Saturday, 27 July 2024

ແມ່ຍິງລາວຍຸກໄໝ່

ເນື່ອງໃນໂອກາດວັນສ້າງຕັ້ງແມ່ຍິງລາວ ທີ 20 ກໍລະກົດ
ໂດຍ: ອຸໄທ ໄຊປັນຍາ
 ຫອມໃດໃນໂລກນີ້ ບໍ່ທໍ່ດວງບຸບຜາ
ຫອມໃດໃນໂລກາ ບໍ່ທໍ່ຫອມແມ່ຍິງເຈົ້າ
ຄັນແມ່ຍິງມີບໍ່ພ້ອມ ແປງເມືອງບໍ່ຫ່ອນໄຂ່ວ
ຄັນແມ່ຍິງໄດ້ຊ່ວຍຊ້ວນ ເມືອງ-ບ້ານຈຶ່ງຄ່ອຍເຮືອງ ທ່ານເອີຍ
 ຂໍເອົາກອນເປັນພອນໃຫ້ ແທນຄໍາເວົ້າວາຈາ
ແທນຊໍ່ດວງມາລາຫອມ ຍົກເປັນກອນອວຍພອນເຈົ້າ
ຂໍຍໍມືພະນົມກົ້ມ ໃຫ້ສົມດັ່ງຄວາມປະສົງ
ເຈດຈໍານົງທ່ານທັງຫຼາຍ ໃຫ້ກາຍເປັນຈິງແທ້
 ຂໍໃຫ້ຍິງທັງຫຼາຍນັ້ນ ຈົ່ງສຸກສັນ ແລະ ໝັ້ນແກ່ນ
ແມ່ນວ່າຊຸມພວກເຈົ້າ ຄິດຫຍັງໄດ້ໃຫ້ຫຼັ່ງມາ ແນ່ທ້ອນ
ອອນຊອນເດແມ່ຍິງນີ້ ມີແຕ່ຜູ້ອ່ອນຫວານ
ການທໍາງານກໍ່ດີຫຼາຍ ເທົ່າເພດຊາຍໃນທຸກດ້ານ
 ການເວົ້າຈາກໍ່ນອບນ້ອມ ພ້ອມພໍ່າທັງກິລິຍາ
ໃຜໄດ້ເຫັນກໍ່ຊົມເຊີຍ ວ່າບໍ່ເຄີຍພົບພໍ້
ງາມທັງມາລະຍາດດ້ວຍ ການນຸ່ງຖືນັ້ນກໍ່ຄ່ອງ
ໃຜມາເຫັນເຂົາກໍ່ຍ້ອງ ວ່າງາມແທ້ແມ່ຍິງລາວ ທ່ານເອີຍ
 ຂໍອວຍພອນໃນຕອນທ້າຍ ໃຫ້ພວກທ່ານທັງຫຼາຍ
ຈົ່ງສຸກກາຍສະບາຍຈິດ ຄິດສິ່ງໃດໃຫ້ຫວນພໍ້
ຂໍໃຫ້ຈະເລີນກ້າວ ແມ່ຍິງເຮົາໃຫ້ພົ້ນເດັ່ນ
ເປັນແມ່ຍິງຍຸກໄໝ່ນີ້ ພັດທະນາໄດ້ທຸກໆຄົນ ແທ້ນາ.