Saturday, 27 July 2024

ຄະນະຜູ້ແທນຊາວໜຸ່ມຂັ້ນສູງ

ເນື່ອງໃນໂອກາດທີ່ ຄະນະຜູ້ແທນຊາວໜຸ່ມຂັ້ນສູງ ຈາກ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈໍານວນ 10 ສະຫາຍ ນໍາພາໂດຍ ສະຫາຍ ບຸ່ຍ ກວາງ ຮຸ່ຍ ກໍາມະການສໍາຮອງສູນກາງພັກ, ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມງານພົບປະມິດຕະພາບຊາວໜຸ່ມລາວ-ຫວຽດນາມ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປລາວ
ໃນຕອນບ່າຍຂອງວັນທີ10ຕຸລາ2023ເວລາ13: 40ນາທີ ທ່ານໄຊຍະລາດ ພົງຍາລັກ ຫົວໜ້າກົມ ກພອ ພ້ອມດ້ວຍຄະນະຊາວໜຸ່ມໄດ້ຕ້ອນຮັບສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານຊາວໜຸ່ມ ແລະ ສະຫາຍບຸ່ຍກວາງຮຸ່ຍ ເລຂາທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າຄະນະຜູ້ແທນຂັ້ນສູງເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ ທີ່ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ຫຼັງຈາກເສັດພິທີວາງກະຕ່າດອກໄມ້ແລ້ວກໍ່ໄດ້ຂື້ນທ່ຽວຊົມຫໍພິພິທະພັນ ໄກສອນ ພົມວິຫານ
ຄະນະໄປວາງກະຕ່າຢູ່ຫໍພິຫິທະພັນໄກສອນ
ຝ່າຍລາວ
ສ/ຫ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ
ຝ່າຍຫວຽດ
ສ/ຫ ບຸ່ຍ ກວາງ ຮຸ່ຍ ກໍາມະການສໍາຮອງສູນກາງພັກ, ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າຄະນະຜູ້ແທນຂັ້ນສູງ
ຄະນະໄປວາງກະຕ່າງທີ່ອະນຸສອນສະຖານ ສຸພານຸວົງ
ຝ່າຍລາວ
ສ/ຫ ພັນສອນ ວິພາວັນ ຮອງຫົວໜ້າກົມຂະບວນການຊາວໜຸ່ມ, ສຊປລ
ຝ່າຍຫວຽດ
ເຈີນ ວັນ ດົງ ກຳມະການຄະນະປະຈຳພັກ, ຮອງປະທານຄະນະກຳມະການກວດກາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າກົມກວດກາ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