕາ ຄື: ໝວດທີ I ລະບອບການເມືອງ; ໝວດທີ II ລະບອບເສດຖະກິດ; ໝວດທີ III ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ໝວດທີ IV ສະພາແຫ່ງຊາດ; ໝວດທີ V ປະທານປະເທດ; ໝວດທີ VI ລັດຖະບານ; ໝວດທີ VII ການປົກຄອງທ້ອງຖິ່ນ; ໝວດທີ VIII ອົງການຕຸລາການ; ໝວດທີ IX ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ ແລະ ນະຄອນຫຼວງ; ໝວດທີ X ບົດບັນຍັດສຸດທ້າຍ; ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ໃຫ້ກ້າວເຂົ້າສູ່ລວງເລິກ, ສະພາແຫ່ງຊາດ ຊຸດທີ V ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຢູ່ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະທານປະເທດ ແຫ່ງ ສປປລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 32/ປທ, ໃນວັນທີ 28 ພຶດສະພາ 2003. ລັດຖະທຳມະນູນ ສະບັບປັບປຸງ ປີ 2003 ປະກອບມີ 11 ໝວດ, 98 ມາດຕາ, ໝວດທີ່ເພີ່ມເຂົ້າໃໝ່ແມ່ນໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ປັບປຸງຊື່ຂອງໝວດທີ IX ຈາກ “ອົງການຕຸລາການ” ມາເປັນ “ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ”. ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປັບປຸງ ປີ 2003, ມາຮອດປີ 2015 ສະພາແຫ່ງຊາດ ຊຸດທີ VII ໄດ້ປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ຄັ້ງທີ 2. ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ແມ່ນເພື່ອຕອບສະໜອງຕໍ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນການປັບປຸງລະບົບອຳນາດແຫ່ງລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງ, ມີຄວາມສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລຍະ ໃໝ່. ເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ປະກອບມີ 14 ໝວດ 119 ມາດຕາ. ໜວດທີເພີ່ມເຂົ້າໃໝ່ແມ່ນໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ; ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກຳມະການເລືອກຕັ້ງ. ການປະກາດໃຊ້ລັດຖະທຳມະນູນ ສະບັບທຳອິດ ຂອງ ສປປລາວ ແມ່ນເປັນຂີດໝາຍປະຫວັດສາດ ແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງລັດປະຊາທິປະໄຕປະຊາຊົນລາວ ຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍແນວທາງ, ມະຕິ, ຄຳສັ່ງ ຕາມກົນໄກບໍລິຫານເກື້ອກູນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມກົນໄກເສດຖະກິດຕະຫຼາດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມຂອງປະເທດເຮົາ. ລັດຖະທຳມະນູນ ແຫ່ງ ສປປລາວ ໄດ້ຢັ້ງຢືນເຖິງຜົນງານອັນຍິ່ງໃຫຍ່, ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນການປະກາດຢ່າງສະຫງ່າຜ່າເຜີຍໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາຊົນຊາວໂລກຮັບຮູ້ວ່າ: ສປປລາວ ເປັນປະເທດໜຶ່ງທີ່ມີເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ້ຳ, ນ່ານຟ້າ ແລະ ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ບໍ່ຕັດແຍກອອກຈາກກັນໄດ້ຢ່າງເດັດຂາດ, ປະຊາຊົນລາວບັນດາເຜົ່າມີສິດອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດ, ມີຄວາມສາມັກຄີ, ຄວາມສະເໝີພາບ,  ດຳລົງຊີວິດ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ. ລັດຖະທຳມະນູນ ແຫ່ງ ສປປລາວ ແມ່ນກົດໝາຍພື້ນຖານຂອງລັດ ສປປລາວ ເຊິ່ງໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ໃນການຮ່ວມກັນສ້າງປະເທດຊາດໃຫ້ກາຍເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກຳນົດລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ລະບົບສາຍໄຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງກົງຈັກລັດ ຕາມຫຼັກການລວມສູນປະຊາທິປະໄຕ; ກຳນົດກ່ຽວກັບພາສາ, ຕົວອັກສອນ, ທຸງຊາດ, ເພງຊາດ, ເຄື່ອງ ໝາຍຊາດ, ນະຄອນຫຼວງ, ສະກຸນເງິນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ກະບອກສຽງຂອງຊາດ

