Saturday, 18 May 2024

ຖາມ – ຕອບ ວິທະຍາສາດ

21 Dec 2022
ເນືອງໃນໂອກາດສະເຫຼີມສະຫຼອງວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ (13 ທັນວາ1920-13 ທັນວາ 2022 ) ໃນຕອນເຊົ້າ ວັນ ອັງຄານ ທີ 13 ທັນວາ 2022 ເວລາ8ໂມງ30ນາທີ ກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດໄດ້ຈັດກິດຈະກຳແຂ່ງຂັນ ພາຍໃຕ້ ຫົວຂໍ້“ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເປັນກຽດເຂົ້າຮ່ວມໃນພິທີທີ່ມີ ທ່ານ ນ.ອ່ອນຈັນ ສຸວັນນະແສງ ຮອງຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ເຂົ້າຮ່ວມແຂ່ງຂັນໃນມື້ນີ້ ໄດ້ເຊີນນ້ອງນັກຮຽນ ມາຈາກ 04 ຕົວເມືອງ ມີ 06 ໂຮງຮຽນສົ່ງນັກຮຽນເຂົ້າຮ່ວມຄື:ໂຮງຮຽນມສ ວຽງຈັນ,ມສ ເພຍວັດ,ມສ ລາວ-ຫວຽດ, ມສ ສາທິດ, ມສ SOS ແລະ ມສ ໜອງບອນ,ໂຮງຮຽນລະ 20 ນ້ອງ ຈໍານວນນັກຮຽນເຂົ້າຮ່ວມທັງໝົດ 120 ນ້ອງ, ການແຂ່ງຂັນດຳເນີນໄປເຄິ່ງວັນ,ນອກຈາກນັ້ນຍັງມີບັນດາທ່ານຄະນະກົມ, ພະນັກງານ ຫ້ອງວ່າການສູນກາງພັກ, ຄູອາຈານ ແລະ ບັນດານ້ອງນັກຮຽນ ທັງໝົດ ຈຳນວນ 200 ກວ່າທ່ານ. ການຈັດກິດຈະກໍາແຂ່ງຂັນຖາມ - ຕອບ ໃນຄັ້ງນີ້ກໍ່ເພື່ອແນ່ໃສໃຫ້ຖັນແຖວພະນັກງານ, ສະມາຊິກ, ຄູອາຈານ, ນ້ອງນັກຮຽນ, ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນງາມຄວາມດີອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງທີປະທານໄດ້ສ້າງໄວ້, ເປັນບົດຮຽນທີ່ມີຄຸນຄາສູງ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ລູກຫຼານເຮົາບັນດາເຜົ່າ, ສຶກສາຮ່ຳຮຽນ, ສືບທອດພາລະກິດ ຂອງ ປະທານ ໄກສອນ ພົມວິຫານໄປຕະຫຼອດຊົ່ວກາລະນານ ປະກອບສ່ວນເຂົ້າໃນການ ປົກປັກຮັກສາແລະ ສ້າງສາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ. ຂໍຂອບໃຈ

