Saturday, 27 July 2024

ປະທານ ສຸພານຸວົງ

( ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 114 ປີ )
ໂດຍ: ອຸໄທ ໄຊປັນຍາ
 ສຸພານຸວົງ ຊື່ນີ້ ມີນາມມະຍົດເປັນເຈົ້າຊາຍ
ເກີດໃນລາຊະວົງ ເປັນລູກຂອງມະຫາອຸປະຣາດບຸນຄົງເຈົ້າ
ເພິ່ນໄດ້ເນົາໃນຫ້ອງ ພະລາຊະວັງທອງຫຼັງໃຫຍ່
ແຕ່ເພິ່ນບໍ່ເຄີຍໄດ້ ຖືຕົນນັ້ນວ່າສູງສັກ ທ່ານເອີຍ
 ເພິ່ນເຄີຍມັກໄປຫຼິ້ນ ກັບເດັກນ້ອຍທາງນອກວັງ
ຕັ້ງແຕ່ຄາວເມື່ອຍັງ ທີ່ເພິ່ນເປັນເດັກນ້ອຍ
ໂດຍບໍ່ຖືຊົນຊັ້ນ ໝູ່ຫຼິ້ນນໍາວ່າຊັ້ນຕໍ່າ
ຫຼິ້ນປະຈໍາເກືອບສູ່ມື້ ຖືວ່າເປັນໝູ່ໄດ້ຄວາມຮັກໄຄ່ເກີດເຊື່ອມຊຶມ
 ໃຫຍ່ຂຶ້ນມາທ່ານກໍ່ໄດ້ ໄປຮຽນໄກປະເທດຕ່າງ
ຢູ່ທາງຝ່າຍຝຣັ່ງພຸ້ນ ວິສະວະກອນນັ້ນແມ່ນເກັ່ງຫຼາຍ
ກາຍເປັນຄົນທໍາອິດແລ້ວ ຂອງຄົນລາວກໍ່ວ່າແມ່ນ
ເປັນຕົວແທນກໍ່ວ່າໄດ້ ສະໄໝນັ້ນມີແຕ່ລຸງ
 ການສຶກສາສໍາເລັດແລ້ວ ກັບຄືນສູ່ອິນດູຈີນ
ມາປະຈໍາຢູ່ຫວຽດນາມ ຮັບລາຊະການຢູ່ທີ່ນັ້ນ
ຫຼາຍຄືນວັນໄດ້ເຄື່ອນຍ້າຍ ກັບຫຼາຍປີໄດ້ພົ້ນຜ່ານ
ຫຼາຍເຫດການທີ່ເກີດຂຶ້ນ ຈົນລຸງນັ້ນໄດ້ເລືອກເອົາ
 ບົນເສັ້ນທາງການຕໍ່ສູ້ ຕີສັດຕູໃຫ້ແຕກພ່າຍ
ເພື່ອທໍາລາຍໃຫ້ແຕກມ້າງ ທາງສັດຕູນັ້ນບໍ່ໃຫ້ມີ ແທ້ໜາ
ນີ້ຄືຄວາມເອກອ້າງ ອັນຍິ່ງໃຫຍ່ຂອງລຸງສຸພາ
ທ່ານໄດ້ເສຍສະຫຼະ ເພື່ອຊາດລາວຢ່າງຈິງແທ້
 ເພິ່ນບໍ່ເຄີຍແປປີ້ນ ຍິນດີນໍາຍົດສູງສົ່ງ
ແມ່ນແຕ່ເຊື້ອພະວົງ ເພິ່ນກໍ່ຍັງປະຖິ້ມບໍ່ເຄີຍເອີ້ນກ່າວຫາ
ເພິ່ນນໍາພາການຕໍ່ສູ້ ຕີສັດຕູທີ່ຮ້າຍກາດ
ນໍາເອົາຄວາມເປັນເອກະລາດນັ້ນ ມາໃຫ້ແກ່ຊາດຕົນ ແທ້ແລ້ວ