11 Aug 2023
( ເນື່ອງໃນໂອກາດ ວັນສ້າງຕັ້ງ ສື່ສານມວນຊົນລາວ ແລະ ວັນພິມຈໍາໜ່າຍ ຄົບຮອບ 73 ປີ) ໂດຍ: ອຸໄທ ໄຊປັນຍາ 13 ສິງຫາຈຸດກໍາເນີດ ເລີ່ມຕົ້ນເກີດສື່ມວນຊົນລາວ 1950 ນັບມາ                                            ຮອດປີ 2023 ນີ້ 73 ປີຂວບເຂົ້າ                                          ສື່ມວນຊົນລາວເຮົາໄດ້ເຕີບໃຫຍ່ ເປັນກະບອກສຽງໃຫ້                                  ພັກ-ລັດເຮົາຮອບດ້ານດີແທ້ສື່ຂອງລາວ ທຸກເຫດການເມືອງ-ບ້ານ ລົງຂ່າວໃຫ້ຄົນເຫັນ ເປັນຕົວແທນໂຄສະນາ                                ໃຫ້ປະຊາຊົນຄົນຮັບຮູ້ ໂຄສະນາຕາມຊ່ອງ                                     ໂທລະທັດລາວອອກຂ່າວ ວິທະຍຸກະຈາຍສຽງພ້ອມ                             ໜັງສືພິມນັ້ນກໍ່ຫາກມີ ແທ້ແລ້ວ ໃນຍຸກປັດຈຸບັນນີ້ ເປັນຍຸກທີ່ທັນສະໄໝ ຍຸກເທັກໂນໂລຊີ                                        ທີ່ສື່ສານວ່ອງໄວ້ແລ້ວ ທັງເຟສບຸກໂຊຊ້ຽວ                                    ເປີດອອນລາຍເບິ່ງຂ່າວ ຊິຢູ່ໃສກໍ່ເບິ່ງໄດ້                                         ມືຖືໃຊ້ຢູ່ປະຈໍາ ແຕ່ຂ່າວຄາວ ທີ່ເອົາມາລົງນັ້ນ ຄວນເບິ່ງໃຫ້ຊັດເຈນ                                  ຮູ້ທີ່ໄປທີ່ມາບາດເພິ່ນຖາມຈຶ່ງຕອບໄດ້ ບໍ່ແມ່ນເອົາມາລົງແລ້ວ                                 ຖາມຫຍັງໄປກໍ່ມິດຢູ່ ຄັນເພິ່ນຖາມພັດບໍ່ຮູ້                                   ຄວາມຈິງນັ້ນແມ່ນບໍ່ມີ ຢາກຂໍຝາກທ່ານເອົາໄວ້ ຜູ້ລົງຂ່າວທັງຫຼາຍ ເຮັດໃຫ້ສື່ມວນຊົນເຮົາ                                ຕ່າງຊາດເຂົາໃຫ້ຮັບຮູ້ ໃຫ້ສົມເປັນແນວໜ້າ                                  ໂຄສະນາອອກຂ່າວ ທຸກເຫດການເລື່ອງລາວ                              ມີຄວາມຈິງແນ່ແທ້ ແນວນັ້ນຈຶ່ງຊົມເຊີຍ ທ່ານເອີຍ

7 ມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ ( 13 ສິງຫາ 1950-13 ສິງຫາ 2023 )