ບໍລິສັດລັດວິສາຫະກິດຫວຍພັດທະນາ

21 Dec 2022
  ໃນຕອນເຊົ້າ ວັນພຸດ ທີ 14 ທັນວາ ປີ 2022 ເວລາ 8:00 ທີ່ຫ້ອງປະຊຸມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ທ່ານ ນ ອ່ອນຈັນ ສຸວັນນະແສງ ປະທານກວດກາໜ່ວຍພັກ ຮອງຫົວໜ້າກົມ ພິພິທະພັນໄກສອນ ພົມວິຫານ ໃດ້ຕ້ອນຮັບ ທ່ານ ສົມບູນ ອິນທະປັດຖາ ຄະນະປະຈໍາພັກກະຊວງການເງີນ ຫົວໜ້າຫ້ອງການກະຊວງການເງີນ ປະທານສະພາບໍລິຫານ ບໍລິສັດລັດວິສາຫະກິດຫວຍພັດທະນາ ພ້ອມດ້ວຍ ຄະນະສະພາບໍລິຫານ, ພະນັງານບໍລິສັດລັດວິສະຫາກິດ ຫວຍພັດທະນາ ແລະ ບັນດາຕົວແທນ ຈໍາໜ່າຍ ຫວຍພັດທະນານະຄອນຫຼວງວຽງຈັນ ລວມທັງໝົດ 72 ທ່ານ ຍິງ 28 ທ່ານ ໃດ້ມອບເງິນ ຈໍນວນ 40,000,000 ກີບເພື່ອອຸບປະຖໍາ, ບູລະນະຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດ ວັນຊາດ ທີ 02 ທັນວາ ຄົບຮອບ 47 ປີ(02 ທັນວາ 1975 – 02 ທັນວາ 2022) ແລະ ວັນເກີດປະທານໄກສອນພົມວິຫານຄົບຮອບ 102 ປີ ແລະ ວັນສ້າງຕັ້ງຫວຍພັດທະນາຄົບຮອບ 40 ປີ (14 ທັນວາ 1982 – 14 ທັນວາ 2022) ເຊິ່ງແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ.

ເອກອັກຄະລັດຖະທູດ ແລະ ບັນດາພາກສ່ວນອ້ອມຂ້າງ ພ້ອມດ້ວຍ ສະມາຄົມຄົນຫວຽດນາມ

21 Dec 2022
ໃນຕອນເຊົ້າ ວັນຈັນ ທີ 12 ທັນວາ 2022 ເວລາ10ໂມງ00ນາທີ ພະແນກ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຕ້ອນຮັບ ຄະນະພັກ ເອກອັກຄະລັດຖະທູດ ແລະ ບັນດາພາກສ່ວນອ້ອມຂ້າງ ພ້ອມດ້ວຍ ສະມາຄົມຄົນຫວຽດນາມ ທີ ນະຄອນຫລວງວຽງຈັນ ເຊິ່ງນຳໂດຍ ທ່ານ ຫງວຽນບາຮຸ່ງ, ເລຂາຄະນະພັກ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ ປະຈຳລາວ ເປັນຫົວໜ້າຄະນະ ໄດ້ນຳພາຄະນະ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະ ເຂົ້າຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດ “ປີສາມັກຄີພິເສດ ລາວ-ຫວຽດນາມ” ວັນສ້າງຕັ້ງ ສາຍພົວພັນ ການທູດ ຄົບຮອບ 60 ປີ 05/09/1962 – 05/09/2022 ແລະ ວັນເຊັນ ສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977 – 18 ກໍລະກົດ 2022) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920 – 13 ມັນວາ 2022).

ເລົ່າມູນເຊື້ອວັນຊາດທີ 02 ທັນວາ ຄົບຮອບ 47 ປີ

21 Dec 2022
ໃນຕອນເຊົ້າ ວັນພະຫັດ ທີ 08 ທັນວາ ປີ 2022 ເວລາ 8ໂມງ30ນາທີ ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນພົມວິຫານຄົບຮອບ102ປີ ເປັນກຽດປາຖະກະຖາໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປລາວ, ທີ່ປືກສາສະພາທິດສະດີສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານລັດຖະກອນທົ່ວຫ້ອງວ່າການເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ ຜ່ານການຈັດຕັ້ງປະຖະກະຖາໃນຄັ້ງນີ້ໄດ້ເປັນການໂຄສະນາສຶກສາອົບຮົມພະນັກງານ ສະມາຊິກພັກຕະຫຼອດຮອດລັດຖະກອນທຸກທົ່ວໜ້າໃຫ້ເຂົ້າໃຈ ແລະ ພ້ອມກັນສຶກສາຄົ້ນຄວ້າ, ຮໍ່າຮຽນມູນເຊື້ອນໍ້າໃຈວັນຊາດ, ຮັກບ້ານເກີດເມືອງນອນ ຍອມເສຍສະຫຼະສິດ ແລະ ຜົນປະໂຫຍດສ່ວນຕົວຂອງປະທານໄກສອນ ພົມວິຫານເພື່ອຜົນປະໂຫຍດສ່ວນລວມກໍ່ຄືປະຊາຊົນລາວບັນດາເຜົ່າ, ຄວາມສາມາດ, ຄຸນນະທໍາ ແລະ ການອຸທິດຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ປຸກລະດົມ, ດຶງດູດປະຊາຊົນເຜົ່າຕ່າງໆຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເປັນໜຶ່ງໃຈດຽວກັນໄດ້ກາຍເປັນປັດໃຈສໍາຄັນໃນການຕໍ່ສູ້ຍາດເອົາໄຊຊະນະຂອງການປະຕິວັດມາສູ່ປະເທດເຮົາ

