Monday, 16 September 2024

ເນື່ອງໃນໂອກາດໄຂສົກຮຽນໃໝ່

ນັກຮຽນບ້ານນາ

ໂດຍ: ອຸໄທ ໄຊປັນຍາ

  • ເຫັນພາບນີ້ແລ້ວຄິດພໍ້ ອະດີດເກົ່າຄາວຫຼັງ

ຕອນທີ່ຍັງເປັນເດັກ                            ຢູ່ບ້ານປ່ານານອກ

ສອກຫຼີກໄກທາງເວີ້ງ                           ຢ່າງໄປຮຽນພ້ອມກັບໝູ່

ບາງຄົນຂີ່ລົດຊ້ອນ                             ສະອອນແທ້ຜູ້ເພິ່ນມີ ທ່ານເອີຍ

  • ສ່ວນວ່າເຮົາຜູ້ນີ້ ພ້ອມກັບໝູ່ອີກຫຼາຍຄົນ

ຢ່າງປະປົນມີຍິງ-ຊາຍ                          ພ້ອມກັນພາຍຖົງໃສ່ປຶ້ມ

ມີສິ່ງໜຶ່ງບໍ່ລືມໄດ້                              ທາງໃນຖົງປີ້ງປາຄໍ່

ມີແຈ່ວໜໍ່ໄມ້ສົ້ມ                              ຕິບເຂົ້າພ້ອມໄວ້ຕອນສວາຍ

  • ບາງມື້ແມ່ເພິ່ນໄດ້ ເອົາເງິນໃຫ້ຍັດໃສ່ຖົງ

ບອກວ່າໄປໂຮງຮຽນ                           ຕັ້ງໃຈຂຽນແນ່ເດີລູກ

ເພື່ອວ່າທາງພາຍໜ້າ                           ລູກໃຫຍ່ມາຊິດີກວ່າ

ຄອບຄົວເຮົາໃນຕອນນີ້                        ພໍ່-ແມ່ມີໃຫ້ສໍ່າທີ່ເຫັນນີ້ແລ້ວ ລູກເອີຍ

  • ໃຜຫາກເຄີຍຜ່ານພົ້ນ ຄົງບໍ່ລືມໄປງ່າຍໆ

ອະດີດຫຼັງແຕ່ກ່ອນກີ້                           ຍັງຝັງແໜ້ນຢູ່ໃນຊວງ ຂ້ອຍເດ

ຜ່ານມາຫຼາຍປີແລ້ວ                            ມີຫຼາຍແນວຍັງບໍ່ປ່ຽນ

ໂຮງຮຽນເຄີຍຮ່ວມຫ້ອງ                       ມັນຍັງຟ້ອງບໍ່ປ່ຽນແປງ ແທ້ນາ

  • ວ່າແລ້ວແນວຢູ່ນອກ ເຂດຫ່າງໄກຄວາມຈະເລີນ

ເຊີນຊວນທ່ານທັງຫຼາຍ                        ຍິງ-ຊາຍໃຈດີນັ້ນ

ໝັ່ນພາກັນມາຮ່ວມສ້າງ                       ແປງອາຄານໃຫ້ໜ້າຢູ່

ຄູນັກຮຽນພໍຊິໄດ້                              ມີແຮງໃຈຕໍ່ສູ້

ຊ່ວຍຊູກັນບໍ່ຍາກລົ້ນ                           ທຸກຄົນພ້ອມຊ່ວຍແບ່ງປັນ ແນ່ນາ