10 Aug 2023
ຈາກຜົນງານ ແລະ ຜົນສຳເລັດຂອງແນວໂຮມໃນແຕ່ລະໄລຍະ ພວກເຮົາສາມາດສະຫຼຸບສັງ ລວມເປັນມູນເຊື້ອພື້ນຖານໄດ້ດັ່ງນີ້: ແນວລາວສ້າງຊາດ ມີມູນເຊື້ອເຕົ້າ ໂຮມຄວາມສາມັກຄີກັບປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ທຸກພາກສ່ວນເສດຖະກິດ ໃຕ້ຮົ່ມທຸງ ປະຕິວັດຂອງພັກປະຊາຊົນປະຕິວັດລາວ. ຍຶດໝັ້ນໃນພັນທະພາບລະຫວ່າງ ຊົນຊັ້ນກໍາມະກອນ ຊາວກະສິກອນ ແລະ ຊັ້ນຄົນ, ນັກຮຽນຮູ້ປັນຍາຊົນປະຕິວັດ ພາຍໃຕ້ການນໍາພາຂອງພັກ, ເດັດດ່ຽວໜຽວແໜ້ນ ສຶກສາອົບຮົມປະຊາຊົນໄປຕາມພັກ. ແນວໂຮມມີມູນເຊື້ອໃນການຕໍ່ສູ້ດ້ານ ການເມືອງ ໄປຄຽງຄູ່ກັບການຕໍ່ສູ້ດ້ວຍກຳລັງ ອາວຸດ, ການເຄື່ອນໄຫວຂອງແນວໂຮມໄດ້ກາຍເປັນອຳນາດລັດສ່ວນໜຶ່ງ ແລະ ການຕໍ່ສູ້ທັງ ສາມດ້ານຄື: ດ້ານການເມືອງ, ການທະຫານ ແລະ ການຕ່າງປະເທດ, ຮູ້ນຳໃຊ້ທ່າແຮງທາງດ້ານການເມືອງ, ສ້າງກາລະໂອກາດບຸກໂຈມຕີສັດຕູ ດ້ານການທະຫານ, ການຕ່າງປະເທດ ແລະ ທັງຮູ້ນໍາໃຊ້ທ່າແຮງດ້ານການທະ ຫານ ເພື່ອບຸກຕີສັດຕູທາງດ້ານການເມືອງ ແລະ ການຕ່າງປະເທດ. ແນວໂຮມມີມູນເຊື້ອຮ່ວມສໍາພັນທາງ ດ້ານການເມືອງ ແລະ ທາງດ້ານການທະຫານ ກັບກຳລັງເປັນກາງທີ່ກ້າວຫນ້າ ແລະ ຊັ້ນຄົນ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການ ໝູນໃຊ້ຫຼັກການ, ນະໂຍບາຍອັນຖືກຕ້ອງ ຂອງພັກ ເພື່ອຂົນຂວາຍປຸກລະດົມ, ດຶງດູດເອົາ ກຳລັງເປັນກາງ ເຂົ້າຮ່ວມໃນຂະບວນການປະຕິວັດ ເຮັດໃຫ້ຂະບວນການປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ. ແນວໂຮມມີມູນເຊື້ອຮ່ວມສໍາພັນສູ້ ຮົບ ແລະ ສາມັກຄີພິເສດກັບກອງທັບ ແລະ ປະ ຊາຊົນຫວຽດນາມ, ປະຕິບັດການຮ່ວມສໍາພັນ ສາມຊາດ ລາວ - ຫວຽດນາມ ແລະ ກຳປູເຈຍ ເພື່ອ ພ້ອມກັນຕີສັດຕົວດຽວກັນ.ການຮ່ວມສຳພັນສູ້ຣົບ ເປັນບົດບາດ ໜຶ່ງທີ່ສຳຄັນທີ່ສຸດ, ເປັນການປະສານສົມທົບ ລະຫວ່າງກຳລັງແຮງຂອງຊາດ ແລະ ຂອງຍຸກ ສະໄໝ ເຮັດໃຫ້ກາຍເປັນກຳລັງແຮງສັງລວມ ເພື່ອຕີເອົາຊະນະ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແນວໂຮມມີມູນເຊື້ອເປັນທີ່ປຶກສາ, ແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ; ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ດີ ລະຫວ່າງມະຫາຊົນກັບພັກ ລະຫວ່າງປະຊາຊົນກັບລັດ. ນອກນັ້ນແນວໂຮມຍັງໄດ້ສະແດງລັກສະນະທີ່ມີການຈັດຕັ້ງ ແລະ ເປັນພື້ນຖານການເມືອງຂອງອຳນາດລັດປະຊາທິປະໄຕປະຊາຊົນ. ແນວໂຮມຍັງ ເປັນຫຼັກແຫຼ່ງກຳເນີດເຕີບໃຫຍ່ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານລຸ້ນຕ່າງໆ ຫຼາຍໆທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງ, ຂັ້ນນຳພາຂອງພັກ ແລະ ຂອງລັດ.

ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

09 Aug 2023
  ຕອນເຊົ້າ ວັນພຸດ, ວັນທີ 9 ສິງຫາ 2023 ເວລາ 8 ໂມງ 30 ນາທີ ຄະນະຜູ້ແທນຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ເຊິ່ງນຳໂດຍ ສະຫາຍ ນາງ ບຸ່ຍ ທິ ມິງ ຮວ່າຍ ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ພ້ອມດ້ວຍຄະນະ ເພື່ອສະແດງຄວາມເຄົາລົບຮັກ, ຈົດຈຳບຸນຄຸນອັນໃຫຍ່ຫຼວງ ແລະ ສືບຕໍ່ເສີມຂະຫຍາຍແນວຄິດ ຂອງປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ, ກໍ່ຄືມູນເຊື້ອການພົວພັນຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ, ຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ເຊິ່ງຍາມໃດພັກ-ລັດ ແລະ ປະຊາຊົນສອງຊາດ ກໍໄດ້ເພີ່ມພູນຄູນສ້າງ ໃຫ້ເກີດດອກອອກຜົນ ແລະ ນັບມື້ນັບສະຫງ່າງາມ ຄືດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ໄດ້ກ່າວວ່າ: "ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງທະນົງແກ່ນຕະຫລອດກາລະນານ" ແລະ ບົດກະວີອັນລືຊື່ຂອງ ປະທານ ໂຮ່ຈີ່ມິນ ທີ່ວ່າ: ຮັກຫອມກັນໝາຍໝັ້ນຫລາຍສັນພູກໍ່ປີນໄຕ່ ຫລາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍດຸ່ງໄປ, ສອງຊາດລາວ-ຫວຽດນາມໄດ້ຝັງຄວາມຮັກຢູ່ໃນໃຈຫົ່ງຮ່າທັງແມ່ຂອງບໍ່ເລິກປູນປານໄດ້
    • 1
    • 2