ກອງປະຊຸມໜ່ວຍພັກ

21 Dec 2022
ຕອນເຊົ້າຂອງວັນຈັນ ທີ 5 ທັນວາ 2022 ເວລາ 8 ໂມງ 30 ນາທີ ໜ່ວຍພັກກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ຈັດກອງປະຊຸມກ່ຽວກັບການປະເມີນຜົນ ແລະ ຜ່ານຄະແນນຄັດເລືອກເອົາສະມາຊິກພັກຜູ້ທີ່ດີເດັ່ນປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຂອງກົມ ກພອ ໃຫ້ກຽດເປັນປະທານໂດຍ ສະຫາຍ ນ. ອ່ອນຈັນ ສຸວັນນະແສງ ປະທານກວດກາໜ່ວຍພັກ, ມີຫົວໜ້າຈຸ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະຊ່ວຍວຽກເຂົ້າຮ່ວມຈໍານວນ 10 ສະຫາຍ. ການປະເມີນຜົນ ແລະ ຜ່ານຄະແນນຄັດເລືອກເອົາສະມາຊິກພັກຜູ້ທີ່ດີເດັ່ນໃນນັ້ນຫົວໜ້າຈຸພັກແຕ່ລະຈຸພັກໄດ້ຕາງໜ້າໃຫ້ສະມາຊິກພັກພາຍໃນຈຸຂອງຕົນເອງຜ່ານຄະແນນຂອງສະມາຊິກພັກແຕ່ລະສະຫາຍເຫັນວ່າສາມາດມາດຄັດເລືອກໄດ້ປະເພດແຂງ ມີ 36 ສະຫາຍ ແລະ ປະເພດກາງມີ 2 ສະຫາຍ. ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບປະຈໍາປີ 2022 ແລະ ຜ່ານທິດທາງແຜນການປະຈໍາປີ 2023 ໃຫ້ແຕ່ລະສະຫາຍທີ່ເຂົ້າຮ່ວມໄດ້ຮັບຮູ້, ພ້ອມທັງມີການປະກອບຄໍາຄິດຄໍາເຫັນໃສ່ຕໍ່ກັບບົດສະຫຼຸບດັ່ງກ່າວນັ້ນໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ໃນຕອນທ້າຍຂອງກອງປະຊຸມສະຫາຍ ນ. ອ່ອນຈັນ ສຸວັນນະແສງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ ເຫັນດີເປັນເອກະພາບກັບບົດສະຫຼຸບ ແລະ ໄດ້ກ່າວເຖິງສະມາຊິກພັກແຕ່ລະສະຫາຍໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ສໍາເລັດຕໍ່ການມອບໝາຍ, ຮັກສາມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້, ສືບຕໍ່ປະຕິບັດວຽກງານໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງຕາມແຜນການທີ່ໄດ້ວາງໄວ້. ກອງປະຊຸມດັ່ງກ່າວແມ່ນໄດ້ປິດລົງໃນຕອນເຊົ້າເວລາ 11 ໂມງ 40 ນາທີ ດ້ວຍຜົນສໍາເລັດອັນຈົບງາມ.